Homeຂ່າວພາຍ​ໃນບາເຊໂລນາ ສະໜັບສະໝູນ ເມສຊີ ຕໍ່ສູ້ຄະດີ ທີ່ຖືກກ່າວຫາວ່າ ຫຼົບໝີພາສີໃນແອດສະປາຍ

ບາເຊໂລນາ ສະໜັບສະໝູນ ເມສຊີ ຕໍ່ສູ້ຄະດີ ທີ່ຖືກກ່າວຫາວ່າ ຫຼົບໝີພາສີໃນແອດສະປາຍ

Published on

ສະ¬ໂມ¬ສອນ ບາເຊໂລນາ ທີມມະ¬ຫາເສດ¬ຖີ ແຫ່ງລາລີກາ ແອດສະປາຍ ອອກຖະ¬ແຫຼງ¬ການໃຫ້¬ການສະໝັບສະໝູນ ລີໂອເນລ ເມສຊີ ນັກເຕະກອງໝ້າຈາກອາກຊັງຕິນ ທາງດ້ານການເງີນ ແລະ ກົດ¬ໝາຍຈາກກໍ¬ລະ¬ນີທີ່ ເມສຊີ ແລະ ຮໍເກ ຜູ້ເປັນພໍ່ຖືກກ່າວຫາຫຼົບຫຼີກພາ¬ສີ.

ເມສຊີ ແລະ ພໍ່ຖືກກ່າວຫາຕັ້ງບໍ¬ລິ¬ສັດປອມຢູ່ເບຊິລ ແລະ ອຸຣຸໄກວ ຂື້ນມາເພື່ອຫຼົບຫຼີກພາ¬ສີໃນແອດສະປາຍຈຳ¬ນວນ 4,2 ລ້ານເອີໂຣ ທີ່ ເມສຊີ ໄດ້ຮັບການຂາຍລິຂະສິດດ້ານພາກລັດລະ¬ຫວ່າງປີ 2007-2009 ແລະຕົ້ນເດືອນຕຸ¬ລາ ທີ່ຜ່ານມາທາງດ້ານຄອບ¬ຄົວຂອງ ເມສຊີ ໄດ້ຍື່ນອຸ¬ທອນຕໍ່ສານຂັ້ນຕົ້ນໄປແລ້ວໂດຍລະ¬ບຸວ່າ: ຮໍເກ ເປັນຜູ້ດຳ¬ເນີນທຸ¬ລະກິດພຽງຜູ້ດຽວຂະ¬ນະທີ່ ລິໂອເນລ ບໍ່ມີພວກສ່ວນກ່ຽວ¬ຂ້ອງ ແນວ¬ໃດກໍ່ຕາມຖ້າຫາກມີການຕັດສີນວ່າຜິດແທ້ທັງ 2 ພໍ່ລູກຈະໄດ້ຮັບໂທດຕິດຄຸກ 22 ເດືອນ
ຫຼ້າສຸດ ທາງສະ¬ໂມ¬ສອນບາເຊໂລນາ ໄດ້ອອກຖະ¬ແຫຼງ¬ການສະໝັນສະໝູນ ເມສຊີ ໂດຍລະ¬ບຸວ່າ: ທາງສະ¬ໂມ¬ສອນສະ¬ແດງຄວາມເປັນຫ່ວາງເປັນໄຍ ແລະ ຄວາມເປັນນ້ຳໝຶ່ງໄຈດຽວເຖິງ ເມສຊີ ແລະ ຄອບ¬ຄົວໃນສະ¬ຖາ¬ນະການແບບນີ້.

ek_53f828084179chi-res-461825537-lionel-messi-of-fc-barcelona-leaves-the-vicente_crop_north

ບົດຄວາມຫຼ້າສຸດ

ຈັດກອງປະຊຸມປຶກສາຫາລືເພື່ອແກ້ໄຂບັນຫາສູນປະຕິບັດທໍາ ຫຼັກ 38 ເມືອງປາກງື່ມ ນະຄອນຫຼວງວຽງຈັນ

ໃນຕອນເຊົ້າຂອງວັນທີ 16 ກັນຍາ 2026 ຢູ່ທີ່ຫ້ອງປະຊຸມນ້ອຍ 207 ຂອງສູນກາງແນວລາວສ້າງຊາດ ໄດ້ຈັດ ກອງປະຊຸມປຶກສາຫາລືເພື່ອແກ້ໄຂ ບັນຫາສູນປະຕິບັດທໍາ ຫຼັກ 38 ຕັ້ງຢູ່ບ້ານສ້າງໄຜ່ ເມືອງປາກງື່ມ...

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈໍາເດືອນກັນຍາ 2026 ພິຈາລະນາ 16 ຫົວຂໍ້ສຳຄັນ

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ກັນຍາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ;...

ຈັດກອງປະຊຸມ ຮ່ວມ 4 ພາກສ່ວນຂະບວນຍຸຕິທຳ ສະຫຼຸບຜົນງານ 2 ປີທີ່ຜ່ານມາ

ກະຊວງປ້ອງກັນຄວາມສະຫງົບ ອົງການໄອຍະການປະຊາຊົນສູງສຸດ ສານປະຊາຊົນສູງສຸດ ແລະ ກະຊວງຍຸຕິທໍາ ໄດ້ຈັດກອງປະຊຸມຮ່ວມ 4 ພາກສ່ວນກ່ຽວກັບການດໍາເນີນຄະດີຕາມຂະບວນຍຸຕິທໍາຄັ້ງທີ VIII ໃນວັນທີ 21 ກັນຍາ 2026 ທີ່ສະໂມສອນ...

ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ

ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ໃນຕອນບ່າຍຂອງວັນທີ 21 ກັນຍາ 2026 ທີ່ ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ...