spot_img
Homeຂ່າວການພັດທະນາສປປ ລາວ ຈະປັບປຸງລະບົບເຕືອນໄພທໍາມະຊາດໃຫ້ດີຂຶ້ນ

ສປປ ລາວ ຈະປັບປຸງລະບົບເຕືອນໄພທໍາມະຊາດໃຫ້ດີຂຶ້ນ

Published on

11992536_883367455073675_53181705_n

ສປປ ລາວ ຈະປັບປຸງລະບົບເຕືອນໄພທໍາມະຊາດໃຫ້ດີຂຶ້ນກວ່າເກົ່າ, ພາຍຫລັງເຫັນວ່າໄລຍະຜ່ານມາການເຕືອນໄພ ແລະ ການຮັບມືກັບໄພທໍາມະຊາດຢູ່ປະເທດເຮົາຍັງບໍ່ມີລະບົບທີ່ທັນສະໄໝວ່ອງໄວດີເທົາທີ່ຄວນ, ຈຶ່ງເຮັດໃຫ້ຫລາຍທ້ອງຖິ່ນໃນເຂດຊົນນະບົດຂາດການກຽມພ້ອມໃນການຮັບມືຜົນກະທົບດັ່ງກ່າວເຊັ່ນ: ໄພນໍ້າຖ້ວມ, ແຫ້ງແລ້ງ, ດິນເຈື່ອນແລະ ອື່ນໆ.

ລັດຖະມົນຕີຊ່ວຍວ່າການກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມກ່າວວ່າ: ສະພາບການປ່ຽນແປງດິນຟ້າອາກາດໄດ້ເຮັດໃຫ້ໂລກເຮົາຮ້ອນຂຶ້ນ ໃນແຕ່ລະປີ, ກໍ່ໃຫ້ເກີດໄພພິບັດທໍາມະຊາດຮຸນແຮງ ແລະ ຖີ່ຂຶ້ນເປັນຕົ້ນ:ລົມພາຍຸ, ນໍ້າຖ້ວມ, ໄຟໄໝ້ປ່າ, ແຫ້ງແລ້ງ ແລະ ອື່ນໆ, ຊຶ່ງມີສາເຫດຕົ້ນຕໍ່ມາຈາກການປ່ອຍອາຍພິດເຮືອນແກ້ວຈາກການພັດທະນາທີ່ເລັ່ງໃສ່ການເຕີບໂຕດ້ານເສດຖະກິດເທົ່ານັ້ນໂດຍບໍ່ຄໍານຶງເຖິງ ຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ, ການນໍາໃຊ້ຊັບພະຍາກອນທໍາມະຊາດແບບຍືນຍົງເປັນຕົ້ນ: ດິນ, ປ່າໄມ້ ແລະ ນໍ້າ.

ສປປ ລາວ ໄດ້ຖືກຈັດເປັນປະເທດໜຶ່ງທີ່ມັກເກີດມີໄພພິບັດທໍາມະຊາດຂະໜາດນ້ອຍຫາຂະໜາດກາງ, ອັນເນື່ອງມາຈາກສະພາບການຜັນຜວນດ້ານອຸທົກກະສາດທີ່ເກີດຂຶ້ນ ແລະ ຄວາມເສຍຫາຍສະສົມຈາກໄພພິບັດດັ່ງກ່າວ ຖ້າທຽບໃສ່ການເກີດໄພພິບັດຂະໜາດໃຫຍ່ແບບດົນໆເກີດຄັ້ງໜຶ່ງຢູ່ປະເທດອື່ນເຫັນວ່າເທົ່າທຽມກັນ, ໂດຍສະເພາະພະຍຸນົກເຕັນໃນປີ 2009, ພາຍຸຮາຍມາໃນປີ 2011 ແລະ ອື່ນໆໃນຊຸມປີຖັດມາຕາມຂະໜາດ, ຄວາມຮຸນແຮງ ແລະ ຜົນເສຍຫາຍແຕກຕ່າງກັນ. ຕໍ່ສະພາບດັ່ງກ່າວພັກ ແລະ ລັດຖະບານ, ຈຶ່ງໄດ້ໃຫ້ຄວາມສໍາຄັນໃນການເອົາໃຈໃສ່ປ້ອງກັນ ແລະ ຄວບຄຸມຜົນກະທົບຂອງໄພພິບັດດັ່ງກ່າວ, ໂດຍສະເພາະແມ່ນການຫັນປ່ຽນແນວຄິດໃນການຄຸ້ມຄອງໄພພິບັດ ຈາກການສຸມໃສ່ແກ້ໄຂບັນຫາ ແລະ ຊ່ວຍເຫລືອບັນເທົາທຸກມາເປັນການປ້ອງກັນ ແລະ ຫລຸດຜ່ອນຄວາມ ສ່ຽງ, ສ້າງຄວາມເຂັ້ມແຂງໃນການກຽມຄວາມພ້ອມ ຕອບໂຕ້ໄພພິບັດເພື່ອຫລຸດຜ່ອນຜົນເສຍຫາຍ ທີ່ອາດເກີດຂຶ້ນເປັນຕົ້ນແມ່ນກົມອຸຕຸນິຍົມ ແລະ ອຸທົກກະສາດໃນຖານະເປັນເສນາທິການດ້ານການແຈ້ງເຕືອນໄພລ່ວງໜ້າ ແມ່ນໄດ້ມີການປະສານງານກັບເຄືອຂ່າຍໃນລະດັບພາກພື້ນ ແລະ ສາກົນ, ໄດ້ເອົາໃຈໃສ່ແຈ້ງເຕືອນສະພາບອຸຕຸນິຍົມ ແລະ ອຸກກະສາດລ່ວງໜ້າໄດ້ວ່ອງໄວຂຶ້ນກວ່າເກົ່າໃນທົ່ວປະເທດ, ໂດຍສະເພາະບັນດາເຂດທີ່ຄາດວ່າຈະປະສົບໄພພິບັດເພື່ອໃຫ້ທ້ອງຖິ່ນໄດ້ມີຄວາມພ້ອມປ້ອງກັນ ແລະ ຕອບໂຕ້ຢ່າງມີປະສິດທິຜົນ ແລະ ເຖິງຈະມີຄວາມພະຍາຍາມດີປານໃດກໍຕາມ, ແຕ່ຍ້ອນຂາດປັດ​ໄຈຫລາຍດ້ານຈຶ່ງເຮັດໃຫ້ວຽກງານແຈ້ງເຕືອນໄພລ່ວງໜ້າ ແລະ ການເຝົ້າລະວັງໄພພິບັດຍັງບໍ່ມີປະສິດທິພາບດີເທົ່າທີ່ຄວນ, ຍ້ອນພວກເຮົາຍັງຂາດຊັບພະຍາກອນມະນຸດ, ອຸປະກອນເຄື່ອງມືທີ່ທັນສະໄໝ ແລະ ງົບປະມານພຽງພໍໃນດ້ານນີ້, ຂະນະດຽວກັນສັງຄົມກໍຍັງບໍ່ທັນມີຄວາມເຂົ້າໃຈກວ້າງຂວາງ ແລະ ມີສະຕິຕື່ນຕົວປ້ອງກັນ ແລະ ຮັບມືໄພພິບັດທໍາມະຊາດ. ສະນັ້ນ ໃນຕໍ່ໜ້ານີ້, ບັນຫາຮີບດ່ວນໃນການແຈ້ງເຕືອນລ່ວງໜ້າ ແລະ ເຝົ້າລະວັງໄພພິບັດທໍາມະຊາດໃຫ້ດີ ແລະ ວ່ອງໄວກວ່າເກົ່າຕ້ອງໄດ້ສືບຕໍ່ປັບປຸງກົງຈັກການຈັດຕັ້ງ ແລະ ສ້າງຄວາມສາມາດໃຫ້ແກ່ຄະນະກໍາມະການປ້ອງກັນໄພພິບັດແຕ່ລະຂັ້ນໃຫ້ເຂັ້ມແຂງ, ສ້າງກົດໝາຍກ່ຽວກັບການປ່ຽນແປງດິນຟ້າອາກາດ, ໄພພິບັດ, ອຸຕຸນິຍົມ ແລະ ອຸທົກກະສາດຊຶ່ງຄາດວ່າຈະນໍາສະເໜີສະພາແຫ່ງຊາດເພື່ອພິຈາລະນາຮັບຮອງໃນປີ 2017, ເລັ່ງສ້າງສູນເຕືອນໄພ ແລະ ສູນປະຕິບັດງານສຸກເສີນໄພພິບັດແຫ່ງຊາດໃຫ້ສໍາເລັດໃນປີ 2016, ສ້າງຮ່າງຄູ່ມືການຄຸ້ມຄອງ ແລະ ການກຽມພ້ອມໄພພິບັດໃຫ້ແກ່ທ້ອງຖິ່ນຕາມແນວທາງນະໂຍບາຍຂອງພັກ ແລະ ລັດ, ພ້ອມທັງເຊື່ອມສານເຂົ້າໃນການພັດທະນາຂອງທຸກຂະແໜງການ, ເພື່ອຮັບປະກັນໃຫ້ວຽກງານປ້ອງກັນ ແລະ ຄວບຄຸມໄພພິບັດຢູ່ປະເທດເຮົາມີປະສິດທິຜົນສູງຂຶ້ນ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...