Translate Facebook ແອັບ ຊ່ວຍ​ແປ​ພາສາ ຮອງ​ຮັບ​ການ​ແປ​ພາ​ສາເທີງສະມາດໂຟນ​ແລ້ວ

Translate_Facebook_1
ເມື່ອ​ວັນທີ່ 30 ກັນຍາ ເຟ​ດສ໌​ບຸກ​ໄດ້​ອັບ​ເດດ​ຟັງຊັ່ນ​ແປ​ພາສາ Translate Facebook ໃຫ້​ສາມາດ​ແປ​ພາ​ສາເທິງສະມາດ​ໂຟນ​ໄດ້​ແລ້ວ ໂດຍ​ກ່ອນ​ໜ້າ​ນີ້​ຈະ​ສາມາດ​ໃຊ້​ງານ​ໄດ້​ສະເພາະ​ ຄອມພິວເຕີ​ເທົ່າ​ນັ້ນ ຟັງຊັ່ນ Translate Facebook ບໍ່​ໄດ້​ເປັນ​ແອັບ ແປພາສາ​ທົ່ວ​ໄປ ແຕ່​ເປັນ​ລະບົບ​ທີ່​ພັດທະນາ​ຂຶ້ນ​ມາ​ໃຫ້​ຄົນ​ທົ່ວ​ໄປ​ໄດ້​ຊ່ວຍ​ກັນ​ພັດທະນາ​ການ​ແປ​ພາສາ ​ເມ​ນູ ​ແລະ​ ຂໍ້ຄວາມ​ຕ່າງໆ ເທິງ​ເຟ​ດສ໌​ບຸ​ກ ເຊິ່ງ​ຈະ​ເຮັດໃຫ້​ເຟ​ດສ໌​ບຸ​ກະ​ສະແດງ​ເປັນ​ພາສາ​ຕ່າງໆ ໄດ້​ຖືກ​ຕ້ອງ​ຫລາຍ​ຂຶ້ນ ໂດຍ​ສາມາດ​ເພີ່ມ​ຄຳ​ແປ​ໃໝ່​ໆ ຫຼື ​ແຈ້ງ​ການ​ແປ​ທີ່​ບໍ່​ຖືກ​ຕ້ອງ​ ຫຼື ​ບໍ່​ເໝາະ​ສົມ​ໄດ້