spot_img
HomeມູມໄອທີລາວMasterCard ເປີດຕົວເທກໂນໂລຍີຢືນຢັນຕົວຕົນດ້ວຍເຊລຟີ່

MasterCard ເປີດຕົວເທກໂນໂລຍີຢືນຢັນຕົວຕົນດ້ວຍເຊລຟີ່

Published on

mastercard_selfie_1

MasterCard ເປີດ​ຕົວ​ເທກ​ໂນ​ໂລ​ຍີ​ຢືນຢັນ​ຕົວ​ຕົນ​ດ້ວຍ​ເຊລ​ຟີ່ ສຳລັບ​ການເຮັດ​ການຄ້າຂາຍທາງ​ອອນ​ໄລນ໌​ເທິງສະມາດໂຟນ
ເມື່ອ​ວັນທີ່ 9 ຕຸລາ MasterCard ໄດ້​ເປີດ​ຕົວ​ເທກ​ໂນ​ໂລ​ຍີ​ໃໝ່​ໃນ​ການເຮັດ​ວຽກ​ອອນ​ໄລນ໌​ເທິງສະມາດໂຟນ ສຳລັບ​ຢືນຢັນ​ຕົວ​ຕົນ​ດ້ວຍ​ການ​ຖ່າຍ​ເຊລ​ຟີ່ ຊຶ່ງ​ຈະ​ສະ​ດວກ​ແລະ​ປອດ​ໄພ​ຫລາຍກວ່າ​ການ​ໃຊ້​ລະ​ຫັດ​ຜ່ານ​ຫລື PIN ແບບ​ເກົ່າ ໂດຍ​ເມື່ອ​ຜູ້​ໃຊ້​ເລືອກ​ເຮັດ​ວຽກຜ່ານ​ແອັບ​ພິ​ເຄ​ຊັ່ນ​ທີ່​ເຊື່ອມ​ກັບ​ບັດ​​ເຄ​ດິດ ລະບົບ​ກໍ​ຈະໃຫ້​ຢືນຢັນ​ຕົວ ຊຶ່ງ​ສາມາດ​ເລືອກ​ໄດ້​ວ່າ​ຈະ​ຢືນຢັນ​ຕົວ​ຕົນ​ດ້ວຍ​ກາ​ນສະແກນ​ລາຍ​ນິ້ວ​ມື​ຫລື​ສະ​ແກນ​ໃບ​ໜ້າ (ໃນ​ກໍລະນີ​ທີ່​ສະ​ມາດໂຟນ​ສາມາດ​ສະ​ແກນ​ລາຍ​ນິ້ວ​ມື​ໄດ້) ໂດຍ​ກາ​ນສະ​ແກນ​ໃບ​ໜ້າ​ນັ້ນ​ຈະ​ເປັນ​ການ​ໃຊ້​ກ້ອງ​ໜ້າ​ເຊັ່ນ​ດຽວ​ກັບ​ການ​ຖ່າຍ​ເຊລ​ຟີ່​ທົ່ວ​ໄປ

mastercard_selfie_2
ສຳລັບ​ການເຮັດວຽກງານ​ຂອງ​ລະບົບ​ຢືນຢັນ​ຕົວ​ຕົນ​ດ້ວຍ​ໃບ​ໜ້າ​ນັ້ນ ຜູ້​ໃຊ້​ຈະ​ຕ້ອງຕັ້ງ​ກ້ອງ​ໃຫ້​ໃບ​ໜ້າ​ຢູ່ໃນ​ຂອບ​ວົງມັນ ຈາກ​ນັ້ນ​ໃຫ້​ກະ​ພິບ​ຕາ ໂດຍ​ການ​ກະ​ພິບ​ຕາ​ຈະ​ເປັນ​ການ​ກວດ​ສອບ​ວ່າ​ເປັນ​ໃບ​ໜ້າແທ້ໆ ຫລື ບໍ່ແມ່ນ​ພາບ​ຖ່າຍ​ທີ່​ເອົາ​ມາ​ຕົວະ​ໃຫ້​ລະບົບ​ເຊື່ອ ເມື່ອ​ລະບົບ​ກວດ​ສອບ​ຮຽບຮ້ອຍ​ແລ້ວ​ກໍ​ຈະ​ສາມາດ​ເຮັດ​ວຽກໄດ້​ທັນ​ທີ

mastercard_selfie_3
​ທາງ MasterCard ໄດ້​ລະ​ບຸ​ວ່າ ຈະ​ບໍ່​ມີ​ການ​ຈັດ​ເກັບ​ຂໍ້​ມູນ​ເຊລ​ຟີ່​ຂອງ​ຜູ້​ໃຊ້​ເອົາ​ໄວ້​ເທິງ​ ເຊີບ​ເວີລ໌ ຊຶ່ງ​ຖ້າ​ຫາກ​ ເຊີບ​ເວີລ໌​ຖືກ​ແຮັກ ກໍ​ຈະ​ບໍ່​ສາມາດ​ປອມ​ໃບ​ໜ້າ​ຂອງ​ຜູ້​ໃຊ້​ຂຶ້ນ​ມາ​ໃໝ່​ໄດ້
ຢ່າງໃດ​ກໍ​ຕາມ​ເທກ​ໂນ​ໂລ​ຍີ​ດັ່ງ​ກ່າວ​ກຳ​ລັງ​ຢູ່ໃນ​ລະຫວ່າງ​ການ​ທົດສອບ​ໃນ​ບາງ​ປະເທດ ເຊັ່ນ ເນ​ເທີ​ແລນດ໌ ແລະ​ ສະ​ຫະລັດ​ອະ​ເມ​ຣິກາ ແລະ ​ຄາດ​ວ່າ​ໜ້າ​ຈະ​ໄດ້​ນຳ​ມາ​ໃຊ້​ງານ​ຢ່າງ​ແພ່​ຫລາຍ​ໃນ​ອະນາຄົດ

 

ບົດຄວາມຫຼ້າສຸດ

ປະກາດແຕ່ງຕັ້ງ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ຄົນໃໝ່

ໃນວັນທີ 22 ຕຸລາ 2024 ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດພິທີປະກາດພະນັກງານຂັ້ນສູງພັກຜ່ອນຮັບອູດໜູນບຳນານ ພ້ອມທັງປະກາດແຕ່ງຕັ້ງ, ສັບຊ້ອນພະນັກງານນຳພາ-ຄຸ້ມ ຄອງຂຶ້ນຢ່າງເປັນທາງການ ຢູ່ຫ້ອງປະຊຸມໃຫຍ່ ລັດວິສາ ຫະກິດໄຟຟ້າລາວ...

ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີ ກະຊວງແຮງງານ ມຽນມາ

ໃນວັນທີ 22 ຕຸລາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ...

ຣັດເຊຍ ມອບນໍ້າມັນພືດ 3.400 ແກັດ ແກ່ໂຮງຮຽນທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມ

ລັດຖະບານຣັດເຊຍ ມອບນໍ້າມັນພືດປຸງແຕ່ງອາຫານ ຈໍານວນ 47 ໂຕນ (3.400 ແກັດ, ແຕ່ລະແກັດ ບັນຈຸນ້ຳມັນພືດ 15 ຕຸກ) ໃຫ້ລັດຖະບານລາວ ກໍຄື: ກະຊວງສຶກສາທິການ...

ອັດຕະປື ຍັງມີຄວາມຕ້ອງການແພດ-ໝໍເພິ່ມອີກ 339 ຄົນ

ອີງຕາມການລາຍງານຈາກ ຫົວໜ້າພະແນກສາທາລະນະສຸກແຂວງ ໄດ້ລາຍງານກ່ຽວກັບການຈັດສັນໂຄຕາລັດຖະກອນ ໃນປະຈຸບັນ ທົ່ວແຂວງມີຈໍານວນແພດ-ໝໍທັງໝົດ 514 ຄົນ, ເພື່ອໃຫ້ພຽງພໍ ແລະ ຮອງຮັບການບໍລິການໃຫ້ມີຄຸນນະພາບຕ້ອງບັນຈຸຕື່ມອີກຈໍານວນ 339 ຄົນ. ເຊິ່ງຄວາມຕ້ອງການບັນຈຸໃຫ້ພຽງພໍຕາມຕໍ່າແໜ່ງງານໃນແຕ່ລະຂັ້ນຄື: ພະແນກສາທາລະນະສຸກແຂວງ ມີ...