spot_img
Homeຂ່າວທ້ອງຖິ່ນເມືອງຈຳພອນ ຈັດແຂ່ງຂັນຊ່ວງເຮືອງ ຢ່າງເປັນຂະບວນຟົດຟື້ນ!

ເມືອງຈຳພອນ ຈັດແຂ່ງຂັນຊ່ວງເຮືອງ ຢ່າງເປັນຂະບວນຟົດຟື້ນ!

Published on

DSC06657.21.09.15.1

ຂປລ.ເມື່ອບໍ່ດົນມານີ້, ເມືອງຈໍາພອນ ໄດ້ຈັດງານບຸນປະເພນີແຂ່ງຂັນຊ່ວງເຮືອຂຶ້ນ ເນື່ອງໃນໂອກາດວັນບຸນຫໍ່ເຂົ້າປະດັບດິນ ​ໃຫ້​ກຽດເຂົ້າຮ່ວມເປັນປະທານ​ໂດຍ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍຍົກລັດຖະມົນຕີ, ມີ ທ່ານ ດຣ ສຸພັນ ແກ້ວມີໄຊ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂອງແຂວງ, ເມືອງ ຕະຫລອດເຖິງບັນດານັກທຸລະກິດ, ນັກທ່ອງທ່ຽວພາຍເມືອງຈຳພອນ ແລະ ເມືອງອ້ອມຂ້າງ ກໍ່ຄືປະຊາຊົນຊາວແຂວງ ສະຫວັນນະ ເຂດເຂົ້າ ຮ່ວມຢ່າງຫລວງຫລາຍ.ໃນພິທີທ່ານ ສີສະຫວັດ ອິນສີຊຽງໃໝ່ ປະທານແນວລາວສ້າງຊາດເມືອງ ທັງເປັນປະທານຈັດຕັ້ງແຂ່ງຂັນ ໄດ້ຂຶ້ນກ່າວລາຍງານສະພາບການກະກຽມການແຂ່ງຂັນ ​ເຊິ່ງໃຫ້ຮູ້ວ່າ: ສຳລັບການແຂ່ງຂັນເຮືອ ຊ່ວງ ຄັ້ງນີ້, ລວມມີ 2 ປະເພດຄື ປະເພດເຮືອ 28-30 ສີພາຍ ແລະ ເຮືອ10-12 ສີພາຍ, ລວມມີເຮືອເຂົ້າຮ່ວມແຂ່ງຂັນທັງໝົດ 28 ລຳ ເຊິ່ງມາຈາກເມືອງຈຳພອນເຈົ້າພາບ ແລະ ບັນດາເມືອງອ້ອມຂ້າງ. ການແຂ່ງຂັນໄດ້ດຳເນີນໄປດ້ວຍບັນ ຍາກາດຟົດຟື້ນມ່ວນຊື່ນ ແລະ ຜ່ານການແຂ່ງຂັນກັນຢ່າງດຸເດືອດສູສີປາກົດວ່າ: ປະເພດ 28-30 ສີພາຍ ແມ່ນເຮືອສາວງາມດົງມົດ ຈາກບ້ານຫົວເມືອງ ເມືອງຈຳພອນ ເຈົ້າພາບລອຍລຳມາເປັນອັນດັບໜຶ່ງ ໄດ້ຮັບລາງວັນເງິນສົດ 5 ລ້ານກີບ ພ້ອມຂັນເງິນ 1 ໜ່ວຍ, ຮອງແຊ໋ມແມ່ນ ເຮືອງນາງເກດແກ້ວສີເມືອງຊົນ ມາຈາກບ້ານຊຽງຮົມ ເມືອງຊົນນະບູລີ.ຂະນະທີ່ເຮືອປະເພດ 10-12 ສີພາຍ ອັນດັບ 1 ໄດ້ແກ່: ເຮືອບໍລິສັດໄກ່ຄຳ ມາຈາກບ້ານນາຄູ ເມືອງຈຳພອນ ໄດ້ຮັບລາງວັນເງິນສົດ 2.500.000 ກີບ ພ້ອມຂັນເງິນ 1 ໜ່ວຍ, ອັນດັບ2 ເຮືອສາວຄຳໂພສີ ມາຈາກບ້ານທ່າຂາມລຽນ ເມືອງສອງຄອນ. ຈາກນີ້ ກໍ່ຍັງມີລາງວັນອື່ນໆນຳອີກ ເປັນກຽດມອບລາງວັນຄັ້ງນີ້ ​ໂດຍ ທ່ານ ສີທົນ ນັນທະລາດ ເຈົ້າເມືອງຈຳພອນ.
ແຫລ່ງຂ່າວ:
ຂປລ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...