spot_img
Homeຂ່າວເຫດການຮອງປະທານປະເທດຫວຽດນາມ ສຳເລັດການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

ຮອງປະທານປະເທດຫວຽດນາມ ສຳເລັດການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

Published on

b308ff6baf1aa8b35a2969b439956a06

ຂປລ. ​ໃນວັນທີ 18 ຕຸລາ 2015 ນີ້, ທ່ານນາງ ຫງວຽນ ທິ ຢວານ ຮອງປະທານປະເທດແຫ່ງ ສສ ຫວຽດນາມ ພ້ອມຄະນະໄດ້ສຳເລັດການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ​​ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ບຸນຍັງ ວໍລະຈິດ ຮອງປະທານປະເທດແຫ່ງ ສປປ ລາວ.

ຕະຫລອດໄລຍະການຢ້ຽມຢາມ ສປປ ລາວ ຂອງ  ທ່ານ ນາງ ຫງວຽນ ທິ ຢວານ ພ້ອມຄະນະໃນຄັ້ງນີ້, ນອກ ຈາກມີການພົບປະສອງຝ່າຍກັບ ທ່ານຮອງປະທານປະເທດ ພ້ອມຄະນະແລ້ວ, ຄະນະຜູ້ແທນສສ ຫວຽດນາມ ຍັງໄດ້ເຂົ້າຢ້ຽມຄຳນັບ ທ່ານ ຈູມມາລີໄຊຍະສອນ ປະທານປະເທດ ທີ່ທຳນຽບປະທານປະເທດ, ພົບປະຢ້ຽມຢາມ ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ທີ່ຫ້ອງວ່າການລັດຖະບານແລະ ທ່ານ ດຣ. ​ໄຊສົມພອນ ພົມວິຫານ ຮອງປະທານສະພາແຫ່ງຊາດ​ລາວ ທີ່​ຫໍ​ສະພາ​ແຫ່ງ​ຊາດ. ​​ໃນການ​ພົບ​ປະ​ຢ້ຽມຢາມກັບ​ບັນດາ​ຜູ້ນຳ ​ລາວ ແຕ່ລະ​ທ່ານ ຕ່າງ​ກໍ​ໄດ້​ຕີ​ລາຄາ​ສູງ ​ຕໍ່​ການ​ມາ​ຢ້ຽມຢາມ​ຢ່າງ​ເປັນ​ທາງ​ການ​ຂອງ​ຄະນະ​ຜູ້​ແທນ ສສ ຫວຽດນາມ ​ແນ​ໃສ່​ຮັດ​ແໜ້​ນ ​ແລະ ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບທີ່​ຍິ່ງ​ໃຫຍ່ ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ ລາວ-ຫວຽດນາມ ທີ່​ມີ​ມູນ​ເຊື້ອ​ອັນ​ດີງາມ​ມາ​​ເປັນ​ເວລາ​ຍາວ​ນານ​ນັ້ນ ​ໃຫ້​ກ້າວ​ຂຶ້ນ​ສູ່​ລະດັບ​ສູງ​ອັນ​ໃໝ່ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ທັງ​ສອງ​ຊາດ ກໍ​ຄື ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມມື ​ແລະ ການ​ພັດທະນາ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

​ ໃນ​ໂອກ​າດດຽວ​ກັນ, ທ່ານນາງ ຫງວຽນ ທິ ຢວານ ພ້ອມ​ຄະນະຍັງ​ໄດ້​ໄປ​ວາງ​ພວງ​ມະລາ​ ຢູ່​ທີ່​ອານຸສາ​ວະລີ​ ນັກຮົບ​ນິລະນາມ, ຢ້ຽມຢາມ​ໂຮງຮຽນ​ພອນ​ສະຫວັນ, ສູນ​ຝຶກ​ອົບຮົມ​ແມ່ຍິງ​ພິການ, ຢ້ຽມ​ຊົມ​ພະທາດ​ຫລວງ​ວຽງ​ຈັນ,  ​ ແລະ ຢ້ຽມຊົມພື້ນຖານ​ການ​ຜະລິດ, ວັດທະນະທຳ​ຈຳນວນ​ໜຶ່ງ, ນອກ​ນີ້​ ຄະນະ​ຜູ້​ແທນ​ຍັງ​ໄດ້​ໄປ​ຢ້ຽມ​ຊົມ​ວັດ​ສີ​ເມືອງ ​ແລະ ວັດ​ເຟິດຕິກ ຢູ່​ນະຄອນຫລວງ​ວຽງ​ຈັນ, ພ້ອມ​ນີ້ ກໍ​ໄດ້​ເດີນທາງ​ໄປ​ຢ້ຽມຢາມ​ເຂື່ອນ​ໄຟຟ້າ​ນ້ຳ​ງື່ມ 1 ​ແລະ ​ໂຮງໝໍ​ແຂວງ​ວຽງ​ຈັນ ຕື່ມ​ອີກ.

DSC_896818.10.6

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...