spot_img
Homeມູມໄອທີລາວວິທີດາວໂຫລດເກມແທ້ ຈາກ Steam ໄປລົງເຄື່ອງຄອມ ຟຣີ ບໍ່ເສຍເງີນ

ວິທີດາວໂຫລດເກມແທ້ ຈາກ Steam ໄປລົງເຄື່ອງຄອມ ຟຣີ ບໍ່ເສຍເງີນ

Published on

Steam-700x360

ຂ່າວ​ດີ​ສຳລັບ​ຄໍ​ເກມ ມື້​ນີ້​ເຮົາ​ຂໍ​ສະເໜີ​ ວິທີ​ດາວ​ໂຫລດ​ເກມ​ແທ້ ຈາກ Steam ໄປ​ລົງ​ເຄື່ອງ​ຄອມ ຟຣີ ບໍ່​ເສຍ​ເງີນ ວີ​ທີ​ຈະ​ເຮັດ​ໄດ້​ຢ່າງໃດ​ໄປ​ເຮັດ​ຕາມ​ກັນ​ໄດ້​ເລີຍ

Steam ຄື​ຫຍັງ ແຫລ່ງ​ຂາຍ​ເກມ​ທີ່​ມີ​ລິຂະ​ສິດ​ທີ່​ເວົ້າໄດ້​ວ່າ​ເກືອບ​ຈະ​ໃຫຍ່​ທີ່ສຸດ​ໃນ​ໂລກ​ເລີຍ​ກໍ​ວ່າ​ໄດ້​ຈັດ​ຕັ້ງ​ໂດຍ​ບໍລິສັດ Valve ຊຶ່ງ​ມີ​ຄວາມ​ໜ້າ​ເຊື່ອ​ຖື​ໄດ້​ຫລາຍ​ເພາະ​ເປີດ​ມາ​ດົນ​ຫລາຍ​ແລ້ວ​ ເທົ່າ​ກັບ​ເກມ Counter – Strike ທີ່​ເຮົາ​ເຄີຍ​ຫລິ້ນ​ກັນ​ໃນ​ສະໄໝ​ໄວ​ລຸ້ນພຸ້ນແຫລະ

Steam ໃຊ້​ເຮັດຫຍັງ? : Steam ຄື Platform ທີ່​ໃຊ້​ໃນ​ການ​ຊື້​ເກມ + ຫລິ້ນ​ເກມ​ທີ່​ຖືກ​ລິຂະ​ສິດ​ໂດຍ​ຈະ​ມີ Community ສະເພາະ​ຄົນ​ຫລິ້ນ​ເກມ​ສະເພາະ​ຂອງ Steam ລວມ​ຢູ່​ບ່ອນ​ນີ້​ທົ່ວ​ໂລກ​ເລີຍ​ກໍ​ວ່າ​ໄດ້​ເຮັດໃຫ້​ເຮົາ​ສາມາດ​ຕິດ​ຕໍ່​ສື່​ສານ​ກັບ​ບຸກ​ຄົນ​ອື່ນ​ໄດ້​ຢ່າງ​ງ່າຍ​ດາຍ​ເຮັດໃຫ້​ການ​ຫລິ້ນ​ເກມ​ຂອງ​ທ່ານ​ບໍ່​ໜ້າ​ເບື່ອ​ອີກ​ຕໍ່ໄປ

4.1

ດຶງ​ເກມ​ຫລື Backup ເກມ​ຈາກ Steam

ຂັ້ນ​ຕອນ​ທຳ​ໃຫ້​ເຂົ້າ​ໃຊ້ ຫລື Log in ໃນ Steam ຕາມ​ປົກກະຕິ ແລະ​ຄລິກ​ທີ່ Tools Bar ເລືອກ​ທີ່ Steam ຫລັງ​ຈາກ​ນັ້ນ​ເລືອກ​ຫົວຂໍ້ Back up and Restore Games

stream

ຈາກ​ນັ້ນ​ໃຫ້​ເລືອກ Backup currently installed programs ສຳລັບ​ໃຜ​ທີ່​ຕ້ອງ​ການ​ດຶງ​ເກມ ແລະ​ ຄລິ​ກ Next ຫລັງ​ຈາກ​ນັ້ນ​ໃຫ້​ເລືອກ​ເກມ​ທີ່​ຕ້ອງ​ການ​ຈະ​ດຶງ ​ແລະ ​ກົດ Next

stream-2

 

 

ເລືອກ​ໂຟນ​ເດີ​ສຳລັບ​ສຳ​ຮອງ​ຂໍ້​ມູນ ຖ້າ​ຢາກ​ປ່ຽນ​ໂຟນ​ເດີ​ໃຫ້​ກົດ Browse ເລືອກ​ໂຟນ​ເດີ​ທີ່​ຕ້ອງ​ການ ແລະ​ ຄລິກ Next ຫລັງ​ຈາກ​ນັ້ນ​ໃຫ້​ຕັ້ງຊື່​ໄຟລ໌ ​ແລະ​ ເລືອກ​ຂະໜາດ​ໄຟລ໌ ຕົວຢ່າງ​ເລືອກ Custom ຂະໜາດ​ໄຟລ໌​ເພື່ອຈະ​ບັນ​ທຶກ​ເປັນ​ໄຟລ໌​ໃຫຍ່​ໄຟລ໌​ດຽວ ແລະ​ ຄລິກ Next

stream-3

ລໍ​ຖ້າຈົນ​ສຳເລັດ ກົດ Finish ເຈົ້າ​ກໍ​ຈະ​ໄດ້​ໄຟລ໌ Backup ເກມ​ຈາກ Steam ໄປ​ເປັນ​ທີ່​ຮຽບຮ້ອຍ

71

ລົງ​ເກມ​ຈາກ​ໄຟລ໌​ທີ່ Backup ເກມ​ຈາກ Steam

ໂດຍ​ໃນ​ຂັ້ນ​ຕອນ​ທຳອິດໃຫ້​ເຂົ້າ​ໃຊ້ ຫລື Log in ໃນ Steam ຕາມ​ປົກກະຕິ ແລະ​ ຄລິກ​ທີ່ Tools Bar ເລືອກ  Steam ຫລັງ​ຈາກ​ນັ້ນ​ເລືອກ​ຫົວຂໍ້ Restore a previous backup

stream-4

ຫລັງ​ຈາກ​ນັ້ນ​ໃຫ້ ເລືອກ​ໂຟນ​ເດີລ໌​ທີ່​ໄດ້ Backup ເກມ​ເອົາ​ໄວ້ ກົດ Select ກົດ Next ເລືອກ​ເກມ​ທີ່​ຈະ​ລົງ ກົດ Next

stream-5

stream-6

ເລືອກ​ໂຟນ​ເດີ​ທີ່​ຈະ​ລົງ​ເກມ ກົດ Next ກົດ I Agree ກົດ Next  ລໍຖ້າ​ຈົນ​ເກມ​ລົງ​ສຳເລັດ ຫລັງ​ຈາກ​ນັ້ນ​ກົດ Finish ລໍ​ຖ້າຈົນ​ສຳເລັດ ກໍ​ຈະ​ໄດ້​ເກມ​ທີ Restore ແລ້ວ​ ຂໍໃຫ້ມ່ວນກັບການຫລິ້ນເກມ

stream-7

stream-8 stream-9

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...