spot_img
Homeຂ່າວຕ່າງປະເທດຍີ່ປຸ່ນຈັດສະແດງແສນຍານຸພາບກອງທັບເຮືອ ເຊີນສະຫະລັດຯ ແລະ ພັນທະມິດເຂົ້າຮ່ວມ!

ຍີ່ປຸ່ນຈັດສະແດງແສນຍານຸພາບກອງທັບເຮືອ ເຊີນສະຫະລັດຯ ແລະ ພັນທະມິດເຂົ້າຮ່ວມ!

Published on

JMSDF destroyer Kurama, which is carrying Japan's PM Abe,  leads the JMSDF fleet during its fleet review at Sagami Bay, off Yokosuka

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 19 ຕຸລານີ້ວ່າ ລັດຖະບານຍີ່ປຸ່ນ ໄດ້ຈັດງານສະແດງແສນຍານຸພາບຂອງກອງທັບເຮືອຢ່າງຍິ່ງໃຫຍ່ ໃນທະເລນອກຊາຍຝັ່ງປະເທດຍີ່ປຸ່ນ ເມື່ອວັນທີ 18 ຕຸລາຜ່ານມາ ໂດຍມີການລະດົມເຮືອກຳປັ່ນສູ້ຮົບຂອງກອງກຳລັງປ້ອງກັນຕົນເອງຍີ່ປຸ່ນ ແລະ ເຊີນກອງເຮືອກ່ຳປັ່ນສູ້ຮົບຈາກກອງທັບເຮືອສະຫະລັດອາເມຣິກາ, ສາທາລະນະລັດເກົາຫລີ, ອິນເດຍ, ອົດສະຕາລີ ແລະ ຝຣັ່ງ ເຂົ້າຮ່ວມທັງໝົດ 50 ລຳ.

ການຈັດສະແດງແສນຍານຸພາບທາງການທະຫານຄັ້ງນີ້ ນັບເປັນເທື່ອທຳອິດພາຍຫລັງລັດຖະບານຍີ່ປຸ່ນ ໄດ້ຜ່ານການຮັບຮອງກົດໝາຍຄວາມໝັ້ນຄົງ ຈາກລັດຖະສະພາຍີ່ປຸ່ນ ເພື່ອອະນຸຍາດໃຫ້ກອງກຳລັງປ້ອງກັນຕົນເອງ ສາມາດໄປປະຕິບັດໜ້າທີ່ໃນຕ່າງປະເທດໄດ້, ໃນຂະນະທີ່ລັດຖະບານສະຫະລັດອາເມຣິກາ ກໍໄດ້ອອກຖະແຫລງການອີກວ່າ ການຕັດສິນໃຈເຂົ້າຮ່ວມງານດັ່ງກ່າວນີ້ ແມ່ນມີຂຶ້ນພາຍຫລັງກອງທັບເຮືອສະຫະລັດອາເມຣິກາ ໄດ້ມີຄຳສັ່ງປັບປຸງຂອບເຂດການປະຕິບັດໜ້າທີ່ ຂອງກອງເຮືອທີ 3 ແລະ ກອງເຮືອທີ 7 ໃນມະຫາສະໝຸດປາຊີຟິກ ແນໃສ່ເພີ່ມຄວາມວ່ອງໄວ ໃນການເຄື່ອນກຳລັງເຂົ້າໄປໃນພື້ນທີ່ຕ່າງໆ ໃນພາກພື້ນອາຊີປາຊີຟິກ.

JMSDF destroyer Kurama, which is carrying Japan's PM Abe, leads the JMSDF fleet and helicopters during its fleet review at Sagami Bay, off Yokosuka JAPAN-MILITARY-DEFENCE JMSDF destroyer Shimakaze fires its cannon during a fleet review at Sagami Bay, off Yokosuka Uzushio submarine of the JMSDF bursts to the surface during a fleet review at Sagami Bay, off Yokosuka JMSDF patrol guided missile boats fire decoys during its fleet review at Sagami Bay, off Yokosuka JMSDF P-3C anti-submarine patrol aircraft drops depth charges during a fleet review at Sagami Bay, off Yokosuka

Japan's PM Abe reviews the JMSDF fleet with DPM and Finance Minister Aso and Defence Minister Nakatani during JMSDF's fleet review at Sagami Bay

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...