spot_img
HomeມູມໄອທີລາວPepsi ກຽມເປີດຕົວ Pepsi P1 ສະມາດໂຟນລຸ້ນທຳອິດ 20 ຕຸລານີ້

Pepsi ກຽມເປີດຕົວ Pepsi P1 ສະມາດໂຟນລຸ້ນທຳອິດ 20 ຕຸລານີ້

Published on

images_14446207262

ຖ້າ​ເວົ້າ​ເຖິງ​ຊື່​ຂອງ​ບໍລິສັດ​ນ້ຳ​ດຳ​ຢ່າງ Pepsi ແນ່ນອນ​ວ່າຫລາຍໆທ່ານ​ຈະຄິດ​ເຫັນ​ຂວດ​ນ້ຳ​ອັດ​ລົມ​ກັນ​ຢ່າງ​ແນ່ນອນ ແຕ່​ຫລ້າ​ສຸດ ມີ​ຂ່າວ​ລື​ວ່າ Pepsi ກຽມ​ເປີດ​ຕົວ​ສະມາດ​ໂຟນ​ລຸ້ນ​ທຳອິດ​ຂອງ​ຄ້າຍ ໃນ​ຊື່ Pepsi P1 ໃນ​ໄວ​ໆນີ້

ໂດຍ​ຂໍ້​ມູນ​ຂ່າວ​ລື​ດັ່ງ​ກ່າວ ມາ​ຈາກ​ແຫລ່ງ​ຂ່າວ​ໜຶ່ງ​ໃນ​ປະເທດ​ຈີນ ຊຶ່ງ​ລະ​ບຸ​ວ່າ Pepsi P1 ນັ້ນ ຈະ​ມາ​ພ້ອມ​ກັບ​ໜ້າ​ຈໍ​ຂະໜາດ  5.5 ນິ້ວ ຄວາມ​ລະອຽດ 1080 x 1920 ພິກ​ເຊລ໌, ຊິບ​ເຊັດ  MediaTek MT6592 ແບບ Octa-Core Processor, ໜ່ວຍ​ປະ​ມວນ​ຜົນ​ພາບ ARM Mali-450 MP4 GPU, ຫນ່ວຍ​ຄວາມ​ຈຳ RAM ຂະໜາດ 2 GB, ຫນ່ວຍ​ຄວາມ​ຈຳ​ພາຍ​ໃນ​ຂະໜາດ  16 GB, ກ້ອງ​ດ້ານ​ໜ້າ ຄວາມ​ລະອຽດ  5 ລ້ານ​ພິກ​ເຊລ໌, ກ້ອງ​ດ້ານ​ຫລັງ ຄວາມ​ລະອຽດ13 ລ້ານ​ພິກ​ເຊລ໌, ແບດ​ເຕີ​ຣີ່​ຂະໜາດ  3000 mAh ແລະ​ ມາພ້ອມກັບລະບົບປະຕິບັດການຢ່າງ  Android 5.1 (Lollipop)

ສຳລັບ​ກຳນົດ​ການ​ເປີດ​ຕົວ Pepsi P1 ຄາດ​ວ່າ ເປັນ​ວັນທີ່ 20 ຕຸລາ​ນີ້ ທີ່​ປະເທດ​ຈີນ ຊຶ່ງ​ຈະ​ເປັນ​ແນວໃດນັ້ນຕິດ​ຕາມ​ກັນ​ຕໍ່ໄປ​

images_14446204851

ອ້າງອີງ phonearena.com

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...