spot_img
Homeຂ່າວພາຍ​ໃນວຽກແຮງງານ ແລະ ສະຫວັດດີການ-ສັງຄົມ ຕ້ອງເອົາໃຈໃສ່ 7 ບັນຫາ

ວຽກແຮງງານ ແລະ ສະຫວັດດີການ-ສັງຄົມ ຕ້ອງເອົາໃຈໃສ່ 7 ບັນຫາ

Published on

ວຽກແຮງງານ ແລະ ສະຫວັດດີການ-ສັງຄົມ ຕ້ອງເອົາໃຈໃສ່ 7 ບັນຫາ

ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ 9 ຂອງ​ພັກ ໄດ້​ກຳນົດ​ຈະແຈ້ງ​ກ່ຽວ​ກັບ​ນະໂຍບາຍ ແລະ ຄາດໝາຍ​ຕົ້ນຕໍ​ດ້ານ​ສີມື​ແຮງ​ງານ ແລະ ສະຫວັດດີ​ການ-ສັງຄົມ​ຄື: “ພັດທະນາ ແລະ ສ້າງ​ກຳລັງ​ແຮງ​ງານ​ລາວ ໃຫ້​ມີ​ສີມື​ດີ ມີ​ຄວາມ​ສາມາດ ມີ​ທັດສະນະ​ຄະຕິ ແລະ ລະບຽບ​ວິໄນ ມີ​ວຽກ​ເຮັດ​ງານ​ທຳ​ທີ່​ເໝາະ​ສົມ ເຮັດ​ໃຫ້​ຜູ້​ອອກແຮງ​ງານ ໄດ້​ຮັບ​ການ​ປົກ​ປ້ອງ​ຄຸ້ມ​ຄອງ ແລະ ໄດ້​ຮັບ​ສະຫວັດດີ​ການ​ທີ່​ດີ​ກວ່າ​ເກົ່າ ປະຕິບັດ​ນະໂຍບາຍ​ຕອບ​ບຸນ​ແທນ​ຄຸນ ຕໍ່​ຜູ້​ທີ່​ມີ​ຄຸນງາມຄວາມດີ ອຸທິດ​ໃນ​ພາລະກິດ​ຕໍ່ສູ້​ກູ້​ຊາດ ກໍ​ຄື​ພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ລະບອບ​ໃໝ່​ໃຫ້​ທົ່ວ​ເຖິງ ພ້ອມ​ກັນ​ນັ້ນ ກໍ​ພັດທະນາ​ລະບົບ​ສະຫວັດດີ​ການ​ສັງຄົມ​ໃຫ້​ເຂັ້ມແຂງ ປຸກລະດົມ​ໃຫ້​ທົ່ວ​ສັງຄົມ​ໃຫ້​ມີ​ສ່ວນ​ຮ່ວມ ໃນ​ການ​ເບິ່ງແຍງ​ຊ່ວຍເຫຼືອ​ຜູ້​ດ້ອຍ​ໂອກາດ ແລະ ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ໄພພິບັດ​ຕ່າງໆ”.

ທ່ານ ອາ​ຊາງ ລາວ​ລີ ຮອງ​ນາຍົກລັດຖະມົນຕີ ຜູ້​ຊີ້​ນຳ​ວຽກ​ງານ​ວັດທະນະທຳ-ສັງຄົມ ໄດ້​ໃຫ້​ກຽດ​ເຂົ້າ​ຮ່ວມ ແລະ ໂອ້​ລົມ ກອງ​ປະຊຸມ​ວຽກ​ງານ​ແຮງ​ງານ ແລະ ສະຫວັດດີ​ການ-ສັງຄົມ ທົ່ວ​ປະເທດ ທີ່​ຈັດ​ຂຶ້ນ​ລະຫວ່າງ​ວັນ​ທີ 5-7 ພະຈິກ 2013 ຢູ່​ນະຄອນຫຼວງ​ວຽງ​ຈັນ ເຊິ່ງ​ທ່ານ​ຮອງ​ນາຍົກລັດຖະມົນຕີ ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຕໍ່​ຜົນສຳເລັດ ທີ່​ຂະແໜງ​ແຮງ​ງານ​ຂອບ​ເຂດ​ທົ່ວ​ປະເທດ​ຍາດ​ມາ​ໄດ້ ພ້ອມ​ນັ້ນ​ກໍ​ຮຽກຮ້ອງ​ໃຫ້​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ໃນຕໍ່ໜ້າ ເພີ່ມ​ທະວີ​ຄວາມ​ຮັບຜິດຊອບ​ໃນ 7 ບັນຫາ​ສຳຄັນ​ຄື: ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ແນວ​ຄິດ ຕິດ​ພັນ​ກັບ​ການຈັດຕັ້ງ​ປະຕິບັດ​ວຽກ 3 ສ້າງ​ທີ່​ພັກ-ລັດຖະບານ​ວາງ​ອອກ ວຽກ​ງານ​ການ​ພັດທະນາ​ກຳລັງ​ແຮງ​ງານ​ລາວ ໃຫ້​ສາມາດ​ແຂ່ງຂັນ​ກັບ​ແຮງ​ງານ​ຕ່າງປະເທດ ຕະຫຼອດ​ຮອດ​ການ​ເອົາໃຈໃສ່​ຈັດ​ຫາ​ວຽກ​ເຮັດ​ງານ​ທຳ ໃຫ້​ແກ່​ແຮງ​ງານ​ທັງ​ພາຍ​ໃນ ແລະ ຕ່າງປະເທດ ວຽກ​ງານ​ການ​ຄຸ້ມ​ຄອງ​ຜູ້​ອອກແຮງ​ງານ ທີ່​ເຮັດ​ວຽກ​ໃນ​ຫົວໜ່ວຍ​ແຮງ​ງານ ທີ່ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ ວຽກ​ງານ​ການຈັດຕັ້ງ ແລະ ປະຕິບັດ​ນະໂຍບາຍ​ປະກັນ​ສັງຄົມ ໃຫ້​ມີ​ຄວາມ​ສອດຄ່ອງ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຕົວ​ຈິງ ວຽກ​ງານ​ການ​ປັບ​ການຈັດຕັ້ງ​ປະຕິບັດ​ນະໂຍບາຍ ແກ່​ຜູ້​ມີ​ຄຸນງາມຄວາມດີ ນັກ​ປະວັດ​ອາວຸໂສ ຕ້ອງ​ມີ​ຄວາມ​ສອດຄ່ອງ​ໃຫ້​ທ່ວງ​ທັນ​ກັບ​ເວລາ ວຽກ​ງານ​ປະຕິບັດ​ນະໂຍບາຍ​ສົງເຄາະ ຊ່ວຍເຫຼືອ​ຜູ້​ປະສົບ​ໄພພິບັດ​ທຳ​ມະ​ຊາດ​ຕ່າງໆ ຕ້ອງ​ລົງ​ຕິດຕາມ-ກວດກາ​ຕົວ​ຈິງ​ໃຫ້ການ​ຊ່ວຍເຫຼືອ​ທີ່​ຖືກ​ຈຸດ ແລະ ວຽກ​ງານ​ການ​ປະຕິບັດ 3 ສ້າງ ຂະແໜງ​ແຮງ​ງານ ແລະ ສະຫວັດດີ​ການ-ສັງຄົມ ຕ້ອງ​ແບ່ງ​ວຽກ​ງານ​ຄວາມ​ຮັບຜິດຊອບ​ລະຫວ່າງ​ສູນ​ກາງ ແລະ ທ້ອງຖິ່ນ ໃຫ້​ຊັດ​ເຈນ​ຍິ່ງ​ຂຶ້ນ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...