Homeຂ່າວຍົນຕົກເຮືອບິນຂະໜາດນ້ອຍ ຕົກໃສ່ເຂດຊຸມຊົນຢູ່ໂກໂລມບີ ເສຍຊີວິດ 5 ຄົນ!

ເຮືອບິນຂະໜາດນ້ອຍ ຕົກໃສ່ເຂດຊຸມຊົນຢູ່ໂກໂລມບີ ເສຍຊີວິດ 5 ຄົນ!

Published on

400.Untitled-1

ຂປລ. ອ້າງຕາມ ແຫລ່ງຂ່າວ AFP, ວັນທີ 19 ຕຸລາ 2015, ເຈົ້າໜ້າທ່ີ ໂກໂລມບີ ໃຫ້ຮູ້ວ່າ: ເຮືອບິນຂະໜາດນ້ອຍ Beechcraft 60 ຂອງໂກໂລມບີ ປະກອບດ້ວຍ ຜູ້ໂດຍສານ ແລະ ຈຸບິນ ໄດ້ຕົກລົງ ເຂດເສດຖະກິດ ຕັ້ງຢູ່ໃນພື້ນທ່ີ Engativa ຂອງນະຄອນຫລວງ ໂບໂກຕາ( ໂກໂລມບີ) ເຮັດໃຫ້ມີ ຜູ້ເສຍຊິວິດ 5 ຄົນ ແລະ ບາດເຈັບ ຫລາຍຄົນ. ສ່ວນຜູ້ໂດຍສານ ແລະ ຈຸບິນ ໃນເຮືອບິນ ດັ່ງກ່າວ ແມ່ນເສຍຊິວິດໝົດ. ນອກຈາກນັ້ນ, ເຈົ້າຄອງ ນະຄອນຫລວງ ໂບໂກຕາ ຖະແຫລງວ່າ ເຮືອບິນລຳດັ່ງກ່າວ ເກີດອຸບັດເຫດ ໃກ້ກັບ ສະໜາມ ບິນ ສາກົນ ເອນໂດ ຣາໂດ ພາຍຫລັງ ບິນຂຶ້ນ ຈາກສະໜາມບິນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...