spot_img
Homeມູມໄອທີລາວແຫວກແນວ! Google ຊື້ໂດເມນ Abcdefghijklmnopqrstuvwxyz.com

ແຫວກແນວ! Google ຊື້ໂດເມນ Abcdefghijklmnopqrstuvwxyz.com

Published on

ເຫັນ​ຫົວຂໍ້​ຂ່າວ​ແລ້ວ​ບໍ່​ໄດ້​ຝັນ​ຢູ່ເດີ ເພາະ​ສື່​ໃນ​ຕ່າງ​ປະເທດ​ຕີ​ຂ່າວ​ວ່າ Google ຊື້​ໂດ​ເມນ​ໃໝ່​ທີ່ສຸດ​ແສນ​​ຍາວ​ແລະ​ແຫວກ​ແນວ​ໃນ​ຊື່ Abcdefghijklmnopqrstuvwxyz.com ເພື່ອ​ນຳ​ມາ​ໃຊ້​ກັບ​ບໍລິສັດ​ແມ່ Alphabet

alpha

Google ເຮັດໃຫ້​ຕົວ​ເອງ​ມີ​ຂະໜາດ​ນ້ອຍ​ລົງ ແລ້ວ​ກໍ່​ຕັ້ງ Alphabet ເປັນ​ບໍລິສັດ​ແມ່ ແຕ່​ຫລ້າ​ສຸດ Google ໄດ້​ຊື້​ໂດ​ເມນ​ໃໝ່​ເພື່ອ​ໃຊ້​ເປັນ​ອີກ​ໜຶ່ງ​ເວັບ​ໄຊຕ໌​ຫລັກ​ຂອງ​ບໍລິສັດ Alphabet ໃນ​ຊື່​ສຸດ​ແຫວກ​ແນວ​ນັ້ນ​ຄື Abcdefghijklmnopqrstuvwxyz.com

ການ​ຍື່ນ​ຊື້​ໂດ​ເມນ​ດັ່ງ​ກ່າວ​ກຳ​ລັງ​ລໍ​ຖ້າການ​ປະ​ກາດ​ຢ່າງ​ເປັນ​ທາງ​ການ​ຈາກ Google ແລະ Alphabet ແຕ່​ແນ່ນອນ​ວ່າ​ການ​ເພີ່ມ​ໂດ​ເມນ​ສຳລັບ​ບໍລິສັດ​ແມ່​ອີກ​ໜຶ່ງ​ຊື່ ເພື່ອ​ເປັນ​ການ​ຮອງ​ຮັບ​ໂດ​ເມນ abc.xyz ທີ່​ອາດ​ຖືກລະ​ງັບ​ການ​ໃຊ້ ເນື່ອງ​ຈາກ​ໂດ​ເມນ​ດັ່ງ​ກ່າວ​ເປັນ​ລິກຂະ​ສິດ​ຂອງ​ບໍລິສັດ​ລູກ​ພາຍໃຕ້​ການ​ເບິ່ງແຍງ​ຂອງ​ຄ້າຍ​ລົດ BMW ຊຶ່ງ​​ອາດຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ ຄື​ການ​ທີ່ BMW ຍື່ນ​ຟ້ອງ​ຮ້ອງ​ຕໍ່ Alphabet ຖານ​ລະ​ເມີດ​ສິດ​ການ​ໃຊ້​ໂດ​ເມນ abc.xyz

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)