spot_img
Homeຂ່າວການພັດທະນາໂຄງການສວນສາທາລະນະນ້ຳຫງຳ ເມືອງແປກ ແຂວງຊຽງຂວາງ ຄືບໜ້າ 60%

ໂຄງການສວນສາທາລະນະນ້ຳຫງຳ ເມືອງແປກ ແຂວງຊຽງຂວາງ ຄືບໜ້າ 60%

Published on

131

ຂປລ. ປັດຈຸບັນ ​ໂຄງການ​ສວນສາທາລະນະ​ນໍ້າ​ຫງຳ ​ເມືອງ​ແປກ ​ແຂວງ​ຊຽງ​ຂວາງ ມີ​ຄວາມ​ຄືບ​ໜ້າ 60 ສ່ວນ​ຮ້ອຍ, ພາຍຫລັງ​ໄດ້​ລົງມື​ບຸກ​ເບີກ ​ແລະ ກໍ່ສ້າງ​ມາ​ແຕ່​ປີ 2013 ​ເປັນ​ຕົ້ນ​ມາ, ຄາດ​ວ່າ​ຈະ​ໃຫ້​ສຳ​ເລັດ​ກ່ອນ ​ງານ​ມະຫາ​ກຳ​ກິລາ​ແຫ່ງ​ຊາດ​ ຄັ້ງ​ທີ 11 ​ແຂວງ​ຊຽງຂວາງ​ ຈະ​ເປັນ​ເຈົ້າພາບ​ໃນ​ປີ 2017.

ທ່ານ ​ເກດ​ຕິ​ສັກ ພັກ​ວິ​ເສດ ປະທານ​ບໍລິສັດ ພັດທະນາ​ກໍ່ສ້າງ​ສີ​ບຸນ​ເຮືອງ ຈຳກັດ ຜູ້​ອອກ​ແບບ ຮັບ​ເໝົາ​ກໍ່ສ້າງ ​ເປີ​ຍ​ເຜີຍ​ໃຫ້​ຮູ້​​​ເມື່ອ​ມໍ່ໆ​ມາ​ນີ້ວ່າ: ສວນ​ແຫ່ງ​ນີ້ ມີ​ເນື້ອ​ທີ່​ທັງ​ໝົດ 17,5 ​ເຮັກຕາ ​ໂດຍ​ບໍລິສັດ​ເປັນ​ຜູ້ລົງ​ທຶນກ່ອນ 100% ​ໃນ​ມູນ​ຄ່າ 135 ຕື້​ກີບ ຫລື ​ປະມານ 17 ລ້ານ​ກວ່າ​ໂດ​ລາ, ການ​ກໍ່ສ້າງ​ໄດ້ແບ່ງ​ອອກ​ເປັນ​ແຕ່ລະໜ້າວຽກທີ່​ລະອຽດ​ເປັນ​ຕົ້ນ ​ການກໍ່ສ້າງ​ເສັ້ນທາງ​ອ້ອມ​ຮອບ, ຄູ​ກັນ​ນ້ຳ, ປະຕູ​ເປີດ​-ປິດ​ນ້ຳ, ອ່າງ​ເກັບ​ກັກ​ນ້ຳ, ສວນ​ນ້ຳພຸ, ສວນ​ດອກ​ໄມ້​-ປູກ​ຫຍ້າ, ຫາດ​ຊາຍ, ມີດ​ອກ​ໄຟ​ເຍືອງ​ທາງ, ຫ້ອງການ ​ແລະ ອື່ນໆ ມາ​ຮອດ​ປັດຈຸ​ບັນ​ ​ການກໍ່ສ້າງ​ແມ່ນ​ມີ​ຄວາມ​ຄືບໜ້າປະ​ມານ 60% ຄາດ​ວ່າ​ຈະ​ໃຫ້​ສຳ​ເລັດ​ກ່ອນ​ງານມະຫາ​ກຳ​ກິລາ​ແຫ່ງ​ຊາດ​ຄັ້ງ​ທີ 11.

ພາຍ ​ຫລັງ ​ໂຄງການ​ດັ່ງກ່າວ​ສຳ​ເລັດ ຈະ​ກາຍເປັນ​ສະຖານ​ທີ່​ທີ່​ສວຍ​ງາມ​ທີ່​ສຸດ​ ​ ​ແລະ ບ່ອນ​ທ່ອງທ່ຽວ, ບ່ອນ​ພັກ​ຜ່ອນ ​ອອກກຳລັງ​ກາຍ​ ຂອງ​ພໍ່​ແມ່​ປະຊາຊົນ​ບັນດາ​ເຜົ່າ​ ກໍຄື​ບັນດາ​ນັກ​ທ່ອງ​ທ່ຽວ ທີ່​ເຂົ້າ​ມາ​ຢ້ຽມຢາມ ​ໂດຍ​ສະ​ເພາະ​ແມ່ນ​ເພື່ອ​ຕ້ອນຮັບ​ແຂກ ​ທີ່​ຈະ​ມາ​ຮ່ວມ​ງານ​ມະຫາ​ກຳ​ກິລາ​ແຫ່ງ​ຊາດ ​ຄັ້ງ​ທີ 11 ທີ່ແຂວງ​ຊຽງຂວາງ​ ຈະ​ໄດ້​ຮັບ​ກຽດ​ເປັນ​ເຈົ້າພາບ​ໃນ​ປີ 2017.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...