spot_img
Homeວິທະຍາສາດ-ວິທະຍາການສັບປະດາ ແຫ່ງການຄົ້ນຄວ້າວິທະຍາສາດ ຈະໄດ້ຈັດຂຶ້ນທີ່ນະຄອນຫລວງວຽງຈັນ

ສັບປະດາ ແຫ່ງການຄົ້ນຄວ້າວິທະຍາສາດ ຈະໄດ້ຈັດຂຶ້ນທີ່ນະຄອນຫລວງວຽງຈັນ

Published on

​ໃນ​ວັນ​ທີ 19 ຕຸລາ​ນີ້, ທ່ານ ​ເຍ​ໂລມຍິວບົວ ​ແມັກ​ຊັງ (Jerome Dubois-Mercenr)ທີ່ປຶກສາ​ດ້ານ​ການ​ຮ່ວມ​ມື ​ແລະ ວັດທະນະທຳ ປະຈຳສະຖານທູດ​ຝຣັ່ງ ປະຈຳ​ລາວ, ​ໄດ້​ຈັດ​ພິທີ​ຖະ​ແຫລ​ງຂ່າວ​ກ່ຽວ​ກັບ​ການຈັດ​ງານ​ສັບປະດາ ​ແຫ່ງ​ການ​ຄົ້ນ​ຄ້ວາ​ວິທະຍາສາດ ​ເພື່ອສະຫລອງ​ວັນ​ແຫ່ງ​ການ​ຄົ້ນຄວ້າ ​ເພື່ອ​ພັດທະນາ​ລາວ-ຝຣັ່ງ ​ແລະ ກອງ​ປະຊຸມ​ປຶກສາ​ຫາລື​ດ້ານ​ວິທະຍາສາດ, ​​ຈະ​ໄດ້ຈັດ​ຂຶ້ນ​​ໃນ​ວັນ​ທີ 22-23 ຕຸລາ​ນີ້, ທີ່​ສະ​ຖາ​ບັນຝຣັ່ງ ​ໃນ​ນະຄອນຫລວງ​ວຽງ​ຈັນ ພາຍ​ໃຕ້​ຫົວ​ຂໍ້: ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ ​ແລະ ການ​ພັດທະນາຄັ້ງ​ທີ V, ​ເຊິ່ງ ສປປ ລາວ ​ເປັນ​ປະ​ເທດ​ໜຶ່ງ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ບັນຫາດັ່ງກ່າວ​​ເປັນ​ຈຳ​ນວນ​ບໍ່ໜ້ອຍ.

​ກອງປະຊຸມ​ດັ່ງກ່າວ ​ໄດ້​​ເລີ່​ມ​ຈັດ​ຂຶ້ນແຕ່​ປີ 2009 ​ເປັນ​ຕົ້ນ​ມາ, ​ເຊິ່ງໄດ້​ກາຍ​ເປັນ​ເວທີ​ສົນທະນາທີ່ສຳຄັນ​, ​ໂດຍມີຈຸດປະສົງ​ ​ເພື່ອ​ໃຫ້ການສະໜັບສະໜູນ​ການ​ຄົ້ນຄວ້າ​ພິຈາລະນາ​ກ່ຽວ​ກັບ​ການ​ພັດທະນາ​ຂອງ​ ສປປ ລາວ ​ແລະ ອານຸພາກ​

ພື້ນ, ຊ່ວຍພາກ​ລັດ​ໃນ​ການ​ຕັດສິນ​ໃຈ ​ແລະ ດຶງ​ດູດ​ບັນດາ​ນັກ​ສຶກສາ​ໄວ​ໜຸ່ມ​ລາວ​ສູ່​ຂະ​ແໜງ​ການ​ຄົ້ນ​ຄ້ວາ, ​​ພ້ອມ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ແກ້​ໄຂ ​ແລະ ຫລຸດຜ່ອນ​ການ​​​ໄດ້​ຮັບ​ຜົນ​ກະທົບ​ຈາກ​ບັນຫາ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ໂດຍ​ຈະ​ມີ​ພາກສ່ວນ​ກ່ຽວຂ້ອງ​ຕ່າງໆເຂົ້າ​ຮ່ວມ​ຫາລື​​ເປັນ​ຈຳນວນ​ຫລາຍ ​ແລະ ພ້ອມ​ນັ້ນ ​ໃນ​​ແລງ​ວັນ​ທີ 22 ຕຸລາ​ນີ້, ຈະ​ມີ​ການ​ສາຍ​ຮູບ​ເງົາ​ປະຫວັດ​ຄວາມ​ເປັນ​ມາຂອງ​ວັນ​ດັ່ງກ່າວ​​ອີກດ້ວຍ.

ຂ່າວຈາກ ໜັງສືພິມລາວພັດທະນາ

ລພນ

ບົດຄວາມຫຼ້າສຸດ

ການແຂ່ງຂັນເຕະບານຍິງ-ຊາຍ ລະດັບນັກຮຽນມັດທະຍົມສຶກສາ ທົ່ວປະເທດ

ການແຂ່ງຂັນເຕະບານຍິງ-ຊາຍ ລະດັບນັກຮຽນມັດທະຍົມສຶກສາ ທົ່ວປະເທດ ລາຍການ Copa Coca-Cola Laos ຈັດຂຶ້ນໃນລະຫວ່າງວັນທີ 21 ຕຸລາ ໄປຈົນເຖິງ ວັນທີ 29 ພະຈິກ...

ປະກາດແຕ່ງຕັ້ງ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ຄົນໃໝ່

ໃນວັນທີ 22 ຕຸລາ 2024 ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດພິທີປະກາດພະນັກງານຂັ້ນສູງພັກຜ່ອນຮັບອູດໜູນບຳນານ ພ້ອມທັງປະກາດແຕ່ງຕັ້ງ, ສັບຊ້ອນພະນັກງານນຳພາ-ຄຸ້ມ ຄອງຂຶ້ນຢ່າງເປັນທາງການ ຢູ່ຫ້ອງປະຊຸມໃຫຍ່ ລັດວິສາ ຫະກິດໄຟຟ້າລາວ...

ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີ ກະຊວງແຮງງານ ມຽນມາ

ໃນວັນທີ 22 ຕຸລາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ...

ຣັດເຊຍ ມອບນໍ້າມັນພືດ 3.400 ແກັດ ແກ່ໂຮງຮຽນທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມ

ລັດຖະບານຣັດເຊຍ ມອບນໍ້າມັນພືດປຸງແຕ່ງອາຫານ ຈໍານວນ 47 ໂຕນ (3.400 ແກັດ, ແຕ່ລະແກັດ ບັນຈຸນ້ຳມັນພືດ 15 ຕຸກ) ໃຫ້ລັດຖະບານລາວ ກໍຄື: ກະຊວງສຶກສາທິການ...