spot_img
HomeມູມໄອທີລາວApple ປ່ອຍ iOS 9.0.1 ແກ້ປັນຫາ Slide to Upgrade

Apple ປ່ອຍ iOS 9.0.1 ແກ້ປັນຫາ Slide to Upgrade

Published on

iOS-9.0.1-download-main

ບໍ່ດົນ​ຫລັງ​ຈາກ Apple ປ່ອຍ iOS 9 ໃຫ້​ຜູ້​ໃຊ້​ອຸປະກອນ​ພົກ​ພາ iPhone, iPad ແລະ iPod Touch ໃນ​ລຸ້ນ​ທີ່​ກຳນົດ ກໍ​ໄດ້​ມີ​ການ​ລາຍ​ງານ​ປັນຫາ​ທີ່ເກີດຂື້ນ​ຈາກ​ຜູ້​ໃຊ້​ຫລັງ​ການ​ອັບ​ເກດ ຊຶ່ງ​ຫລາຍ​ຄົນ​ພົບ​ອາການ​ເຄື່ອງ​ຄ້າງ​ທີ່​ໜ້າ Slide to Upgrade ແລະ​ບໍ່​ສາມາດ​ໃຊ້​ງານ​ໃດໆ ຕໍ່ໄປ​ໄດ້ ເດືອດຮ້ອນ​ເຖິງ Apple ທີ່​ຕ້ອງ​ຮີບ​ແຈ້ງ​ວິທີ​ແກ້​ໄຂ​ຜ່ານ​ໜ້າ​ເວັບ​ໄຊຕ໌​ເປັນ​ການ​ດ່ວນ

ios-9.0.1

ແລະ​ເພື່ອ​ເປັນ​ການ​ລົບ​ປັນຫາ​ທີ່ເກີດຂື້ນ ລວມ​ເຖິງ​ບັນຫາ​ທີ່​​ກວນ​ໃຈ​ຜູ້​ໃຊ້ ທາງ Apple ກໍ​ຮີບ​ເລັ່ງ ປ່ອຍ iOS 9.0.1 ອອກ​ມາ​ໃຫ້​ຜູ້​ໃຊ້​ອຸປະກອນ​ພົກ​ພາ ເຊັ່ນ iPhone, iPad ແລະ iPod Touch ໃນ​ລຸ້ນ​ທີ່​ກຳນົດ ໄດ້​ອັບ​ເກດ​ກັນ​ແລ້ວ ແນ່ນອນ​ວ່າ​ປັນຫາ​ໃຫຍ່​ໆ ຢ່າງ Slide to Upgrade ຈະ​ໄດ້ຮັບ​ການ​ແກ້​ໄຂ​ແບບ​ເລັ່ງດ່ວນ​

ນອກ​ຈາກ​ນີ້ iOS 9.0.1 ຍັງ​ເຂົ້າ​ມາ​ແກ້​ປັນຫາອີກ​ບາງ​ສ່ວນ ໄດ້​ແກ່ປັນຫາໃນ​ແອບໂມງ, Safari ແລະ Photos ລວມ​ໄປ​ເຖິງ​ການຕັ້ງ​ຄ່າ VPN

ໃນ​ເວລາ​ດຽວ​ກັນ​ນີ້​ເອງ Apple ຍັງ​ໄດ້​ປ່ອຍ iOS 9.1Beta ໃຫ້​ກັບ​ນັກ​ພັດທະນາ ເພື່ອ​ນຳ​ໄປ​ທົດສອບ​ຫາປັນຫາ ຊຶ່ງ​ຄາດ​ວ່າ​ໜ້າ​ຈະ​ປ່ອຍ​ໃຫ້​ອັບ​ເກດ​ກັນ​ອີກ​​ໃນ​ໄວ​ໆນີ້

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...