spot_img
Homeປະຊາສຳພັນອຸຕຸເຕືອນໃນໄລຍະ 1-3 ວັນຕໍ່ໜ້າ ຝົນຍັງຈະສືບຕໍ່ຕົກ!

ອຸຕຸເຕືອນໃນໄລຍະ 1-3 ວັນຕໍ່ໜ້າ ຝົນຍັງຈະສືບຕໍ່ຕົກ!

Published on

rain_cloud

ຂປລ. ກ​ົມອຸຕຸນິຍົມ ​ແລະ ອຸ​ທົກ​ກະສາ​ດ, ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ​ ໄດ້​​ເຕືອນສະພາບ​ຝົນ​ຍັງຈະ​ສືບ​ຕໍ່​ຕົກ ​ໃນ​ລະດັບ​ຄ່ອຍ​ຫາ​ປານ​ກາງ ຢູ່​ບາງ​ທ້ອງ​ຖິ່ນ​ທາງ​ດ້ານ​ຕາ​ເວັນ​ອອກ ​ແຂວງ​ພາກ​ກາງຫາພາກ​ເໜືອ ​ໃນ​ໄລຍະ 1-3 ວັນ​ຕໍ່ໜ້າ ດັ່ງ​ນັ້ນ ຈຶ່ງ​ຂໍ​ແຈ້ງ​ເຕືອນ​ເຖິງ​ ອຳນາດການ​ປົກຄອງ ​ແລະ ພໍ່​ແມ່ ປະຊາຊົນ ທີ່​ອາ​ໃສ​ໃນ​ເຂດ​ແຂວງ ​ດັ່ງກ່າວ ຈົ່ງ​ມີ​ສະຕິ​ລະ​ວັງຕໍ່​ສະພາບ​ຝົນຕົກ ​ເຊິ່ງຈະ​ເປັນ​ອຸປະສັກ​ໃນ​ການ​ເດີນ ທາງ, ​ພ້ອມ​ໃຫ້​ຕິດຕາມ ​ຂ່າວ​ພະຍາກ​ອນອາກາດ ຈາກ​ກົມ​ອຸຕຸ​ນິຍົມ ​ແລະ ອຸ​ທົກ​ກະສາ​ດ​ເປັນ​ປະຈຳ.

ສຳລັບສະພາບ ​ອາກາດ​ໃນ​ວັນ​ທີ 6-8 ຕຸລາ 2015 ນີ້ ຮ່ອງ​ຄວາມ​ກົດ​ດັນ​ອາກາດ​ຕ່ຳ ​ໄດ້​ພາດ​ຜ່ານ​ເຂດ​ ພາກ​ກາງຂອງ​ປະ​ເທດລາວ ປ່ອງ​ເຂົ້າ​ໃສ່​ລົ​ມພະຍຸ ດິ ​ເປຣຊັນ ມູຈິ​ແກ ( MUJIGAE ) ຫົວທີ 22 ​ເຊິ່ງ ​ເວລາ 7 ​ໂມງ​ເຊົ້າ​ຂອງ​ວັນ​ທີ 5 ທີ່​ຜ່ານ​ມາ ມີ​ສູນ​ກາງ​ຢູ່​ເສັ້ນ​ຂະໜານທີ 23.0 ອົງສາ​ເໜືອ ​ແລະ ​ເສັ້ນ​ແວງ​ທີ 108.0 ອົງສາ​ຕາ​ເວັນ​ອອກ ພວມ​ເຄື່ອນ​ທີ່​ໄປ​ທາງ​ ທິດຕາ​ເວັນ-ຕົກ​ສ່ຽງ​ເໜືອ ດ້ວຍ​ຄວາມ​ໄວ 20 ກິ​ໂລ​​ແມັດ​ຕໍ່​ຊົ່ວ​ໂມງ. ​ເຊິ່ງລັກ ສະນະ​ເຊັ່ນ​ນີ້ ຍັງ​ຈະ​ເຮັດ​ໃຫ້​ຝົນຕົກ ​ໃນ​ລະດັບ​ຄ່ອຍ​ຢູ່​ເກືອບ​ທົ່ວ​ໄປ ​ແລະ ຕົກ​ປານ​ກາງ​ ຢູ່​ບາງ​ທ້ອງ​ຖິ່ນ ​ເຂດ​ພາກ​ກາງ ຫາ​ພາກ​ໃຕ້.

ນະຄອນຫລວງ​ວຽງຈັນ: ມີ​ເມກ​ປົກ​ຫຸ້ມ​ເປັນ​ສ່ວນ​ຫລາຍ ຍັງ​ຈະ​ມີ​ຝົນຕົກ​ຟ້າ​ຄະນອງ ​ໃນ​ລະດັບ​ຄ່ອຍ​ຕື່​ມ ອີກ ​ແລະ ຕົກ​ປານ​ກາງ​ຢູ່​ບາງບໍລິ​ເວນ, ອຸນຫະພູມ​ຕ່ຳ​ສຸດ 24 ອົງສາ, ສູງ​ສຸດ  32-33 ອົງສາ , ​ໃນ​ວັນ​ທີ 6 ຕຸລາ  ຈະ​ມີ​ຝົນຕົກ ກະ​ແຈກ​ກະ​ຈາ​ຍບາງ​ບ່ອນ, ວັນ​ທີ 7 ຕຸລາ ຈະ​ມີ​ຝົນຝອຍ​ບາງ​ບໍລິ​ເວນ, ສ່ວນ​ວັນ​ທີ 8 ຕຸລາ ຈະ​ມີ​ຝົນ ຕົກກະ​ແຈກ​ກະ​ຈາ​ຍ​ບາງ​ເນື້ອ​ທີ.

ແຂວງ ​ສະຫວັນ​ນະ​ເຂດ ​ແລະ ຄ່ຳ​ມ່ວນ: ມີ​ເມ​ກປົກ​ຫຸ້ມ​ເປັນ​ສ່ວນ​ຫລາຍ, ຍັງ​ຈະ​ມີ​ຝົນຕົກ ​ໃນ​ລະດັບ​ຄ່ອຍ ​ເປັນບໍລິ​ເວນ​ກວ້າງ ອຸນຫະພູມ​ຕ່ຳ​ສຸດ 24-25 ອົງສາ, ສູງ​ສຸດ 32-33 ອົງສາ​, ໃນ​ວັນ​ທີ 6-7 ຕຸລາ ຈະ​ມີຝົນຝອຍ​ຕົກ ກະ​ແຈກ​ກະຈາຍ ​ເປັນ​ບໍລິ​ເວນ​ກວ້າງ, ​ສ່ວນວັນ​ທີ 8 ຕຸລາ ຈະ​ມີ​ເມກ​ປົກ​ຫຸ້ມ​ບາງ​ເນື້ອ​ທີ.

ແຂວງ​ຜົ້ງ​ສາລີ ​ແລະ ຊຽງ​ຂວາງ: ມີ​ເມກ​ປົກ​ຄຸມ​ເປັນ​ບາ​ງສ່ວນ, ຈະ​ມີ​ຝົນຕົກ​ຟ້າ​ຄະນອງ​ ໃນ ​ລະດັບ​ຄ່ອຍ​ຢູ່​ເກືອ​ບທົ່ວ​ປະ​ເທດ, ອຸນຫະພູມ​ຕ່ຳ​ສຸດ 18-19 ອົງສາ, ສູງ​ສຸດ 26-27 ອົງສາ ​ໃນ​ວັນ​ທີ 6 ຕຸລາ​ ຈະມີຝົນ​ຝອຍ​ຕົກບາງ​ພື້ນ​ທີ່​, ​ໃນ​ວັນ​ທີ 7 ຈະ​ມີໝອກປົກ​ຫຸ້ມ ​ໂດຍ​ສະ​ເພາະ​ໃນ​ຕອນ​ເຊົ້າ, ສ່ວນ​ໃນ​ວັນ​ທີ 8 ຕຸລາ ຈະ​ມີຝົນຝອຍຕົກ​ຢູ່​ທົ່ວ​ໄປ.

ແຂວງ ​ຫລວງ​ນ້ຳ​ທ່າ: ​ມີ​ເມກ​ປົກ​ຫຸ້ມ​ເປັນ​ບາງ​ສ່ວນ, ຝົນ​ຕົກ​ຢູ່​ເກືອ​ບທົ່ວ​ໄປ ​ອຸນຫະພູມ​ຕ່ຳ​ສຸດ 21 ອົງສາ, ສູງ​ສຸດ 30-32 ອົງສາ ​ຕະຫລອດ​ທັງ 3 ວັນ ຈະ​ມີ​ຝົນຝອຍ​ຕົກ​ເປັນ​ບໍລິ​ເວນ​ກວ້າງ.

ແຂວງ​ຫລວງ​ພະ​ບາງ, ​ໄຊ​ຍະ​ບູລີ: ອຸນຫະພູມ​ຕ່ຳ​ສຸດ 23 ອົງສາ, ສູງ​ສຸດ 32-34 ອົງສາ ​ໃນ​ວັນ​ທີ 6 ຕຸລາ  ຈະ​ມີ​ຝົນຕົກກະ​ແຈກ​ກະ​ຈາ​ຍບາງ​ບ່ອນ, ວັນ​ທີ 7 ຕຸລາ ຈະ​ມີ​ຝົນຝອຍ​ບາງ​ບໍລິ​ເວນ, ສ່ວນ​ວັນ​ທີ 8 ຕຸລາ  ຈະ​ມີ​ຝົນຝ​ົກກະ​ແຈກ​ກະ​ຈາ​ຍ​ບາງ​ເນື້ອ​ທີ.

ແຂວງ​ຈຳປາ​ສັກ: ອຸນຫະພູມ​ຕ່ຳ​ສຸດ 24-25 ອົງສາ, ສູງ​ສຸດ 32-34 ​ໃນ​ວັນ​ທີ 6 ຕຸລາ ຈະ​ມີ​ຝົນຝອຍ​ຕົກ​ເປັນ​ບາງ​ສ່ວນ, ​ໃນ​ວັນ​ທີ 7 ຕຸລາ  ຈະ​ມີ ຝົນຝອຍ​ເປັນ​ບາງສ່ວນ, ​ວັນ​ທີ 8 ຕຸລາ ຈະ​ມີ​ເມກ​ປົກ​ຫຸ້ມ ​ເປັນ​ສ່ວນ​ຫລາຍ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...