spot_img
Homeຂ່າວພາຍ​ໃນນັດທີ 2 ຂອງທີມຊາດລາວ U-19 ພົບກັບທີມຊາດອົດສະຕາລີ

ນັດທີ 2 ຂອງທີມຊາດລາວ U-19 ພົບກັບທີມຊາດອົດສະຕາລີ

Published on

ໃນການແຂ່ງຂັນບານເຕະ U-19 ຊີງແຊ້ມອາຊີ ທີ່ລາວເຮົາໄດ້ຮັບກຽດເປັນເຈົ້າພາບໃນຮອບແບ່ງກຸ່ມຕັ້ງແຕ່ວັນທີ 2​-6 ຕຸລາ 2015 ນີ້, ທີມຊາດລາວເຮົາຢູ່ໃນກຸ່ມ J ມີ : ທີມຊາດລາວ, ທີມຊາດຢີ່ປຸ່ນ, ທີມຊາດອົດສະຕາລີ, ທີມຊາດຟິລິບປິນ ແລະ ຈະເລີ່ມແຂ່ງຂັນໃນວັນທີ 2 ຕຸລາ 2015 ລົງແຂ່ງຂັນ 2 ຄູ່, ໃນເວລາ 16:00 ໂມງ ທີມຊາດອົດສະຕາລີ ພົບກັບ ທີມຊາດຟິລິບປິນ ຜົນປະກົດ ອົດສະຕາລີເອົາຊະນະຟິລິບປິນໄປໄດ້ 6-0 ປະຕູ ສ່ວນວ່າໃນເວລາ 19:00 ໂມງ ທີມຊາດລາວ ພົບກັບ ທີມຊາດຢີ່ປຸ່ນຜົນປະກົດ ຢີ່ປຸ່ນເອົາຊະນະລາວວໄປໄດ້ 2-0 ປະຕູ
ເຖິງຢ່າງໃດກໍ່ຕາມນີ້ກໍ່ເປັນນິມິດໝາຍອັນດີທີ່ຈະພັດທະນາທີມຊາດລາວໃຫ້ທຽບເທົ່າກັບທີມຊາດໃນອາຊີກໍ່ຄືອາຊຽນ ແລະ ໃນມື້ນີ້ວັນທີ 4 ຕຸລາ 2015 ນັດທີ 2 ຂອງການແຂ່ງຂັນຮອບແບ່ງກຸ່ມ ໃນເວລາ 16:00 ໂມງ ທີມຊາດຢີ່ປຸ່ນ ຈະພົບກັບ ທີມຊາດ ຟິລິບປິນ, ໃນເວລາ 19:00​ໂມງ ທີມຊາດອົດສະຕາລີ ຈະພົບກັບ ທີມຊາດລາວ ຢູ່ທີ່ສະໜາມກິລາແຫ່ງຊາດຫຼັກ 16 ທັງ 2 ຄູ່ ລາຄາປີ້ເຂົ້າຊົມແມ່ນພຽງແຕ່ 10,000 ກີບ ແລະ ຍັງສາມາດຊົມຖ່າຍທອດສົດຜ່ານທາງໂທລະພາບແຫ່ງຊາດລາວຊ່ອງ 3​

12079099_1646819008868951_3683495987359422369_n

ບົດຄວາມຫຼ້າສຸດ

ພາກເໜືອ-ກາງ ກຽມຮັບມືກັບຝົນຕົກໃນໄລຍະວັນທີ 12 ຫາ 17 ເມສາ 2025

ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຫມາກເຫັບຕົກ ແລະ ລົມພັດແຮງ ໃນໄລະຍະວັນທີ 12 ຫາ 17 ເມສາ 2025 ຄວາມກົດດັນສູງອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ເຂດພາກເຫນືອ ແລະ ພາກກາງ...

ໃນປີ 2024 ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ

ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ ໃນປີ 2024 ຄະນະກວດກາພັກ,ອົງການກວດກາລັດ ແຂວງໄຊສົມບູນ ຈັດກອງປະຊຸມ ສະຫຼຸບຕີລາຄາວຽກງານກວດກາທົ່ວແຂວງໄຊສົມບູນ ປະຈຳປີ...

ກອງທັບປະຊາຊົນລາວ ສິ້ນສຸດພາລະກິດ ຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ

ກອງທັບປະຊາຊົນລາວ ສໍາເລັດການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ ໃນວັນທີ 8 ເມສາ ຜ່ານມາ ຄະນະປະຕິບັດງານຊ່ວຍເຫຼືອຜູ້ປະສົບແຜ່ນດິນໄຫວຂອງກອງທັບປະຊາຊົນລາວ ນຳໂດຍສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ,...

ຕົກກາງທະເລ! ເຮລິຄອບເຕີແພດຍີ່ປຸ່ນຕົກທະເລ ຂະນະຂົນສົ່ງຜູ້ປ່ວຍໄປໂຮງໝໍ

ເຮລິຄອບເຕີແພດຂອງຍີ່ປຸ່ນເກີດເຫດຕົກກາງທະເລ ຂະນະກຳລັງຂົນສົ່ງຜູ້ປ່ວຍໄປໂຮງໝໍ ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ. ສຳນັກຂ່າວຕ່າງປະເທດລາຍງານ ເຫດເຮລິຄອບເຕີແພດຍີ່ປຸ່ນລຳໜຶ່ງຕົກກາງທະເລ ຂະນະກຳລັງຮັບ-ສົ່ງຜູ້ປ່ວຍ 1 ຄົນໄປໂຮງໝໍ ໂດຍເດີນທາງຈາກສະໜາມບິນສຶຊິມະ ໃນຈັງຫວັດນາງາຊາກິ ໄປໂຮງໝໍໃນເມືອງຟຸຄຸໂອກະ ເມື່ອວັນທີ 6...