spot_img
Homeຂ່າວພາຍ​ໃນຈຳປາສັກເຕືອນໃຫ້ລະວັງ ເຂົ້າໜົມຈາກຈີນໝົດອາຍຸ

ຈຳປາສັກເຕືອນໃຫ້ລະວັງ ເຂົ້າໜົມຈາກຈີນໝົດອາຍຸ

Published on

ແຫຼ່ງຂ່າວຈາກ ແຂວງຈຳປາສັກ ລາຍງານໃຫ້ຮູ້ວ່າ ມື້ນີ້ ວັນທີ 22 ກັນຍາ 2015 (ມື້ນີ້) ພະແນກອຸດສາຫະກຳແລະການຄ້າ ແຂວງຈຳປາສັກ ໄດ້ລົງກວດກາຮ້ານຂາຍເຄື່ອງສົ່ງ ຂອງພໍ່ຄ້າຄົນຈີນ ຢູ່ເມືອງປາກເຊ ແຂວງຈຳປາສັກນວນໜຶ່ງ ແລະໄດ້ພົບເຫັນສິນຄ້າໝົດອາຍຸຫຼາຍລາຍການ ເຊິ່ງສ່ວນຫຼາຍເປັນປະເພດເຂົ້າໜົມ. ແລະກຳລັງຮວບຮວມຂໍ້ມູນ ເພື່ອດຳເນີນການຕາມກົດໝາຍ.

ດັ່ງນັ້ນ, ເຈົ້າໜ້າທີ່ຊຸດດັ່ງກ່າວ ຈຶ່ງຝາກເຕືອນມາຍັງພໍ່ແມ່ປະຊາຊົນ ຜູ້ບໍລິໂພກວ່າ ເວລາຊື້ສິນຄ້າຕ່າງໆ ໂດຍສະເພາະແມ່ນປະເພດເຂົ້າໜົມ ຫຼືອາຫານການກິນຕ່າງໆ ທີ່ນຳເຂົ້າຈາກຕ່າງປະເທດ ຂໍໃຫ້ກວດກາເບິ່ງວັນທີໝົດອາຍຸຂອງສິນຄ້າ ຢ່າງຄັກແນ່ ຖ້າບໍ່ມີການລະບຸວັນເດືອນປີຜະລິດ ແລະໝົດອາຍຸ ເຖິງແມ່ນວ່າລາຄາຈະຖືກ ແຕ່ກໍຄວນຫຼີກລ້ຽງບໍ່ຮັບປະທານ ທັງນີ້ກໍເພື່ອຄວາມປອດໄພຂອງສຸຂະພາບ.

12043200_942921659148941_5883871265074994525_n
ສິນຄ້າໝົດອາຍຸ
12049740_942921715815602_8088073308520154716_n
ສິນຄ້າໝົດອາຍຸ

ສິນຄ້າໝົດອາຍຸ ສິນຄ້າໝົດອາຍຸ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...