spot_img
Homeຂ່າວການພັດທະນາເລີ່ມລົງມືກໍ່ສ້າງທາງແຕ່ໄຟແດງດົງໂດກຫາໄຟແດງຕານມີໄຊເປັນທາງເບຕົງ

ເລີ່ມລົງມືກໍ່ສ້າງທາງແຕ່ໄຟແດງດົງໂດກຫາໄຟແດງຕານມີໄຊເປັນທາງເບຕົງ

Published on

ທ່ານຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງ ຈັນເດດສົງຄາມ ທໍາມະວົງ ໄດ້ໃຫ້ສໍາພາດໜັງສືພິມລາວພັດທະນາໃນວັນທີ 5 ຕຸລານີ້ວ່າ: ການກໍ່ສ້າງເສັ້ນທາງເບຕົງແຕ່ 4 ແຍກໄຟແດງດົງໂດກຫາ 4 ແຍກໄຟແດງບ້ານຕານມີໄຊໄດ້ເລີ່ມລົງມືແລ້ວເມື່ອທ້າຍອາທິດຜ່ານມາ, ໃນຄວາມຍາວ 2,5 ກິໂລແມັດ, ປູເບຕົງອັດແໜ້ນໜາປະມານ 23 ຊັງຕີແມັດ ແລະ ມີຄວາມກວ້າງ 28 ແມັດ, ໃນມູນຄ່າ 10 ລ້ານໂດລາສະຫະລັດ ຫລື ປະມານ 80 ຕື້ກີບ, ໂດຍນໍາໃຊ້ງົບປະມານຈາກແຫລ່ງທຶນສໍາລັບປັບປຸງພື້ນຖານໂຄງລ່າງໃນນະຄອນຫລວງວຽງຈັນຈໍານວນ 95 ລ້ານໂດລາສະຫະລັດ, ທີ່ກູ້ຢືມຈາກທະນາຄານເອັກຊີມແບງ (EXIM BANK)ສປ ຈີນ ແລະ ຄາດວ່າຈະໃຫ້ສໍາເລັດການກໍ່ສ້າງໃນກາງປີ2016 ນີ້. ປັດຈຸບັນພວມດໍາເນີນການຍົກຍ້າຍເສົາໄຟຟ້າ, ນໍ້າປະປາ ແລະມ້າງສິ່ງກີດຂວາງອອກຈາກແລວເຂດກໍ່ສ້າງໃຫ້ສໍາເລັດໂດຍໄວ.

ທ່ານ ເດດສົງຄາມ ໃຫ້ຮູ້ວ່າ: ເສັ້ນທາງດັ່ງກ່າວແຕ່ເດີມມີຄວາມກວ້າງພຽງ 12 ແມັດ, ເປັນທາງປູຢາງທໍາມະດາ ແລະ ນໍາໃຊ້ມາຫລາຍກວ່າ 10 ປີແລ້ວ ແລະ, ເປັນເສັ້ນທາງສາຍໜຶ່ງມີຄວາມສໍາຄັນຕໍ່ການສັນຈອນຂອງພາ ຫະນະເຂົ້າ-ອອກລະຫວ່າງຊານເມືອງ ແລະ ຕົວເມືອງ, ທັງເປັນເສັ້ນທາງເຊື່ອມຕໍ່ການລໍາລຽງຂົນສົ່ງສີນຄ້າລະຫວ່າງພາກໃຕ້ຫາພາກເໜືອໃນແຕ່ລະວັນ ແລະ ປັດຈຸບັນການສັນຈອນໄປມາບົນເສັ້ນທາງດັ່ງກ່າວແມ່ນມີຄວາມຫຍຸ້ງຍາກຫລາຍ, ຍ້ອນເສັ້ນທາງຊຸດໂຊມເປ່ເພໜັກໜ່ວງ, ມີຫລາຍຍ່ານເປັນຂຸມເລິກເມື່ອມີຝົນຕົກກໍເປັນບວກເປີະເປື້ອນ, ເວລາແດດອອກກໍເປັນຂີ້ຝຸ່ນປິວໄຫງ່ໄປເປັນບໍລິເວນກວ້າງ, ອັນໄດ້ສ້າງຄວາມລໍາບາກໃຫ້ແກ່ການດໍາລົງຊີວິດຂອງຜູ້ອາໄສຢູ່ໃກ້ຄຽງ ແລະ ຜູ້ສັນຈອນໄປມາ, ສະນັ້ນ ຈຶ່ງເຫັນວ່າມີຄວາມຈໍາເປັນຮີບດ່ວນເພື່ອກໍ່ສ້າງເສັ້ນທາງດັ່ງກ່າວໃຫ້ມີມາດ ຕະຖານ ແລະ ສວຍງາມ.

ທີ່ມາ ໜັງສືພິມລາວພັດທະນາ http://laophatthananews.blogspot.com/2015/10/blog-post_81.html

ລພນ

ບົດຄວາມຫຼ້າສຸດ

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...

ສະພາແຫ່ງຊາດ ພິຈາລະນາວຽກງານສໍາຄັນຂອງຊາດ

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX , ໃນວັນທີ 25 ມິຖຸນານີ້ ພາຍໃຕ້ການເປັນປະທານ ຂອງທ່ານ ນາງ ສູນທອນ...

ຊີ້ແຈງຂໍ້ຂ້ອງໃຈຂອງສັງຄົມຕໍ່ການຕັດຕົ້ນໄມ້ຢູ່ຖະໜົນເສດຖາທິຣາດ

ຊີ້ແຈງແລ້ວ ຈາກກໍລະນີທີ່ເຈົ້າໜ້າທີ່ໄດ້ມີການຕັດຕົ້ນໄມ້ ຢູ່ຖະໜົນເສດຖາທິຣາດ ເນື່ອງຈາກມີການກໍ່ສ້າງ ແລະ ຂະຫຍາຍໜ້າທາງ ລວມທັງຮ່ອງລະບາຍນໍ້າຢູ່ຖະໜົນເສດຖາທິຣາດເພື່ອພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງ ການສັນຈອນໄປມາມີຄວາມສະດວກສະບາຍ ຕິດພັນກັບໂຄງ ການພັດທະນາດັ່ງກ່າວ, ທາງໂຄງການຈຶ່ງໄດ້ມີການສຶກສາສຳຫຼວດຕໍ່ຜົນກະທົບຂອງຕົ້ນໄມ້ທີ່ຢູ່ລຽບເສັ້ນທາງຖະໜົນເສດຖາທິຣາດໄປພ້ອມໆກັນ ຊຶ່ງລ້ວນແຕ່ເປັນຕົ້ນໄມ້ທີ່ສູງໃຫຍ່ມີອາຍຸ 100 ປີ. ດັ່ງນັ້ນ,...

2 ຝ່າຍກຽມຢຸດຍິງພ້ອມກັນ ໂດນັລ ທຣຳ ປະກາດ ເຖິງຄວາມຂັດແຍ່ງລະຫວ່າງ ອິດສະຣາແອນ ກັບ ອີຣານ

2 ຝ່າຍກຽມຢຸດຍິງພ້ອມກັນ ໂດນັລ ທຣຳ ປະກາດ ເຖິງຄວາມຂັດແຍ່ງລະຫວ່າງ ອິດສະຣາແອນ ກັບ ອີຣານ ທົ່ວໂລກຍັງຈັບຕາຄວາມຂັດແຍ່ງລະຫວ່າງ ອິດສະຣາແອນ (Israel) ກັບ ອີຣານ (Iran)...