HomeມູມໄອທີລາວApple ເປີດ​ຕົວ​ອຸປະກອນ​ເສີມ Magic Keyboard, Magic Mouse 2 ແລະ Magic Trackpad 2 ໃໝ່

Apple ເປີດ​ຕົວ​ອຸປະກອນ​ເສີມ Magic Keyboard, Magic Mouse 2 ແລະ Magic Trackpad 2 ໃໝ່

Published on

apple-magic-mouse-700x360

ກ່ອນ​ໜ້າ​ນີ້​ມີ​ຂ່າວ​ຫລຸດ​ຂໍ້​ມູນ Magic Mouse 2 ແລະ Wireless Keyboard ຕົວ​ໃໝ່​ຈາກ Apple  ແລະ​ຫລ້າ​ສຸດ Apple  ໄດ້​ເປີດ​ຕົວ Magic Keyboard, Magic Mouse 2 ແລະ Magic Trackpad 2 ໂດຍ​ຜະລິດຕະພັນ​ທຸກ​ອັນ​ຈະ​ປ່ຽນ​ໄປ​ໃຊ້​ແບດ​ເຕີ​ຣີ່ແທນ​ການ​ໃສ່​ຖ່ານ ຊຶ່ງ​ວິທີ​ການ​ສາກກໍ່ຈະໃຊ້​ສາຍ Lightning ສຽບ​ສາກ​ຈະ​ກັບ Mac ໂດຍ​ແບດ​ເຕີ​ຣີ່​ຈະ​ຢູ່​ໄດ້​ປະ​ມານ 1 ເດືອນ​ຕໍ່​ການ​ສາກ 1 ເທື່ອ ໂດຍ​ອຸປະກອນ​ແຕ່​ລະ​ລຸ້ນ​ມີ​ການ​ປ່ຽນ​ແປງ​ດັ່ງ​ນີ້

MagicAccessories-Family-PR-PRINT

Magic Keyboard ເປັນ​ຄີ​ບອ​ດ​ແບບ full-size ດີ​ໄຊນ໌​ໃໝ່ ໃຊ້​ພື້ນ​ທີ່​ໜ້ອຍ​ລົງ 13% ສ່ວນ​ຕົວ​ແປ້ນ​ພິມ​ເປັນ scissor mechanism ແບບ​ໃໝ່ ຂາຍ​ທີ່​ລາ​ຄາ 99 ດອນ​ລາ

Magic Mouse 2 ຈະ​ເບົາ​ກວ່າ​ລຸ້ນ​ເກົ່າ ແຂງ​ແຮງ​ຂຶ້ນ ແລະ ​ປັບປຸງ​ດີ​ໄຊນ໌​ຜິວ​ສຳ​ຜັດ​ໃໝ່​ເພື່ອ​ເຮັດໃຫ້​ການ​ເລື່ອນ​ເມົາ​ສະດວກ ຂາຍ​ທີ່​ລາ​ຄາ 79 ດອນ​ລາ

Magic Trackpad 2 ມີ​ພື້ນ​ທີ່​ໃຫຍ່​ກວ່າ​ເກົ່າ 29% ແລະ​ ຮອງ​ຮັບ Force Touch ຂາຍ​ທີ່​ລາ​ຄາ 129 ດອນ​ລາ

ບົດຄວາມຫຼ້າສຸດ

ບໍລິສັດ ລັດວິສາຫະກິດໄຟຟ້າລາວ ສືບຕໍ່ເກັບກູ້ລະບົບພາກຈຳໜ່າຍ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ

ໃນວັນທີ​ 2 ກັນຍາ​ 2026​ ທ່ານ​ ສຸກສະຫວາດ​ ໂສສຸພັນ​ ຜູ້ອຳນວຍການ ບໍລິສັດ ລັດວິສາຫະກິດໄຟຟ້າລາວ, ຫົວໜ້າຫ້ອງການໄຟຟ້າລາວ,​ ຫົວໜ້າຝ່າຍຄຸ້ມຄອງລະບົບໄຟຟ້າພາກເໜືອ ພ້ອມດ້ວຍທີມງານໄດ້ລົງມາເຄື່ອນໄຫວວຽກງານຢູ່ ແຂວງຫຼວງນ້ຳທາ​...

ສານປະຊາຊົນແຂວງວຽງຈັນ ຕັດສິນຈຳເລີຍ 14 ຄົນ ໃນຂໍ້ຫາຄ້າຢາເສບຕິດ ແລະ ຄາດຕະກຳ

ໃນວັນທີ 27 ສິງຫາ 2026 ຜ່ານມານີ້ ສານປະຊາຊົນ ແຂວງວຽງຈັນ ຕັດສິນຈໍາເລີຍ ຈໍານວນ 14 ຄົນ ຍິງ 1 ຄົນ...

ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ

ໃນລະຫວ່າງວັນທີ 31 ສິງຫາ-1 ກັນຍາ 2026 ທີ່ ນະຄອນຫຼວງບິສະເກັກ, ສາທາລະນະລັດ ກຽກກິດສະຖານ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ...

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເລຂາທິການໃຫຍ່ ອົງການຮ່ວມມືຊຽງໄຮ້ ໃນໂອກາດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ບວກຄູ່ຮ່ວມເຈລະຈາ

ໃນຕອນບ່າຍວັນທີ 31 ສິງຫາ 2026 ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ນູຣລານ...