spot_img
Homeຂ່າວພາຍ​ໃນຢູ-23 ລາວ ເຮັດ​ໄດ້​ພຽງ​ສະ­ເໝີ ກຳ­ປູ­ເຈຍ ຕົກ​ຮອບ​ແມ່​ຂອງ​ຄັບ 2013

ຢູ-23 ລາວ ເຮັດ​ໄດ້​ພຽງ​ສະ­ເໝີ ກຳ­ປູ­ເຈຍ ຕົກ​ຮອບ​ແມ່​ຂອງ​ຄັບ 2013

Published on

ຢູ-23 ລາວ ເຮັດ​ໄດ້​ພຽງ​ສະ­ເໝີ ກຳ­ປູ­ເຈຍ ຕົກ​ຮອບ​ແມ່​ຂອງ​ຄັບ 2013

ທີມ​ນັກ­ກີ­ລາ​ລຸ້ນ​ອາ­ຍຸ​ບໍ່​ເກີນ 23 ປີ ຫຼື ຢູ-23 ທີມ​ຊາດ​ລາວ ຊຸດ​ຊີ­ເກມ ຄັ້ງ​ທີ 27 ທີ່​ປະ­ເທດ​ມຽນ​ມາ ເຮັດ​ໄດ້​ພຽງ​ສະ­ເໝີ​ກັບ ຢູ-23 ທີມ​ຊາດ​ກໍ​ປູ​ເຈຍ 2-2 ສົ່ງ​ຜົນ​ໃຫ້​ຕົກ​ຮອບ ໃນ​ການ​ແຂ່ງ­ຂັນ​ກີ­ລາ​ລຸ່ມ​ແມ່­ນ້ຳ​ຂອງ ຫຼື ແມ່​ຂອງ ຄັບ 2013 ລະ­ຫວ່າງ​ວັນ​ທີ 2-10 ພະ­ຈິກ 2013 ທີ່​ນະ­ຄອນ­ຫຼວງ​ພະ­ນົມ​ເປັນ ປະ­ເທດ​ກຳ­ປູ­ເຈຍ ເປັນ​ເຈົ້າ­ພາບ.

ຄວາມ​ເຄື່ອນ​ໄຫວ​ຂອງ​ນັກ​ເຕະ​ທີມ​ຊາດ​ລາວ ລຸ້ນ​ອາ­ຍຸ​ບໍ່​ເກີນ 23 ປີ ຊຸດ​ກຽມ​ຊີ­ເກມ ທີ່​ປະ­ເທດ​ມຽນ​ມາ ທ້າຍ​ປີ​ນີ້ ທີ່​ເດີນ­ທາງ​ເຂົ້າ​ຮ່ວມ​ການ​ແຂ່ງ­ຂັນ ແມ່​ຂອງ ຄັບ 2013 ຫຼ້າ​ສຸດ​ໃນ​ວັນ​ທີ 6 ພະ­ຈິກ 2013 ຜ່ານ​ມາ ຢູ-23 ທີມ​ຊາດ​ລາວ ລົງ​ແຂ່ງ­ຂັນ​ນັດ​ທີ​ສອງ ຫຼື ນັດ​ສຸດ​ທ້າຍ​ຂອງ​ຮອບ​ແບ່ງ​ກຸ່ມ​ກັບ ເຈົ້າ­ພາບ ກຳ­ປູ­ເຈຍ ໂດຍ​ນັດ​ນີ້​ຖ້າ​ຫາກ​ທີມ​ຊາດ​ລາວ ສາ­ມາດ​ເອົາ​ຊະ­ນະ​ໄດ້​ກໍ​ຈະ​ຜ່ານ​ເຂົ້າ​ຮອບ​ທັນ­ທີ ແນວ­ໃດ​ກໍ​ຕາມ ເກມ​ນີ້​ທີມ​ຊາວ​ລາວ ທີ່​ເຫຼືອ​ຜູ້​ຫຼິ້ນ 10 ຄົນ ກໍ​ຖືກ​ກຳ­ປູ­ເຈຍ​ໄລ່​ຕີ​ສະ­ເໝີ​ທ້າຍ​ເກມ 2-2 ສົ່ງ​ຜົນ​ໃຫ້​ທີມ​ຊາດ​ລາວ ລົງ​ສະ­ໜາມ 2 ນັດ ເສຍ​ໃຫ້​ມາ​ເລ​ເຊຍ 2-3 ແລະ ສະ­ເໝີ ກຳ­ປູ­ເຈຍ 2-2 ເຮັດ​ໃຫ້​ມີ​ພຽງ 1 ຄະ­ແນນ ບໍ່​ສາ­ມາດ​ຜ່ານ​ເຂົ້າ​ໄປ​ຫຼິ້ນ​ໃນ​ຮອບ​ຕໍ່​ໄປ ຫຼັງ​ຈາກ​ກຳ­ປູ­ເຈຍ ມີ 2 ຄະ­ແນນ ແລະ ມາ​ເລ​ເຊຍ ມີ 4 ຄະ­ແນນ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ພິທີເຄື່ອນຍ້າຍອັດຖິຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ

ເຄື່ອນຍ້າຍອັດຖິ ພົນເອກ ຄຳໄຕ ສີພັນດອນ ໄປສະຖິດຢູ່ ສຸສານນັກຮົບປະຕິວັດແຫ່ງຊາດ ພິທີເຄື່ອນຍ້າຍອັດຖິຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສາທາລະນະລັດ...

ມອບ-ຮັບງົບປະມານ ໃນການສ້ອມແປງເສັ້ນທາງ 16B ໄລຍະທາງ 8 ກິໂລແມັດ

ກຽມສ້ອມແປງເສັ້ນທາງ 16B ດ້ວຍງົບປະມານມູນຄ່າ 445.053,17 ໂດລາສະຫະລັດ ໃນວັນທີ 22 ເມສາ ນີ້ ທີ່ຫ້ອງປະຊຸມ ພະແນກໂຍທາທິການ ແລະ ຂົນສົ່ງແຂວງເຊກອງ ໄດ້ມີພິທີມອບ-ຮັບງົບປະມານ ໃນການສ້ອມແປງເສັ້ນທາງ...

ກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈຳປີ 2024 ແລະ ທິດທາງແຜນວຽກງານຈຸດສຸມ ປີ 2025.

ຫສນຍ ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈຳປີ 2024 ແລະ ທິດທາງແຜນວຽກງານຈຸດສຸມ ປີ 2025. ໃນຕອນເຊົ້າວັນທີ 21 ເມສາ 2025 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມສະຫຼຸບການນໍາພາ-ຊີ້ນໍາວຽກງານຮອບດ້ານ...

ແຈ້ງການສະພາບອາກາດປະຈຳວັນທີ 23 ເມສາ 025

ພະຍາກອນອາກາດແຕ່ເວລາ 07 ໂມງ ຂອງວັນທີ 23/04/2025 ຫາ ເວລາ 07 ໂມງ ຂອງວັນທີ 24/04/2025. ຄວາມກົດດັນຕໍ່າຂອງອາກາດຮ້ອນມີກໍາລັງປານກາງ ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມ ຕາເວັນຕົກພັດປົກຄຸມເປັນສ່ວນໃຫຍ່,...