spot_img
HomeມູມໄອທີລາວYoutube ເລີ່ມຕົ້ນເກັບຄ່າຊົມວີດີໂອລະດັບພີມ່ຽມ

Youtube ເລີ່ມຕົ້ນເກັບຄ່າຊົມວີດີໂອລະດັບພີມ່ຽມ

Published on

A picture illustration shows a photo taken of a YouTube error logo, displayed on a cell phone in front of a YouTube logo on an LCD screen, in central Bosnian town of Zenica

ສື່​ອາເມ​ລິ​ກາ​ຢືນຢັນ ເຈົ້າ​ພໍ່​ວິ​ດີ​ໂອ​ອອນ​ໄລນ໌ ຍູທູບ (YouTube) ” ຈະ​ຖະແຫລງ​ເປີດ​ຕົວ​ບໍລິການ​ສະໝັກ​ສະມາຊິກ​ແບບ​ເສຍ​ຄ່າ​ບໍລິການ​ຊົມ​ວິ​ດີ​ໂອ​ໃນ​ວັນທີ່ 21 ຕຸລາ​ນີ້ ໂດຍ​ຈະ​ເປັນ​ມິ​ຕິ​ໃໝ່​ທີ່​ເຮັດໃຫ້​ການ​ຊົມ​ວິ​ດີ​ໂອ​ລະ​ດັບ​ພີ​ມ່ຽມ​ເທິງ YouTube ເລີ່ມ​ມີ​ຄ່າ​ບໍລິການ​ຢ່າງ​ເປັນ​ທາງການ
       ລາຍ​ງານ​ລະ​ບຸ​ວ່າ ຜູ້​ສະໝັກ​ບໍລິການ​ນີ້​ຈະ​ບໍ່​ຕ້ອງ​ລຳ​ຄານ​ກັບ​ໂຄສະ​ນາ​ເມື່ອ​ຄລິກ​ຊົມ​ວິ​ດີ​ໂອ​​ເທິງ YouTube ຈຸດ​ນີ້​ສື່​ອາເມ​ລ​ກາ​ລະ​ບຸ​ວ່າ ເປັນ​ບໍລິການ​ທີ່​ຈະ​ເຮັດໃຫ້​ຜູ້​ສະໝັກ​ສາມາດ​ເປີດ​ຊົມ​ລາຍ​ການ​ລະ​ດັບ​ເອັກຊ໌​ຄູ​ຊີ​ບ ສຳລັບ​ຜູ້​ທີ່​ເສຍ​ຄ່າ​ບໍລິການ​ເທົ່າ​ນັ້ນ
ລາຍ​ງານ​ຂ່າວ​ນີ້​ເກີດ​ຂຶ້ນ​ຫລັງ​ຈາກ​ທີ່​ຂ່າວ​ລື​ເລື່ອງ​ການ​ເກັບ​ຄ່າ​ບໍລິການ​ເທິງ YouTube ນັ້ນ​ແພ່​ລາມ​ເທິງ​ໂລກ​ອອນ​ໄລນ໌​ມາ​ດົນ ໂດຍ​ກ່ອນ​ໜ້າ​ນີ້ YouTube ເຄີຍ​ປະ​ກາດ​ເມື່ອ​​ປີ​ທີ່​ແລ້ວ​ວ່າ ກຳ​ລັງ​ປະ​ສານ​ງານ​ກັບ​ກຸ່ມ​ຜູ້​ຜະລິດ​ຄອນ​ເທັນ​ທີ່​ໄດ້ຮັບ​ຄວາມ​ນິຍົມ​ສູງ​ເທິງ YouTube ແຕ່​ກໍ​ຍັງ​ບໍ່​ມີ​ການ​ເປີດ​ຕົວ​ບໍລິການ​ໃໝ່​ຈາກ YouTube ຢ່າງ​ຈິງ​ຈັງ ຈົນຫລ້າ​ສຸດ ທີ່​ສື່​ອາເມ​ລິ​ກາ​ໄດ້ຮັບ​ຂໍ້​ມູນ​ຈາກ​ແຫລ່ງ​ຂ່າວ​ເລື່ອງ​ກຳນົດ​ການ​ຖະແຫລງ​ຂ່າວ​ເປີດ​ຕົວ​ບໍລິການ 21 ຕຸລາ​ນີ້
ຢ່າງໃດ​ກໍ​ຕາມ ຍັງ​ບໍ່​ມີ​ຂໍ້​ມູນ​ລາ​ຄາ​ສະໝັກ​ສະມາຊິກ​ວິ​ດີ​ໂອ​ພີ​ມ່ຽມ​ຂອງ YouTube ປາກົດ​ໃນ​ສື່​ໃດ​ໃນ​ຂະນະ​ນີ້ ເຊັ່ນ​ດຽວ​ກັບ​ກຳນົດ​ມື້​ເປີດ​ໃຫ້​ບໍລິການ​ທັງ​ໃນ​ຕະ​ຫລາ​ດສະ​ຫະລັດ ແລະ ​ຕະ​ຫລາດ​ໂລກ ເບື້ອງ​ຕົ້ນ ບໍລິການ​ນີ້​ເຄີຍ​ຖືກ​ວິ​ເຄາະ​ວ່າ​ຈະ​ເລີ່ມ​ໃນ​​ປາຍ​ເດືອນ​ຕຸລາ ແຕ່​ນັກ​ສັງເກດ​ການ​ຕ່າງ​ກັບ​ລຳ ແລະ ​ເຊື່ອ​ວ່າ YouTube ອາດ​ເລີ່ມ​ໃຫ້​ບໍລິການ​ໃນ​​ປີ​ໜ້າ​ແທນ
ເຫດ​ທີ່​ເຮັດໃຫ້​ນັກ​ວິ​ເຄາະ​ເຊື່ອ​ເຊັ່ນ​ກໍ່​ຄື ໂອ​ກາດ​ທາງ​ການ​ຄ້າ ແລະ​ການ​ແຂ່ງ​ຂັນ ກ່ອນ​ໜ້າ​ນີ້ YouTube ສະແດງ​ທ່າ​ທີ​ວ່າ​ກຳ​ລັງ​ພະຍາຍາມ​ເປີດ​ຕົວ​ບໍລິການ​ສະໝັກ​ສະມາຊິກ​ເພື່ອ​ຊົມ​ວິ​ດີ​ໂອ​ພີ​ມ່ຽມ​ແບບ​ເກັບ​ຄ່າ​ບໍລິການ​ໃນ​ລັກສະນະ​ນີ້​ມາ​ຕັ້ງ​ແຕ່​ປີ 2011 ເທື່ອ​ນັ້ນ YouTube ປະ​ກາດ​ເທ​ເງີນ​ທຶນ​ຫລາຍກວ່າ 100 ລ້ານ​ຫລຽນ​ເພື່ອ​ເປັນ​ກອງ​ທຶນ​ໃນ​ການ​ຜະລິດ​ວິ​ດີ​ໂອ ຊຶ່ງ​ດາວ​ເດັ່ນ​ໃນ​ວົງ​ການ​ບັນ​ເທີງ​ອະ​ເມ​ລິ​ກາ​ຢ່າງ Jay Z ແລະ Ashton Kutcher ມີ​ສ່ວນ​ຮ່ວມ​ໃນ​ກອງ​ທຶນ​ນີ້​ດ້ວຍ ແຕ່​ກອງ​ທອນ​ນີ້​ຖືກ​ປະ​ເມີນ​ວ່າ​ລົ້ມເຫລວ​ໂດຍ​ບໍ່​ເປີດ​ເຜີຍ​ສາ​ເຫດ
ສຳລັບ​ບໍລິການ​ໃໝ່ ນັກ​ວິ​ເຄາະ​ເບີ່ງວ່າ YouTube ກຳ​ລັງ​ຫັນ​ມາ​ລົງ​ທຶນ​ກັບ​​ເນັດ​ໄອ​ດໍ​ຄົນ​ທຳມະດາ​ເທິງ YouTube ແທນ ຊຶ່ງ​ຄາດ​ວ່າ​ຈະໃຫ້​ຜົນ​ລັບ​ທີ່​ດີກວ່າ​ການ​ລົງ​ທຶນ​ກັບ​ດາ​ລາ​ດັ່ງ​ຄ່າ​ຕົວ​ແພງ​ຄືກັບ​ເທື່ອ​ທີ່​ຜ່ານມາ
 

Visitors stand in front of a logo of YouTube at the YouTube Space Tokyo, operated by Google, in Tokyo

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...