spot_img
Homeຂ່າວຕ່າງປະເທດສາວຈີນ 19 ປີ ຖີບລົດໄປເຂົ້າຮຽນມະຫາວິທະຍາໄລ ເກືອບ 2,500 ກິໂລແມັດ!

ສາວຈີນ 19 ປີ ຖີບລົດໄປເຂົ້າຮຽນມະຫາວິທະຍາໄລ ເກືອບ 2,500 ກິໂລແມັດ!

Published on

558000011023201

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 21 ກັນຍາຜ່ານມານີ້ວ່າ ນາງ ຢັງວັ່ນອິງ ອາຍຸ 19 ປີ ໄດ້ຖີບລົດລຽບເມືອງຊາຍຝັ່ງຂອງປະເທດ ຈາກບ້ານເກີດເມືອງນອນຢູ່ເມືອງຫູຫລິນ ແຂວງເຮຍຫລົງຈຽງ ທາງພາກຕາເວັນອອກສຽງເໜືອຂອງປະເທດ ຊຶ່ງເປັນພື້ນທີ່ທີ່ມີອານາເຂດຕິດກັບປະເທດຣັດເຊຍ ເພື່ອໄປເຂົ້າຮຽນຕໍ່ຢູ່ມະຫາວິທະຍາໄລ ຫລັງຈາກທີ່ນາງສາມາດສອບເສັງຕິດໃນສາຂາວິຊາວິທະຍາສາດຄອມພິວເຕີ ທີ່ມະຫາວິທະຍາໄລຢັງໂຈວ ແຂວງຈຽງຊູ ໃກ້ກັບກຳແພງນະຄອນຊຽງໄຮ້ ທາງພາກຕາເວັນອອກຂອງຈີນ ລວມໄລຍະທາງທັງໝົດ 2,464 ກິໂລແມັດ.

ແຫລ່ງຂ່າວໄດ້ລະບຸວ່າ ນາງໃຊ້ເວລາຖີບລົດມາມະຫາວິທະຍາໄລທັງໝົດ 23 ມື້ ໂດຍລະຫວ່າງທາງແມ່ນຈະກິນຂະໜົມປັງ ແລະ ໝາກແຕງດອງເປັນອາຫານ ຊຶ່ ນາງ ຢັງວັ່ນອິງ ໄດ້ເວົ້າວ່າ ນາງເຄີຍຂີ່ລົດຖີບທາງໄກກັບພໍ່ ໃນເວລາອາຍຸ 15 ປີ ສອງພໍ່ລູກ ເຄີຍຂີ່ລົດຖີບໄປເຂດປົກຄອງຕົນເອງຊົນຊາດຕິເບດ ຊຶ່ງຕັ້ງຢູ່ທາງພາກຕາເວັນຕົກອັນຫ່າງໄກຂອງປະເທດຈີນມາແລ້ວ.

 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...