spot_img
Homeມູມໄອທີລາວເຕືອນໄພ! ພົບຂໍ້ຜິດພາດໃນໂປຣແກຣມ WinRAR ເວີລ໌ຊັ່ນ 5.21

ເຕືອນໄພ! ພົບຂໍ້ຜິດພາດໃນໂປຣແກຣມ WinRAR ເວີລ໌ຊັ່ນ 5.21

Published on

WinRAR_1

ເຕືອນ​ໄພ! ພົບ​ຂໍ້ຜິດພາດ​ໃນ​ໂປ​ຣແກຣມ WinRAR ເວີລ໌​ຊັ່ນ 5.21 ສ່ຽງ​ຕໍ່ການຖືກ​ລັກ​ຂໍ້​ມູນ ກະທົບ​ຜູ້​ໃຊ້ຫລາຍ​ກວ່າ 500 ລ້ານ​ຄົນ
ເມື່ອ​ວັນທີ່ 30 ກັນຍາ ເວັບ​ໄຊຕ໌ net-security.org ໄດ້​ລາຍ​ງານ​ວ່າ ພົບ​ຂໍ້ຜິດພາດ​ຂອງ​ໂປຣແກຣມ  WinRAR ເວີລ໌​ຊັ່ນ 5.21 ເຊີ່ງ​ເປັນ​ໂປ​ຣແກຣມ​ທີ່​ມີ​ຄົນ​ໃຊ້​ງານ​ກວ່າ 500 ລ້ານ​ຄົນ​ທົ່ວ​ໂລກ ໂດຍ​ຂໍ້ຜິດພາດ​ດັ່ງ​ກ່າວ​ເຮັດໃຫ້​ແຮັກ​ເກີ​ສາມາດ​ຂຽນ​ຄຳ​ສັ່ງ​ສ້າງ​ໄຟລ໌. SFX ເຂົ້າ​ໄປ​ໃນ​ໄຟລ໌​ບີບ​ອັດ. RAR ສົ່ງ​ຜົນ​ໃຫ້​ຜູ້​ທີ່​ຫລົງ​ຄລິກ​ເປີດ​ໄຟລ໌​ດັ່ງ​ກ່າວ​ເປັນ​ການ​ເປີດ​ການ​ເຊື່ອມ​ຕໍ່​ແບບ Remote ໃຫ້​ຄອມພິວເຕີ​ຂອງ​ແຮັກ​ເກີ​ສາມາດ​ເຂົ້າ​ມາ​ລັກ​ຂໍ້​ມູນ​ໄດ້​ທັນ​ທີ

WinRAR_2 WinRAR_3

ນອກນີ້​ສຳລັບ​ຜູ້​ທີ່​ໃຊ້​ງານ​ໂປ​ຣແກຣມ  WinRAR ສາມາດ​ປ້ອງ​ກັນ​ເບື້ອງ​ຕົ້ນ​ໄດ້​ດ້ວຍ​ການ​ບໍ່​ເປີດ​ໄຟລ໌. SFX ຫຼື ດາວ​ໂຫລດ​ໄຟລ໌. RAR ຈາກ​ເວັບ​ໄຊຕ໌​ທີ່​ບໍ່​ໜ້າ​ໄວ້​ໃຈ ລວມ​ທັງ​ອັບ​ເດດ​ໂປ​ຣແກຣມ WinRAR ເປັນ​ເວີລ໌​ຊັ່ນ​ໃໝ່​ຫລ້າ​ສຸດ​ທັນ​ທີ​ຫາກ​ຜູ້​ພັດທະນາ​ທຳການ​ແກ້​ໄຂ​ຂໍຜິດພາດນີ້ແລ້ວ ຫຼື ​ອາດ​ປ່ຽນ​ໄປ​ໃຊ້​ໂປຣ​ແກຣມ​ອື່ນ​ກໍ​ໄດ້​ເຊັ່ນ​ກັນ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...