spot_img
Homeມູມໄອທີລາວແກ້ໄຂດ່ວນ!! iPhone 6s ປຸ່ມ Home ຮ້ອນ, 3D Touch ບໍ່ເຮັດວຽກ, ລຳໂພງສຽງດັງ

ແກ້ໄຂດ່ວນ!! iPhone 6s ປຸ່ມ Home ຮ້ອນ, 3D Touch ບໍ່ເຮັດວຽກ, ລຳໂພງສຽງດັງ

Published on

quick-action-700x360

ຫລັງ​ຈາກ​ທີ​ເປີດ​ຕົວ​ໄປ​ເມື່ອ​ໄວໆ​ນີ້ ກໍ​ມີ feedback ໃນ​ເລື່ອງ​ທີ່​ບໍ່​ດີ​ປານໃດ​ເມື່ອ ຜູ້​ໃຊ້​ງານ  iPhone 6s ບາງ​ລາຍ ໄດ້​ເຂົ້າໄປ​ແຈ້ງ​ບັນຫາ​ຜ່ານ​ທາງ Apple support forums ເຊິ່ງ​ລະ​ບຸ​ວ່າ ປຸ່ມ Home ນັ້ນ ມີ​ອາການ​ຮ້ອນ​ຫລາຍທັງໆທີ່​ຍັງ​ບໍ່​ໄດ້​ເປີດ​ເຄື່ອງ ໃນ​ຂະນະ​ທີ່​ບາງ​ລາຍ​ເຜີຍ​ວ່າ iPhone ປິດ​ເຄື່ອງ​ເອງ​ເມື່ອ​ແບດ​ເຕີ​ຣີ່​ເຫລືອ​ໜ້ອຍ ແຖມ​ກວ່າ​ຈະ​ເປີດ​​ເຄື່ອງ​ຕິດ​ກໍ​ໃຊ້​ເວລາ​ດົນ​ພໍ​ສົມຄວນອີກ​ດ້ວຍ

button-is-really-hot

ບໍ່​ພຽງ​ເທົ່າ​ນັ້ນ ບາງ​ລາຍ​ຍັງ​ພົບ​ບັນຫາ ສຽງ​ການ​ແຈ້ງ​ເຕືອນ ດັງ​ເກີນ​ໄປ ເຊີ່ງ​ຄາດ​ວ່າ ໜ້າ​ຈະ​ມີ​ບັນຫາ​ທີ່​ລຳ​ໂພງ ສ່ວນ​ບາງ​ລາຍ​ພົບ​ບັນຫາ 3D Touch ບໍ່​ເຮັດວຽກ ເປີດ​ລິ້ງເທິງ Safari ບໍ່​ໄດ້ ແຕ່​ກໍ່ເປັນ​ທີ່​ໜ້າ​ຍິນ​ດີ​ທີ່ ບໍ່​ມີ​ກະ​ແສ Bendgate ຫຼື ​ຕົວ​ເຄື່ອງ​ງໍ ສຳລັບ iPhone 6s ອີກ​ຕໍ່ໄປ ແຕ່​ສຸດ​ທ້າຍ ກໍ​ຍັງມີ​ຂໍ້​ຜິດພາດຢູ່​ດີ

touchid21

ງານ​ນີ້​​ຕ້ອງ​ລໍ​ຖ້າໃຫ້ Apple ອອກ​ມາ​ຊີ້​ແຈງ​ໃນ​ເລື່ອງ​ດັ່ງ​ກ່າວ ຫຼື ຈະ​ມີ​ການເກັບ​ຄື​ນ iPhone 6s ລັອດ​ທຳອິດ​ນີ້​ ຫຼື ​ບໍ່ ຄົງ​ຕ້ອງ​ລໍຖ້າ​ຕິດ​ຕາມ​ກັນ​ຕໍ່ໄປ​ເດີ

ບົດຄວາມຫຼ້າສຸດ

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...