Homeປ່ອງຢ້ຽມດວງດາວດາວຫລາຍດວງໃນຈັກກະວານ ກໍມີ ‘ມະຫາສະໝຸດ’

ດາວຫລາຍດວງໃນຈັກກະວານ ກໍມີ ‘ມະຫາສະໝຸດ’

Published on

‘mashable’ ເຜີຍ​ມີ​ດວງ​ດາວ ແລະ ດວງຈັນ ໃນ​ລະບົບ​ສຸ​ລິ​ຍະ​ອີກ​ຫລາຍ​ດວງ ທີ່​ມີ​ແຫລ່ງ​ນ້ຳ​ຄ້າຍ​ກັບ ‘ດາວ​ອັງ​ຄານ’

europa

ຫລັງ​ຈາກ​ມີ​ການ​ເປີດ​ເຜີຍ​ໂດຍ​ອົງການ​ບໍລິຫານ​ການ​ບິນ​ ແລະ ​ອາວະ​ກາດ​ແຫ່ງ​ຊາດ ຫລື ນາ​ຊ່າ ອອກ​ມາ​ເປີດ​ເຜີຍ​ວ່າ​ມີ​ການ​ຄົ້ນ​ພົບ​ແຫລ່ງ​ນ້ຳ​ເທິງ​ດາວ​ອັງ​ຄານ ຫລື ‘ດາວ​ເຄາະ​ສີ​ແດງ’ ແລະ ​ແນ່ນອນ​ວ່າ ທີ່​ໃດ​ມີ​ນ້ຳ ບ່ອນນັ້ນ​ກໍ​ອາດຈະ​ມີສິ່ງ​ມີ​ຊີວິດອາໄສ​ຢູ່​ໄດ້ ເນື່ອງ​ຈາກ ນ້ຳ​ເປັນ​ອົງ​ປະກອບ ​ແລະ​ ພະລັງ​ງານ​ທີ່​ຈຳ​ເປັນ​ໃນ​ການສ້າງ​ພະລັງ​ງານ ​ແລະ​ ການ​ດຳ​ລົງ​ຊີວິດ

ແຕ່​ວ່າ​ການ​ພົບ​ນ້ຳ​ໄຫລ​ເທິງ​ດາວ​ອັງ​ຄານ ເຮັດໃຫ້​ມີ​ຜູ້​ປຽບທຽບ​ກັບ​ການ​ໄຫລ​ຂອງ​ນ້ຳ​ເທິງ​ໂລກ ລວມ​ໄປ​ເຖິງ​ດາວ​ດວງ​ອື່ນໆ ໃນ​ລະ​ບົບ​ສຸ​ລິ​ຍະ ຊຶ່ງ​ນອກ​ຈາກ​ນ້ຳ​ທີ່​ໄຫລ​ວຽນ​ເທິງ​ພື້ນ​ຜິວ​ແລ້ວ ຍັງມີ​ດິນ​ທີ່​ຊຸ່ມ​ນ້ຳ ປະ​ປົນ​ຢູ່​ເທິງ​ພື້ນ​ຜິວ​ຂອງ​ດາວ​ອັງ​ຄານອີກ​ດ້ວຍ

ນອກນີ້ ຍັງມີ​ດາວ​ດວງ​ອື່ນໆ ມີ​ນ້ຳ​ຫລາຍກວ່າ ‘ດາວ​ອັງ​ຄານ’ ເຊິ່ງ​ເວັບ​ໄຊຕ໌  mashable ໄດ້​ມີ​ການ​ລວມ​ເອົາ​ດວງ​ດາວ​ໃນ​ລະບົບ​ສຸ​ລິ​ຍະ ທີ່​ໄດ້ຮັບ​ການ​ສຳ​ຫລວດ ພິສູດ ລວມ​ເຖິງ​ຄາດ​ເດົາ ວ່າ​ອາດ​ມີ​ແຫລ່ງ​ນ້ຳ ​ຄ້າຍຄື​ກັບ​ດາວ​ອັງ​ຄານ​ເອົາ​ໄວ້​ຢ່າງ​ໜ້າ​ສົນ​ໃຈ

Enceladus

cassini-enceladus
ຍານCassini ຈັບ​ພາບ​ດວງຈັນ​ເອນ​ເຊ​ລາ​ດັສ

ພາບ​ຈາກ : ນາ​ຊ່າ/ JPL-Caltech/Space Science Institute

‘ດວງຈັນ​ເອນ​ເຊ​ລາ​ດັສ’ ມະຫາ​ສະໝຸດ​ທີ່​ປົກ​ຄຸມ​ໄປ​ດ້ວຍ​ເປືອກ​ນ້ຳ​ແຂງ

ປີ​ກ່ອນ ຍານ Cassini ໜຶ່ງ​ໃນ​ຍານ​ສຳ​ຫລວດ​ລະບົບ​ສຸ​ລິ​ຍະ​ຈາກ​ນາ​ຊ່າ ດວງຈັນ​ເອນ​ເຊ​ລາ​ດັສ ເປັນ​ດວງຈັນ​ທີ່​ມີ​ມະຫາ​ໝຸດ​ຂະໜາດ​ໃຫຍ່ ຢູ່​ລຸ່ມ​ເປືອກ​ນ້ຳ​ກ້ອນ​ຍາວ ລວມ​ເຖິງ​ມີ​ຮອຍ​ແຕກ​ແຍກ ບໍລິເວນ​ທາງໃຕ້​ຂອງ​ດວງຈັນ ແລະ ​ມີ​ຂໍ້​ສົງ​ໄສ​ກ່ຽວກັບ​ສິ່ງ​ມີ​ຊີວິດ​ທີ່​ອາໄສ​ຢູ່​ເຊັ່ນ​ດຽວ​ກັນ

Ganymede

ganymede
ດາວ​ພະ​​ຫັດ ມີ​ມະຫາ​ໝຸດ​ນ້ຳ​ເຄັມ

ພາບ​ຈາກ : ນາ​ຊ່າ/ JPL

ດາວ​ພະ​​ຫັດ ມີ​ມະຫາ​ສະໝຸດນ້ຳ​ເຄັມ ເລິກ​ກວ່າ​ມະຫາ​ສະໝຸດເທິງ​ໂລກ

ມີ​ຫລັກຖານ​ທີ່​ລະ​ບຸ​ວ່າ ມີ​ແຫລ່ງ​ນ້ຳ​ເຄັມ​ເທິງ​ດາວ​ພະ​​ຫັດ ສະໜັບສະໜູນ​ການ​ດຳ​ລົງ​ຊີວິດ ຂອງ​ສິ່ງ​ມີ​ຊີວິດ ນາ​ຊ່າ​ເຜີຍ​ວ່າ ມະຫາ​ສະໝຸດ​ນ້ຳ​ເຄັມ​ທີ່​ຢູ່​ເທິງ​ດາວ​ພະ​ຫັດ​ນີ້ ອາດ​ມີ​ຄວາມ​ເລິກ​ຫລາຍກວ່າ​ມະຫາ​ສະໝຸດ​ທີ່​ຢູ່​ເທິງ​ໂລກ

Titan

Saturns-rings-and-Titan
ໄທ​ທັນ ດາວ​ບໍລິວານ​ຂອງ​ດາວ​ເສົາ

ພາບ​ໂດຍ : ນາ​ຊ່າ  Goddard Space Flight Center

ໄທ​ທັນ ບໍລິວານ​ດາວ​ເສົາ ມີ​ທະ​ເລນ້ຳ​ເຄັມ​ລຸ່ມ​ເປືອກ​ໂລກ

ສຳລັບ​ກໍລະນີ​ການ​ພົບ​ແຫລ່ງ​ນ້ຳ​ເທິງ​ໄທ​ທັນ ເປັນ​ກໍລະນີ​ທີ່​ໜ້າ​ສົນ​ໃຈ​ເພາະ​ນອກ​ຈາກ​ຈະ​ພົບ​ນ້ຳ​ເຄັມ​ລຸ່ມເປືອກ​ຫໍ່​ຫຸ້ມ​ດາວ​ດວງ​ນີ້​ແລ້ວ ຍັງ​ພົບ​ແກັສ​ມີ​ເທນ​ ແລະ​ ສານ​ໄຮ​ໂດຣ​ຄາບອນ​ອື່ນໆ

Pluto

plutophoto

ພາບ​ໂດຍ : ນາ​ຊ່າ/ JHUAPL/SwRI

ຍານ​ນິວ​ຮໍ​ໄຣ​ຊັນ ຈັບ​ພາບ ‘ດາວ​ພູ​ໂຕ’ ມີ​ທະ​ເລ​ລຸ່ມ​ເປືອກ​ນ້ຳ​ກ້ອນ

ຍານ​ນິວ​ຮໍ​ໄຣ​ຊັນ ໜຶ່ງ​ໃນ​ປະຕິບັດການ​ຈາກ​ນາ​ຊ່າ ກ່ຽວກັບ​ການຄົ້ນ​ພົບ​ຫລັກ​ຖານ ທີ່​ເຮັດໃຫ້​ນັກ​ວິທະຍາ​ສາດ ວິ​ເຄາະ​ວ່າ​ມີ​ມະຫາ​ສະໝຸດຢູ່​ລຸ່ມ​ຊັ້ນ​ນ້ຳ​ກ້ອນ​ໜາ ລວມ​ເຖິງ​ພູເຂົາ​ນ້ຳ​ກ້ອນ​ທີ່​ສູງ​ເທົ່າ​ພູເຂົາ​ລັອກ​ກີ້ ແລະ​ ​ນ້ຳ​ກ້ອນ​ທີ່​ເກີດ​ຈາກ​ໄນ​ໂຕ​ຣເຈນ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...