spot_img
HomeມູມໄອທີລາວLight's L16 ກ້ອງທີ່ເກັບພາບ ດ້ວຍ 16 ເລນສ໌ພ້ອມກັນ

Light’s L16 ກ້ອງທີ່ເກັບພາບ ດ້ວຍ 16 ເລນສ໌ພ້ອມກັນ

Published on

6968_1510081448086N

ແລ້ວ​ຊີວິດ​ຂອງ​ຄົນ​ຮັກ​ການ​ຖ່າຍ​ພາບ​ກໍ​ຈະ​ງ່າຍ​ຂຶ້ນ​ໄປ​ອີກ​ລະ​ດັບ​ດ້ວຍ​ກ້ອງ  L16 ຈາກ​ທາງ​ທີມ Photography Startup ທີ່​ຊື່​ວ່າ  Light ໂດຍ​ຄວາມ​ພິເສດ​ຂອງ​ຕົວ​ກ້ອງ  L16 ກໍ​ຄື​ການ​ທີ່​ມີ​ເລນສ໌​ສຳລັບ​ຖ່າຍ​ພາບ​ເຖິງ 16 ເລນສ໌​ນຳກັນ​ເທິງ​ຕົວ​ກ້ອງ ແຖມ​ເລນສ໌​ທັງ​ໝົດ​ນີ້​ຍັງ​ເຮັດວຽກ​ພ້ອມ​ກັນ​ໃນ​ການ​ຖ່າຍ​ພາບໆດຽວ​ອີກ​ດ້ວຍ

ຊຶ່ງ​ຈຸດປະສົງ​ການເຮັດວຽກງານ​ພ້ອມໆ ກັນ​ຂອງ​ເລນສ໌​ທັງ 16 ຕົວ​ກໍ​ຄື ການ​ເກັບ​ຂໍ້​ມູນ​ພາບ​ໃນໄລ​ຍະ (Focal Lengths) ທີ່​ຕ່າງ​ກັນ ເກັບ​ໄວ້​ໃນ​ພາບ​ຂະໜາດ 52 ລ້ານ​ພິກ​ເຊລ ເພື່ອ​ໃຫ້​ຜູ້​ໃຊ້​ສາມາດ​ໄປ​ເລືອກ​ຄ່າ​ຄວາມ​ແຈ້ງ​ຕື້ນ/ແຈ້ງ​ເລິກ ໂຟ​ກັດ​ແລະ​ຄ່າ​ຄວາມ​ສະຫວ່າງ​ໄດ້​ໃນ​ພາຍ​ຫລັງ​ນັ້ນ​ເອງ

6968_15100814480759

ກ້ອງ  L16 ມາ​ກັບ​ຂະໜາດ​ທີ່​ເທົ່າ​ກັບ​ສະ​ມາດໂຟນ Nexus 6 ແຕ່​ໜາ​ກວ່າ​ຫລາຍເທົ່າ ແຖມ​ຍັງ​ມາ​ໃນ​ລະບົບ​ປະຕິບັດການ Android ອີກ​ດ້ວຍ ມີ Wi-Fi ໄວ້​ສຳລັບ​ໂອນ​ຖ່າຍ​ຮູບ​ໄປ​ຍັງ​ອຸປະກອນ​ອື່ນໆ ໄລ​ຍະ​ຂອງ​ເລນສ໌​ຢູ່ໃນ​ 35 – 150 mm (ໄລ​ຍະ Normal – Telephoto) ແລະ​ໃຊ້​ຈໍ​ສະແດງ​ຜົນ​ແບບ​ທັດ​ສະ​ກີນ​ຂະໜາດ 5 ນິ້ວ

ຖ້າຫາກ​ໃຜ​ຄິດວ່າ​ຈະ​ຊອກກ້ອງ​ຕົວ​ນີ້​ເປັນ​ລະ​ດັບ​ເລີ່ມ​ຕົ້ນ​ຫລື Entry-level ທີມ​ງານຂໍ​ແນະ​ນຳ​ໃຫ້​ຄິດ​ໃໝ່​ອີກ​ເທື່ອໜື່ງ ເພາະ​ດ້ວຍ​ລາ​ຄາ​ຂອງ​ກ້ອງL16 ນີ້ ບໍ່​ທຳມະດາ​ເລີຍ​ ດ້ວຍ​ລາ​ຄາ​ເຕັມ​ເຖິງ 1,699 ຫລຽນ ທີ່​ຈະ​ເລີ່ມ​ວາງ​ຂາຍ​ໃນ​ປີ 2016 ເກືອບ​ຈະ​ຊື້​ກ້ອງ​ລະ​ດັບ Semi-Pro ໄດ້​ເລີຍ​ ແຕ່​ຖ້າ​ໝູ່ເພື່ອນທີ່​ສົນ​ໃຈ​ຈະ Pro-order ສິນ​ຄ້າ​ທີ່​ເວັບ​ໄຊຕ໌​ຂອງ​ທາງ Light ກ່ອນ ກໍ​ຈະ​ຊື້​ໄດ້​ໃນ​ລາ​ຄາ​ພິເສດ​ພຽງ 1,299 ຫລຽນ​ເທົ່າ​ນັ້ນໄປ​ສັ່ງ​ຊື້​ໄດ້​ທີ່ http://www.light.co/ ກ່ອນ​ວັນທີ່ 6 ພະຈິກນີ້​ເທົ່າ​ນັ້ນ

ບົດຄວາມຫຼ້າສຸດ

ກິນສົ້ມໝູດິບ ອັນຕະລາຍທີ່ສຸດສຳລັບຄົນຖືພາ ອາດຈະເຮັດໃຫ້ລູກໃນທ້ອງບໍ່ສົມບູນ

ຂອງມັກໃຜ? ດັ່ງທີ່ເຮົາຮູ້, ຊີ້ນໝູສົດບໍ່ສາມາດກິນດິບໄດ້ ແຕ່ກໍຍັງມີອາຫານບາງຊະນິດທີ່ນໍາຊີ້ນໝູສົດໄປແປຮູບເປັນອາຫານ ເຊັ່ນ: ສົ້ມໝູ ໂດຍຄົນບາງກຸ່ມ ກໍຍັງມີວິທີການກິນໂດຍບໍ່ໄດ້ຜ່ານການປຸງສຸກ. ສົ້ມໝູແມ່ນອາຫານທີ່ເຮັດຈາກຊີ້ນໝູສົດທີ່ຜ່ານການໝັກດ້ວຍເຂົ້າ, ກະທຽມ ແລະ ເກືອ ເຮັດໃຫ້ມີລົດຊາດສົ້ມ ເຮັດໃຫ້ເກີດຈາກສານເເລັກຕິກ...

ພ້ອມໃຫ້ບໍລິການ 40 ຈຸດທົ່ວປະເທດ! ສະຖານີສາກລົດໄຟຟ້າ BlueDot ຈາກບໍລິສັດ ລາວທານີ ທີ່ມາພ້ອມກັບມາດຕະຖານ ແລະ ຄວາມປອດໄພຂັ້ນສູງ

ສະຖານີສາກລົດໄຟຟ້າ BlueDot ຈາກບໍລິສັດລາວທານີ ທີ່ມາພ້ອມກັບມາດຕະຖານ ແລະ ມີຈຸດສາກລົດຫຼາຍກວ່າ 40 ຈຸດທົ່ວປະເທດ. ໃນຍຸກປັດຈຸບັນ, ການເດີນທາງດ້ວຍລົດຍົນໄຟຟ້າກໍາລັງໄດ້ຮັບຄວາມນິຍົມຫຼາຍຂຶ້ນເລື້ອຍໆ ໃນ ສປປ ລາວ ດັ່ງນັ້ນ, “ສະຖານີສາກລົດໄຟຟ້າ”...

ລາວ-ກູບາ ສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ

ລາວ-ກູບາ ພົບປະສອງຝ່າຍຢ່າງເປັນທາງການ ເພື່ອຕີລາຄາ, ຖອດຖອນບົດຮຽນ, ປຶກສາຫາລືດ້ານຍຸດທະສາດ ແລະ ກໍານົດທິດທາງການຮ່ວມມື ໃຫ້ກ້າວເຂົ້າສູ່ລວງເລິກ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດ. ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ,...

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...