spot_img
Homeມູມໄອທີລາວຊຳຊຸງເປີດຕົວ Gear VR ລຸ້ນວາງຈຳໜ່າຍແທ້ ກຽມຂາຍປາຍປີນີ້

ຊຳຊຸງເປີດຕົວ Gear VR ລຸ້ນວາງຈຳໜ່າຍແທ້ ກຽມຂາຍປາຍປີນີ້

Published on

GearVR_1

ຊຳ​ຊຸງ​ເປີດ​ຕົວ​ແວ່ນ Gear VR ລຸ້ນ​ວາງ​ຈຳ​ໜ່າຍ​ແທ້ ລາ​ຄາ​ $99 ກຽມ​ວາງ​ຈຳ​ໜ່າຍ​ປາຍ​ປີ​ນີ້
ເມື່ອ​ວັນທີ່ 25 ກັນຍາ ຊຳ​ຊຸງ​ໄດ້​ເປີດ​ຕົວ​ແວ່ນ  Gear VR ລຸ້ນ​ວາງ​ຈຳ​ໜ່າຍ​ແທ້ ພັດທະນາ​ຮອງ​ຮັບ​ສະມາດໂຟນ​ໄດ້​ຫລາກ​ຫລາຍ​ລຸ້ນ​ກວ່າ​ເກົ່າໄດ້​ແກ່ Galaxy Note 5, Galaxy S6 edge+, S6 ແລະ S6 edge ໂດຍ​ລຸ້ນ​ຫລ້າ​ສຸດ​ຈະ​ມີ​ນ້ຳ​ໜັກ​ທີ່​ເບົາ​ກວ່າ​ເກົ່າ 22% ໂຟມ​ແບບ​ໃໝ່​ໃຫ້​ສວມ​ໃສ່​ໄດ້​ສະບາຍ​ຫລາຍ​ຂຶ້ນ ພ້ອມ​ທັງ​ປັບປຸງ Touchpad ໃຫ້​ໃຊ້​ຄວບ​ຄຸ້ມ​ໄດ້​ດີ​ຍິ່ງ​ຂຶ້ນ ບໍ່​ວ່າ​ຈະ​ເປັນ​ການ​ໃຊ້​ເບິ່ງ​ໜັງ, ຫລິ້ນ​ເກມ ຫລື ​ເບິ່ງ​ວິ​ດີ​ໂອ​ແບບ 360 ອົງ​ສາ

GearVR_2

Gear VR ມີ​ຂະໜາດ 201.9 x 116.4 x 92.6 ມມ. ມີ​ນ້ຳ​ໜັກ​ຢູ່​ທີ່ 310 ກຣາມ ມຸມ​​ການ​ສະແດງ​ພາບ​ກວ້າງ 96 ອົງ​ສາ ມີ​ຊ່ອງ microUSB ສຳລັບ​ເຊື່ອມ​ຕໍ່​ກັບ​ສະມາດໂຟນ ໂດຍ​ຈະ​ເລີ່ມ​ວາງ​ຈຳ​ໜ່າຍ​ໃນ​ປາຍ​ປີ​ນີ້ ທີ່​ລາ​ຄາ $99

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...