spot_img
Homeຂ່າວຕ່າງປະເທດກຳປູເຈຍ ຈະສ້າງແຂວງສີຫານຸ ໃຫ້ກາຍເປັນເຂດເສດຖະກິດພິເສດ

ກຳປູເຈຍ ຈະສ້າງແຂວງສີຫານຸ ໃຫ້ກາຍເປັນເຂດເສດຖະກິດພິເສດ

Published on

400.4-daily-sihanuville-goto

ຂປລ. ຕາ​ມ​ຂ່າວ​ ຕ່າງປະ​ເທດ, ທ່ານ ​ໂຊກ​ຈັນ​ດາ ​ເລຂາທິການ ​ສະພາ​ ພັດທະນາ ກຳປູ​ເຈຍ(CDC)ກ່າວ ​ວ່າ: ກຳປູ​ເຈຍຈະ​ກໍ່ສ້າງ​ແຂວງສີ​ຫາ​ນຸ ​ໃຫ້​ກາຍ​ເປັນເຂດເສດຖະກິດພິເສດ ​ເນື່ອງ​ຈາກ ​ມີ​ເງື່ອນ​ໄຂ ​ສະດວກ ຫລາຍ​ຢ່າງ ​​ໃນ​ການ ພັດທະນາ ​ເສດ​ຖະກິດ​ ກຳປູ​ເຈຍ ​ແນ​ໃສ່​ ດຶງ​ດູດ ​ແຫ​ລ່ງ ການລົງທຶນ ພາຍ​ໃນ ​ແລະ ຕ່າງປະ​ເທດ​.

​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ຊຸນ​ຈັນທອນ ລັດຖະມົນຕີ ວ່າການ ກະຊວງ​ ການ​ຄ້າ​ຂອງ​ ກຳປູ​ເຈຍ  ກ່າວ ​ໃນ​ເວລາ​ພົບ​ປະ​ກັບ ກັບ ຄູ່​ຮ່ວມ​ຕຳ​ແໜ່​ງ ຂອງ​ຈີນ ກາວ​ຫູ​  ເຈິ​ງ, ກຳປູ​ເຈຍ ຮຽກຮ້ອງ​​ໃຫ້ ຈີນ​ເຂົ້າມາ ລົງທຶນ​ ​ໃນ​​ເຂດ​ເສດຖະກິດ ພິ​ເສ​ດ ຢູ່​​ແຂວງ ສີ​ຫາ​ນຸ ​ໃນຕໍ່ໜ້າ ກໍ​ຄື ກາ​ນລົງ​ທຶນ ​ເຂົ້າ​ໃນ​ການ ​ກໍ່ສ້າງ ​ເສັ້ນທາງ​ຫລວງ ທ່ີ​ເຊື່ອມ​ຈອດ ລະຫວ່າງ ພະນົມ​ເປັນ ກັບ ນະຄອນ ສີ​ຫາ​ນຸ. ນອກຈາກ​ນັ້ນ, CDCຍັງ​ໃຫ້​ຮູ້​ວ່າ ຍີ່​ປຸ່ນ​ ໄດ້​ເຂົ້າ​ມາ​ ລົງທຶນ ຢູ ກຳ​ປູ​ເຈຍ​ ປະມານ  678 ລ້ານ​ໂດ​ລາ ​ສະຫະ ລັດ ​ແລະ ຈີນ ລວມມີ 10 ກວ່າ​ຕື້​ ໂດ​ລາ ​ສະຫະລັດ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...