spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ລະທຶກຂວັນ ລົດເມຕຳທ້າຍລົດກະບະ ແລ້ວຍູ້ໄປຕຳກັບລົດບັນທຸກ

ລະທຶກຂວັນ ລົດເມຕຳທ້າຍລົດກະບະ ແລ້ວຍູ້ໄປຕຳກັບລົດບັນທຸກ

Published on

ເວລາ 04:00 ນາທີ ຂອງວັນທີ 10/10/2015 ໄດ້ເກີດອຸບັດຕິເຫດລະທຶກຂວັນ ລົດເມຕຳທ້າຍລົດກະບະແລ້ວຍູ້ໄປຕຳກັບ ລົດບັນທຸກຊ້ຳ

ເຫດເກີດທີ່ ບ້ານດອນໜູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເປັນຊ່ວງເຊົ້າ ເຊິ່ງລົດກະບະຄັນດັ່ງກ່າວ ກຳລັງຈະເດີນທາງໄປຊ້ອມຍ່າງ ເດີນຂະບວນຕ້ອນຮັບວັນຊາດທີ່ໃກ້ຂະມາເຖິງນີ້.

ຜູ້ເຫັນເຫດການທ່ານໜຶ່ງໄດ້ບອກວ່າ ລົດເມ ແລະ ລົດກະບະກຳລັງ ເດີນທາງໂດຍທີ່ລົດເມຈະເດີນທາງໄປ ທີ່ຄິວລົດເມສາຍໃຕ້ ແລະ ລົດກະບະກໍ່ຈະເດີນທາງທີ່ພະທາດຫຼວງ ລົດທັງສອງໄດ້ຂີ່ນຳກົ້ນກັນມາ ໂດຍມີລົດກະບະນຳໜ້າ.

ເມື່ອມາເຖິງທີ່ເກີດເຫດໄດ້ມີລົດບັນທຸກ ຖອຍອອກມາຈາກທາງຮ່ອມ ເຮັດໃຫ້ລົດກະບະຫຼຸດຜ່ອນຄວາມໄວ ແຕ່ຂະນະນັ້ນລົດເມທີ່ຂັບນຳຫຼັງລົດກະບະ (ຍັງບໍ່ຮູ້ສາເຫດ) ໄດ້ມາຕຳເອົາລົດກະບະ ແລ້ວຍູ້ລົດກະບະໄປຕຳເອົາລົດບັນທຸກຊ້ຳ ແລະ ເຫດການນັ້ນກໍ່ເປັນດັ່ງສະພາບທີ່ເຫັນ.

ສ່ວນລາຍລະອຽດອາການບາດເຈັບ ຫຼືເສຍຊີວິດນັ້ນ ຍັງບໍ່ທັນເປັນທີ່ເປີດເຜີຍລະອຽດເທື່ອ ແຕ່ຕາມຜູ້ເຫັນເຫດການເລົ່າວ່າ ໂຊເຟີລົດໂດຍສານໄດ້ຮັບບາດເຈັບ ສາຫັດ.

12079178_1686408098246224_4218527500726215879_n 12079724_1686408141579553_1068166446520295286_n

ບົດຄວາມຫຼ້າສຸດ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ. ໃນວັນທີ 9 ສິງຫາ 2025...

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...