spot_img
Homeວິທະຍາສາດ-ວິທະຍາການຈີນອາດມີຄົນຕາຍເພາະ "ຢາສູບ" ເຖິງ 2 ລ້ານຄົນໃນປີ 2030

ຈີນອາດມີຄົນຕາຍເພາະ “ຢາສູບ” ເຖິງ 2 ລ້ານຄົນໃນປີ 2030

Published on

558000011731301

ການ​ສູບ​ຢາສູບ​ອາດ​ພາກ​ຊີວິດ​ພົນລະເມືອງ​ຈີນ​ເຖິງ 2 ລ້ານ​ຄົນ​ໃນ​ປີ 2030 ຫລື​ເພີ່ມ​ຂຶ້ນ​ຈາກ​ສະຖິຕິປີ 2010 ປະມານ 1 ເທົ່າ​ ຂະນະ​ທີ່​ອັດຕາ​ການ​ເສຍຊີວິດ​ກ່ອນ​ໄວ​ອັນ​ຄວນ​ໃນ​ຈີນ​ກໍ​ເພີ່ມ​ສູງ​ຂຶ້ນ​ເລື້ອຍ​ໆ ຜົນ​ວິ​ໄຈ​ເຜີຍ​ວັນທີ່ 9 ຕຸລາ ນີ້້ວ່າ
       ງານ​ວິ​ໄຈ​ຫລ້າ​ສຸດ​ຊຶ່ງ​ຕີ​ພິມ​ລົງ​ໃນ​ວາລະ​ສານ​ການ​ແພດ​ແລນ​ເຊັດ ຊີ້​ວ່າ ຊາຍ​ໜຸ່ມ​ຊາວ​ຈີນ​ມີ​ແນວ​ໂນ້ມ​ທີ່​ຈະ​ເສຍຊີວິດ​ຈາກ​ການ​ສູບ​ຢາສູບ​ເກືອບ 1 ໃນ 3 ຂະນະ​ທີ່​ຜູ້ຍິງ​ຈີນ​ສູບ​​ຢາໜ້ອຍ​ກວ່າ ແລະ​ ມີ​ອັດຕາ​ການ​ເສຍຊີວິດ​ຕ່ຳ​ກວ່າ   
       ຊາຍ​ໄວ​ລຸ້ນ​ຈີນ​ປະມານ 2 ໃນ 3 ​ສ່ວນ​ໃຫຍ່​ເລີ່ມ​ສູບ​ກ່ອນ​ອາ​ຍຸ 20 ປີ ຫາກ​ເລີກ​ບໍ່​ໄດ້ ປະຊາກອນ​ປະມານເຄີ່ງ​ໜຶ່ງ​ໃນ​ກຸ່ມ​ນີ້​ຈະ​ຕ້ອງ​ຕາຍ​ເພາະ​ຢາສູບ​ໃນ​ທີ່ສຸດ ເສີນ ເຈີ້ງ​ໝິງ (Zhengming Chen) ຈາກ​ມະຫາ​ວິທະຍາ​ໄລ​ອັອກ​ຟອ​ດ ຊຶ່ງ​ເປັນ​ໜຶ່ງ​ໃນ​ທີມ​ວິ​ໄຈ ລະ​ບຸ
       ຢາສູບຫລາຍກວ່າ 1 ໃນ 3 ຂອງ​ໂລກ​ຖືກ​ສູບ​ໂດຍ​ປະຊາກອນ​ຈີນ ແລະ​ຈີນ​ກໍ​ມີ​ອັດຕາ​ການ​ເສຍຊີວິດ​ຈາກ​ຢາສູບ​ຫລາຍ​ເປັນ​ອັນ​ດັບ 6 ຂອງ​ໂລກ
        “ຜູ້​ເສຍຊີວິດ​ຈາກ​ຢາສູບ​ໃນ​ຈີນ​ຈະ​ເພີ່ມ​ຂຶ້ນ ຈາກ​ສະຖິຕິ 1 ລ້ານ​ຄົນ​ໃນ​ປີ 2010 ກາຍ​ເປັນ 2 ລ້ານ​ຄົນ​ໃນ​ປີ 2030 ແລະ​ ເພີ່ມ​ຂຶ້ນ​ອີກ​ເປັນ 3 ລ້ານ​ຄົນ​ພາຍ​ໃນ​ປີ 2050 ຫາກ​ບໍ່​ມີ​ການ​ອົບຮົມ​ໃຫ້​ປະຊາຊົນ​ເລີກ​ສູບ​ຢາສູບຢ່າງ​ຈິງ​ຈັງ ຜົນ​ວິ​ໄຈ​ລະ​ບຸ
ການ​ເຊີນ​ຊວນ​ໃຫ້​ຄົນ​ເລີກ​ສູບ​ຢາສູບ​ຈະ​ເປັນ​ການຄຸ້ມ​ຄ່າ​ທີ່ສຸດ​ສຳລັບ​ລັດຖະບານ​ຈີນ ໃນ​ການ​ທີ່​ຈະ​ຫລຸດ​ອັດຕາ​ການ​ເສຍຊີວິດ​ກ່ອນ​ໄວ​ອັນ​ຄວນ​ໃນ​ 2-3 ທົດສະ​ວັດ​ໜ້າ
ໃນ​ປີ 2010 ມີ​ຊາຍ​ຊາວ​ຈີນ​ເສຍຊີວິດ​ຈາກ​ຢາສູບ 840,000 ຄົນ ແລະ​ຍິງ​ອີກ 130,000 ຄົນ ຈາກ​ຈຳນວນ​ປະຊາກອນ​ທັງ​ໝົດ 1,400 ລ້ານ​ຄົນ
ຄົນ​ສູບຢາ​ສ່ຽງ​ຕໍ່​ການ​ເສຍຊີວິດ​ກ່ອນ​ໄວ​ອັນ​ຄວນ​ຫລາຍກວ່າ​ຄົົນທີ່​ບໍ່​ສູບ​ 1 ເທົ່າ​ ແລະ​ ຍັງມີ​ສິດ​ປ່ວຍ​ເປັນ​ມະ​ເຮັງ​ປອດ ເສັ້ນ​ເລືອດ​ສະໝອງ​ແຕກ ແລະ ​ຫົວ​ໃຈ​ຢຸດເຕັ້ນ ຫລາຍກວ່າ​ຄົນ​ປົກກະຕິ
ຊາຍ​ຊາວ​ຈີນ​ທີ່​ອາ​ຍຸ​ລະຫວ່າງ 40-79 ປີ​ມີ​ອັດຕາ​ການ​ເສຍຊີວິດ​ຈາກ​ຢາສູບເພີ່ມ​ຂຶ້ນ​ຈາກ 10% ໃນ​ຕົ້ນ​ທົດສະ​ວັດ 1990 ກາຍ​ເປັນ 20% ໃນ​ປັດຈຸບັນ
ງານ​ວິ​ໄຈ​ຊິ້ນ​ນີ້​ສະຫລຸບ​ຈາກ​ຜົນ​ການສຶກສາ​ລະ​ດັບ​ປະເທດ 2 ເທື່ອ ໂດຍ​ເກັບ​ຂໍ້​ມູນ​ຈາກ​ຊາວ​ຈີນ​ທັງ​ໝົດ 730,000 ຄົນ
ເຈບຟຣີ ໂຄ​ແພລນ ແລະ ໄມ​ເຄີນ ອີ​ລິກ​ສັນ ຈາ​ກສະ​ຖາ​ບັນ​ສຸກຂະພາບ​ສາກົນ​ເອ​ມໍ​ລີ​ໃນ​ເມືອງ​ແອດ​ແລນ​ຕາ ຊີ້​ວ່າ​ຈີນ​ບໍ່​ພຽງແຕ່ບໍລິ​ໂພກ​ຢາສູບ​ຫລາຍ​ທີ່ສຸດ ແຕ່​ຍັງ​ເປັນ​ຊາດ​ຜູ້​ປູກ​ແລະ​ຜະລິດ​ຢາ​ສູບ​ລາຍ​ໃຫຍ່​ທີ່ສຸດ​ຂອງ​ໂລກ​ອີກດ້ວຍ
“ຜົນ​ປະກອບ​ການ​ຂອງ​ບໍລິສັດ​ຢາ​ສູບ​ຈີນ (Chinese National Tobacco Corporation) ຄິດ​ເປັນ 7% ຂອງ​ລາຍ​ໄດ້​ຕະຫລອດ​ທັງ​ປີ​ທີ່​ລັດຖະບານ​ກາງ​ໄດ້ຮັບ ແລະຈາກ​ການ​ເກັບ​ພາ​ສີ​ 
ລິ​ຊາດ ເປ​ໂຕ ໜຶ່ງ​ໃນ​ທີມ​ນັກ​ວິ​ໄຈ​ຈາກ​ອັອກ​ຟອ​ດ ຍົກ​ຕົວ​ຢ່າງ​ຫລາຍ​ປະເທດ​ໃນ​ໂລກ​ຕະເວັນ​ຕົກ​ທີ່​ມີ​ອັດຕາ​ການ​ເສຍຊີວິດ​ຈາກ​ຢາສູບຫລຸດລົງ​ຕໍ່​ເນື່ອງ​ຕະຫລອດ 20 ປີ ເນື່ອງ​ຈາກ​ລັດ​ຖະບານໃຊ້​ມາ​ດຕາ​ການ​ຂຶ້ນ​ລາ​ຄາ​ຢາສູບ
ສຳລັບ​ຈີນ ການ​ຂຶ້ນ​ລາ​ຄາ​ຢາສູບ​ອາດ​ຊ່ວຍ​ປ້ອງກັນ​ຊີວິດ​ປະຊາກອນ​ໄດ້​ອີກ​ຫລາຍ​ສິບ​ລ້ານ​ຄົນ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...