Homeຂ່າວພາຍ​ໃນນັດສຸດທ້າຍໃນການແຂ່ງຂັນຮອບແບ່ງກຸ່ມຂອງທີມຊາດລາວ U-19

ນັດສຸດທ້າຍໃນການແຂ່ງຂັນຮອບແບ່ງກຸ່ມຂອງທີມຊາດລາວ U-19

Published on

ການແຂ່ງຂັນບານເຕະ AFC U-19 Championship qualification ທີ່ລາວເຮົາໄດ້ເຮົາໄດ້ຮັບກຽດເປັນເຈົ້າພາບໃນຮອບແບ່ງກຸ່ມເລີ່ມແຕ່ວັນທີ 2-6 ຕຸລາ 2015​ ນີ້ ໄດ້ເດີນທາງມາຮອດໂຄ້ງສຸດທ້າຍຂອງການແຂ່ງຂັນແລ້ວ,ເຊີ່ງໃນນັດທຳອິດ ທີມຊາດລາວພົບກັບທີມຊາດຢີ່ປຸ່ນ ເສຍໄປ 0-2 ປະຕູ ແລະ ໃນວັນທີ 4 ຕຸລາ 2015 ນັດທີ 2 ຂອງການແຂ່ງຂັນຮອບແບ່ງກຸ່ມ ທີມຊາດລາວເຮົາ ເສຍປະຕູໃຫກັບ ທີມຊາດອົດສະຕາລີ 0-2 ປະຕູ ແລະ ນັດສຸດທ້າຍທີ່ຈະແຂ່ງຂັນໃນມື້ນີ້ວັນທີ 6 ຕຸລາ 2015 ທີມຊາດຢີ່ປຸ່ນ ພົບກັບ ທີມຊາດອົດສະຕາລີ ໃນເວລາ 16:00 ໂມງ, ສ່ວນວ່າທີມຊາດລາວ ພົບກັບ ທີມຊາດຟິລິບປິນ ໃນເວລາ 19:00 ໂມງ ທີ່ສະໜາມກິລາແຫ່ງຊາດຫຼັກ 16 ທັງ 2 ຄູ່ ປີ້ເຂົ້າຊົມລາຄາ 10,000 ກີບສາມາດຊື້ໄດ້ໜ້າທາງເຂົ້າ ສຳລັບໃຜທີ່ບໍ່ສາມາດໄປເຊຍຕິດຂອບສະໜາມໄດ້ແມ່ນສາມາດເບີ່ງຜ່ານໂທລະພາບແຫ່ງຊາດລາວຊ່ອງ 3​

12105753_1647008562183329_8373753789979725594_n

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...