spot_img
Homeຂ່າວການພັດທະນາ ກະຊວງສາທາລະນະສຸກ ຫາລື​ຄຸ້ມ​ຄອງ​ການ​ບໍລິການ​ຂອງຄລີ​ນິກ ​ແລະ ​ໂຮງໝໍ​ເອກ​ກະ​ຊົນ

ກະຊວງສາທາລະນະສຸກ ຫາລື​ຄຸ້ມ​ຄອງ​ການ​ບໍລິການ​ຂອງຄລີ​ນິກ ​ແລະ ​ໂຮງໝໍ​ເອກ​ກະ​ຊົນ

Published on

clinic

ວັນ​ທີ 9 ຕຸລາ​ນີ້, ຢູ່ກົມ​ປິ່ນປົວ, ກະຊວງ​ສາທາລະນະ​ສຸກ ​ໄດ້​ຈັດ​ກອງ​ປະຊຸ​ມປຶກສາ​ຫາລື​ການ​ຄຸ້ມ​ຄອງ​ການ​ບໍລິການ​ຂອງຄລີ​ນິກ ​ແລະ ​ໂຮງໝໍ​ເອກະ​ຊົນ​ຂຶ້ນ, ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ​ຮອງ​ສາດສະດາຈານ ດຣ. ບຸນ​ກອງ ສີ​ຫາ​ວົງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ສາທາລະນະ​ສຸກ ມີ​ບັນດາ ພາກສ່ວນ​ກ່ຽວຂ້ອງ ​ແລະ ຜູ້​ປະກອບ​ການ​ດ້ານ​ຄລີ​ນິກ​ໃນ​ນະຄອນຫລວງ​ວຽງຈັນ​ເຂົ້າ​ຮ່ວມ.

ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງຄລີນິກ ແລະ ໂຮງໝໍເອກະຊົນ​ໃນ​ໄລຍະ​ຜ່ານ​ມາ, ​ໂດຍ​ສະ​ເພາະ​ວຽກ​ງານ​ການ​ຄຸ້ມ​ຄອງ​ການ​ບໍລິການ​ຂອງຄລິ​ນິກ ​ແລະ ​ໂຮງໝໍ​ເອກ​ກະ​ຊົນ ​ແລະ ວາງ​ທິດ​ທາງ​ແຜນການ​ໃນ​ຕໍ່ໜ້າ, ຢ່າງ​ໃດ​ກໍ​ດີ​ໄລຍະ​ຜ່ານ​ມາ​ພັກ ​ແລະ ລັດຖະບານ​ໄດ້​ເອົາ​ໃຈ​ໃສ່​ເສີມ​ຂະຫຍາຍ​ການ​ລິ​ການ​ປິ່ນປົວ​ສຸຂະພາບ​ໃຫ້​ທົ່ວ​ເຖິງ ​ແລະ ຄຸນ​ນະພາ​ບ, ດັ່ງ​ນັ້ນ ພວກ​ເຮົາ​ຈຳ​ເປັນ​ຕ້ອງ​ໄດ້​ມີ​ການ​ປະສານ​ສົມທົບ​ກັນ​ລະຫວ່າງ​ພາກ​ລັດ ​ແລະ ພາກ​​ເອກະ​ຊົນ ​ເຮັດ​ໃຫ້ການ​ບໍລິການ​ມີ​ຄຸນ​ນະພາ​ບດີ​ຂຶ້ນ ​ແລະ ສາມ​າດຕອບ​ສະໜອງ​ໄດ້​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ສັງຄົມ​ໃນ​ປັດຈຸບັນ. ດັ່ງ​ນັ້ນ ມັນ​ມີ​ຄວາມ​ຈໍາ​ເປັນ​ຢ່າງ​ຍິ່ງ​ທີ່​ຈະ​ຕ້ອງ​ໄດ້​ປັບປຸງ​ພື້ນຖານ​ໂຄງ​ລ່າງ​ດ້ານ​ການ​ບໍລິການ​, ນັບ​ແຕ່​ຂອດ​ການ​ຮັບ​ຕ້ອນ, ການ​ປິ່ນປົວ, ບຸກຄະລາ​ກອນ, ​ເຄື່ອງ​ມື​ເຕັກ​ໂນ​​ໂລ​ຊີ ລວມ​ເຖິງ​ຄ່າ​ບໍລິການ​ຕ່າງໆ ຕ້ອງ​ມີ​ຄຸນ​ນະພາ​ບ ​ແລະ ຢູ່​ໃນ​ຄວາມ​ເໝາະ​ສົມ​ຕາມ​ຫລັກ​ຈັນ​ຍາ​ບັນ, ຈັນຍາທຳ​ຂອງ​ແພດ​ໝໍ.

ທ່ານ​ລັດຖະມົນຕີ​ຊ່ວຍ​ ກ່າວ​ວ່າ: ບັນດາ​ຄລີ​ນິກ ​ແລະ ​ໂຮງໝໍ​ເອກະ​ຊົນ ທີ່​ໄດ້​ຮັບ​ສ້າງ​ຕັ້ງ​ຂຶ້ນ ຕ້ອງ​ດຳ​ເນີນ​ກິດຈະການ​ພາຍ​ໃຕ້​ລະບຽບ​ການ​ຄຸ້ມ​ຄອງ​ຂອງ​ກະຊວງ​ສາທາລະນະ​ສຸກ ​ແລະ ປະຕິບັດ​ແນວທາງ​ທີ່​ກະຊວງ​ສາທາ ລະນະ​ສຸກ​ວາງ​ອອກ​ຢ່າງ​ເຂັ້ມ​ງວດ​ເປັນ​ຕົ້ນ​ ຕ້ອງ​ພັດທະນາ​ຕົນ​ເອງ​ໃຫ້​ມີ​ຄວາມ​ທັນ​ສະ​ໄໝ​ກ້າວໜ້າ, ບໍ່​ແບ່ງ​ແຍກ​ການ​ປິ່ນປົວ​ລະຫວ່າງ​ຜູ້​ທຸກ​ກັບ​ຜູ້​ຮັ່ງ, ບໍ່​ໄຈ້​ແຍກ​ລະຫວ່າງ​ຊົນ​ເຜົ່າ-ສາສະໜາ, ຕ້ອງ​ມີ​ຄວາມ​ຍຸຕິ​ທຳ, ມີ​ຄວາມ​ສະ​ເໝີ​ພາບ​ໂປ່​ງ​ໃສ ​ແລະ ມີ​ຄຸນ​ນະພາ​ບ. ດັ່ງ​ນັ້ນ ກອງ​ປະຊຸມ​ຄັ້ງ​ນີ້ ​ແມ່ນ​ມີ​ຄວາມ​ສຳຄັນ​ຫລາຍ, ​ຊຶ່ງ​ບັນດາ​ຄລີ​ນິກ ​ແລະ ຫ້ອງ​ກວດ​ພະຍາດ​ຈະ​ໄດ້​ເຊື່ອມ​ຊຶມ​ຄືນ​ກົດໝາຍ​ການ​ປິ່ນປົວ ​ແລະ ດຳລັດ​ຕ່າງໆ, ​ເພື່ອ​ຈະ​ນຳ​ໄປ​ປັບປຸງ​ແກ້​ໄຂ​ຂອດ​ການ​ບໍລິການ​ຂອງ​ຕົນ​ໃຫ້​ຖືກຕ້ອງ​ຕາມ​ແນວທາງ​ນະ​ໂຍບາຍ ກໍ​ຄື​ຈັນ​ຍາ​ບັນ​ຂອງ​ແພ​ດໝໍ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...