spot_img
HomeມູມໄອທີລາວFacebook ອັບເດດລະບົບ News Feeds ສະແດງວີດີໂອແບບ VR 360 ອົງສາ

Facebook ອັບເດດລະບົບ News Feeds ສະແດງວີດີໂອແບບ VR 360 ອົງສາ

Published on

6893_1509241159278F

ຫລ້າ​ສຸດ ທາງ  Facebook ໄດ້​ມີ​ການອັບ​ເດດ​ລະບົບ News Feed  ໃຫ້​ສາມາດ​ຮອງ​ຮັບ​ການ​ສະແດງ​ຜົນ​ຂອງ  ວີ​ດີ​ໂອ​ໃນ​ຮູບ​ແບບ VR 360 ອົງ​ສາໄດ້​ແລ້ວ ຊຶ່ງ​ສາມາດ​ສະແດງ​ຜົນ​ໄດ້​ທັງ​ໃນ​ແອບ ມື​ຖື​ລະບົບ​ແອ​ນດ​ຣອຍ ​ແລະ​ ການ​ຫລິ້ນ​ຜ່ານ​ທາງ​ໜ້າ​ເວັບ ສ່ວນ​ສຳລັບ​ລະບົບ iOS ທາງ​ເຟສ​ບຸກ​ໄດ້​ແຈ້ງ​ວ່າ​ຈະ​ເລັ່ງ​ທຳການ​ອັບ​ເດດ​ຕາມ​ມາ​ໃນ​ໄວ​ໆ ນີ້ 

ໃນ​ການ​ອັບ​ເດດ​ເທື່ອ​ນີ້ ທາງ​ເຟສ​ບຸກ​ໄດ້​ມີ​ການ​ຮ່ວມ​ມື​ກັບ​ທາງ Occulus ເພື່ອ​ພັດທະນາ​ລະບົບ​ໜ້າ​ຟີດ​ໃຫ້​ຮອງ​ຮັບ​ກັບ​ການ​ສະແດງ​ຜົນ​ຂອງ​ວີ​ດີ​ໂອ​ແບບ VR 360 ອົງ​ສາ​ໄດ້ ແລະ​ໃນ​ຕອນ​ນີ້​ກໍ​ໄດ້​ມີ​ຫລາຍ​ເວັບ​ໄຊຕ໌​ຂ່າວ​ຊັ້ນ​ນຳ​ທີ່​ໄດ້​ປ່ອຍ​ວີ​ດີ​ໂອ​ແບບ 360 ອົງ​ສາ​ຜ່ານ​ທາງ​ໜ້າ​ເພສ​ກັນ​ແລ້ວ ຊຶ່ງ​ຜູ້​ໃຊ້​ງານ​ສາມາດ​ຮັບ​ຊົມ​ວີ​ດີ​ໂອ​ແບບ VR 360 ທີ່​ສາມາດ​ເຫັນ​ພາບ​ໃນ​ມຸມ​​ທີ່​ກວ້າງ​ຂຶ້ນ ສາມາດ​ປັບ​ປ່ຽນ​ໄດ້​ທຸກ​ມຸມ​ ລວມ​ເຖິງ​ການ​ປິ່ນ​ອົງ​ສາ​ຂອງ​ພາບ​ໃນ​ວີ​ດີ​ໂອ​ທີ່​ຢູ່ໃນ​ຮູບ​ແບບ VR 360 ເທິງ​ໜ້າ​ຟີດ​ຂ່າວ​ໄດ້ ດ້ວຍ​ການ​ອຽງ​ໜ້າ​ຈໍ​ຂອງ​ມື​ຖື​ໄປ​ໃນ​ທິດ​ທາງ​ທີ່​ຕ້ອງ​ການ​ຈະ​ເຫັນ​ພາບ ຫລື​ຈະ​ໃຊ້​ລະບົບ​​ສຳ​ຜັດ​ເພື່ອ​ປັບ​ປ່ຽນ​ມຸມ​ມອງ​ຂອງ​ພາບ​ກໍ​ໄດ້ ນັບ​ເປັນ​ການ​ພັດທະນາ​ອີກ​ຂັ້ນ​ຂອງ​ທາງ​ເຟດ​ບຸກ​ທີ່​ສ້າງ​ຄວາມ​ໜ້າ​ສົນ​ໃຈ​ໃຫ້​ກັບ​ຜູ້​ໃຊ້​ງານ​ຫລາຍ​

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...