spot_img
Homeຂ່າວການສຶກສາສູນກາງຊາວໜຸ່ມ ເຜີຍແຜ່ການນໍາໃຊ້ສື່ສັງຄົມອອນລາຍຢ່າງປອດໄພ ໃຫ້ນັກຮຽນ ມ.ສ ວຽງຈັນ

ສູນກາງຊາວໜຸ່ມ ເຜີຍແຜ່ການນໍາໃຊ້ສື່ສັງຄົມອອນລາຍຢ່າງປອດໄພ ໃຫ້ນັກຮຽນ ມ.ສ ວຽງຈັນ

Published on

216

ຂປລ. ສູນກາງຊາວໜຸ່ມ ປປລາວ ໄດ້ຈັດ​​ເຜີຍແຜ່ການນໍາໃຊ້ສື່ສັງຄົມອອນລາຍ​​ ໃຫ້ບັນດານັກຮຽນແລະ ຊາວໜຸ່ມຢູ່ໂຮງຮຽນມັດທະຍົມສົມບູນວຽງຈັນເພື່ອໃຫ້ເຂົາເຈົ້າໄດ້ຮັບຮູ້ແລະ ນໍາໃຊ້ ສື່ສັງຄົມ ອອນລາຍ ໃຫ້ປອດໄພ, ຖືກວິທີແລະ ມີຈັນຍາບັນເຊີ່ງບັນດາຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ກ່ຽວກັບນິຍາມ, ຄວາມແຕກຕ່າງລະຫວ່າງ ສື່ທາງ ອິນເຕີເນັດແລະ ສື່ທາງອອນລາຍ, ລັກສະນະພິເສດຂອງສັງຄົມອອນລາຍ, ຜົນປະໂຫຍດ ຂອງການຊົມໃຊ້, ການນໍາໃຊ້ສັງຄົມອອນລາຍໃຫ້ຖືກວິທີ, ການນໍາໃຊ້ ສັງຄົມ ອອນລາຍໃນ ສປປ ລາວ, ນິຕິກໍາກ່ຽວກັບການຄຸ້ມຄອງແລະ ນໍາໃຊ້ຂໍ້ມູນ ຂ່າວສານໃນ ສປປ ລາວ ພ້ອມກັນນັ້ນ ກໍຈະໄດ້ມີການ ຖາມ-ຕອບ ຄວາມຮູ້ກ່ຽວກັບ ສື່ທາງ ອອນລາຍຕື່ມອີກ.

ທ່ານ ສົມກ້ຽວ ກິ່ງສະດາ ຮອງຫົວໜ້າຫ້ອງການ ສູນກາງຊາວໜຸ່ມ ປະຊາຊົນປະຕິບັດລາວໄດ້ກ່າວ​​ ໃນໂອກາດ ​​ເຜີຍແຜ່ ການນໍາ​ໃຊ້ ສື່​ທາງ​ສັງຄົມ ​ອອນ​ລາຍ ໃນ​ວັນ​ທີ 21 ກັນຍາ 2015 ນີ້​ວ່າ: ​ສັງຄົມ​ອອນ​ລາຍ ​ແມ່ນ​ຮູບ​ແບບ ​ການ​ສື່ສານ ​ແລະ ການ​ເຜີຍ​ແຜ່ ​ຂໍ້​ມູນ​ຂ່າວສານ​ ຜ່ານ​ອິນ​ເຕີ​ເນັດ ​ເຊິ່ງບຸກຄົນ​ທົ່ວ​ ໄປ​ສາມາດ ​ນໍາ​ສະ​ເໜີ​, ສົ່ງ-ຮັບ ​ແລະ ສົ່ງ ​ຕໍ່​ ມີ​ຄໍາ​ເຫັນ ​ຕໍ່​ເນື້ອ​ໃນ​ ດັ່ງກ່າວ​ ທັງ​ເປັນ​ສັງຄົມ​ ຜ່ານ​ເຄືອ​ຂ່າຍ​ ອິນ​ເຕີ​ເນັດ ​ທີ່​ອໍານວຍ​ ໃຫ້​ຜູ້​ຊົມ​ໃຊ້​ ຕິດ​ຕໍ່​ສື່ສານ​ນໍາ​, ສົ່ງ​ ​ແລະ ​ແບ່ງປັນ​ ຂໍ້​ມູນ​ຂ່າວສານ ​ລະຫວ່າງ​ກຸ່ມ​ຄົນ ຫລື ບຸກ ຄົນ​ຮ່ວມ​ກັນ. ສະ​ນັ້ນ​ ການ​ນໍາ​ໃຊ້​ ສື່​ດັ່ງກ່າວ​ ຄວນ​​ໄດ້​ ຈໍາ​ແນ​ກ ​ແລະ ວິ ​ເຄາະ​ ຂໍ້​ມູນ​ຂ່າວສານ​ ທີ່​ໄດ້​ຮັບ, ບໍ່​ຄວນ​ເປີດ​ເຜີຍ ​ຂໍ້​ມູນ​ສ່ວນ​ຕົວ​ ຕໍ່​ສາທາລະນະ, ບໍ່​ຄວນ​ໂພສ, ​ແຊຂໍ້​ມູນ​ສ່ວນ​ຕົວ​ ຂອງ​ຄົນ​ອື່ນ​ ກ່ອນ​ໄດ້​ຮັບ​ອະນຸຍາດ, ບໍ່​ຄວນ​ສະ​ແດງ​ ຄວາມ​ຄິດ​ເຫັນ​ ທີ່​ເປັນ​ຜົນ​ກະທົບ​ ທາງ​ລົບ ​ຕໍ່​ບຸກຄົນ, ນິຕິບຸກຄົນ, ອົງການ​ຈັດ​ຕັ້ງ​ ພັກ-ລັດ ​ແລະ ປະ​ເທດ​ຊາດ, ຄວນ​ສຶກສາ ​ແລະ ຊອກ ​ຮູ້ນິຕິ​ກໍາ ​ທີ່​ກ່ຽວຂ້ອງ​ ກັບ​ການ​ນໍາ​ໃຊ້​ສື່​ສັງຄົມ ​ອອນ​ລາຍ, ຕ້ອງ​ເປັນ​ເຈົ້າ​ການ​ ຊ່ວຍ​ສຶກສາ​ ອົບຮົມ​ ແນະ​ນໍາ​ ຄອບຄົວ ​ແລະ ໝູ່​ເພື່ອນ ​ໃຫ້​ພິຈາລະນາ​ ການ​ນໍາ​ໃຊ້​ ສື່​ສັງຄົມ​ ອອນ​ລາຍ ​ຢ່າງ​ຖືກຕ້ອງ ​ແລະ ຄົບ​ຖ້ວນ.
ແຫລ່ງຂ່າວ:
ຂປລ

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...