spot_img
Homeຂ່າວການສຶກສາລົມບົກ ລົມທະເລ ເກີດຂື້ນແບບໃດ

ລົມບົກ ລົມທະເລ ເກີດຂື້ນແບບໃດ

Published on

ລົມບົກ ລົມທະເລ ເກີດຂື້ນໄດ້ຈັ່ງໃດ?

ພວກເຮົາຄົງຈະເຄີຍເອົາມືໄປໃກ້ເຕົາໄຟ ຫຼືເຄື່ອງເຮັດຄວາມຮ້ອນຢູ່ແດ່ແລ້ວ ຄວາມຮ້ອນຖືກນຳອອກຈາກເຕົາ ຫຼືເຄື່ອງເຮັດຄວາມຮ້ອນສູ່ມືເຮົາໄດ້ ໂດຍກະແສຂອງອາກາດ ເຮົາຈຶ່ງເຫັນໄດ້ວ່າ ອາກາດຮ້ອນຈະໄຫຼອອກຈາກບໍ່ເກີດຄວາມຮ້ອນນັ້ນໄປສູ່ບ່ອນທີ່ເຢັນກວ່າ ເຫດຜົນໃນເລື່ອງນີ້ກໍຄື ການຂະຫຍາຍຕົວອອກເມື່ອໄດ້ຮັບຄວາມຮ້ອນ ແລະເມື່ອຂະຫຍາຍຕົວຄວາມໜາແໜ້ນຂອງມັນຈະຫຼຸດລົງເປັນອັດຕາສ່ວນກັນ

ໝາຍຄວາມວ່າອາກາດທີ່ຢູ່ເທິງຜິວພື້ນທີ່ຮ້ອນຢູ່ນັ້ນ ມີຄວາມໜາແໜ້ນໜ້ອຍກວ່າຮອບໆອາກາດທີ່ໜັກກວ່າແລະເຢັນກວ່າກໍຈະໄລ່ອາກາດທີ່ເບົາກວ່າ ຄື ດັນມັນຂື້ນໄປດ້ນເທິງ ກະແສການພາຄວາມຮ້ອນເຄື່ອນທີ່ໄປດັ່ງກ່າວນີ້ ອາດຈະເກີດຂື້ນໄດ້ທັງໃນຂອງເຫຼວຫຼືໃນກ້າບ ໂດຍປົກກະຕິແລ້ວການໝຸນວຽນຂອງລົມ ກໍຂື້ນຢູ່ກັບການທີ່ຄວາມຮ້ອນເຄື່ອນທີ່ໄປເຊັ່ນນີ້  ລົມທີ່ເຮົາຫາຍໃຈອອກມາຈາກປອດນັ້ນ ຈະຮ້ອນກວ່າລົມເຢັນໆທີ່ຢູ່ໃນຫ້ອງ ລົມທີ່ເຢັນກວ່າເຊິ່ງເຂົ້າມາໃກ້ພື້ນຫ້ອງກໍຈະໄລ່ອາກາດທີ່ຖືກຫາຍໃຈແລ້ວນັ້ນ ອອກໄປປ່ອງຢ້ຽມ

<ignore_js_op>

ລົມບົກແລະລົມທະເລກໍເກີດຈາກການເຄື່ອນທີ່ຂອງຄວາມຮ້ອນແບບນີ້ຄືກັນ ເທິງບົກນັ້ນຮ້ອນໄດ້ງ່າຍ ແລະໄວກວ່າໃນນ້ຳ ແຕ່ຄວາມຮ້ອນກໍຈະໝົດໄປໄດ້ໄວກວ່າໃນນ້ຳອີກ ດັ່ງນັ້ນໃນເວລາກາງເວັນພື້ນດືນຈະມີອຸນຫະພູມທີ່ສູງກວ່ານ້ຳ ລົມທີ່ຢູ່ເທິງບົກກໍຈະຖືກຂັບຂື້ນໄປດ້ານເທິງໂດຍລົມທີ່ເຢັນກວ່າທີ່ພັດຈາກທະເລໃນປະມານ ໃນເວລາຕອນສວາຍ ຈະມີລົມທະເລເຢັນເລີ່ມພັດເຂົ້າມາຫາຝັ່ງເອີ້ນວ່າ ລົມທະເລ ສ່ວນໃນຕອນກາງຄືນກໍຈະກັບກັນ ນັ້ນກໍຄືພື້ນແຜ່ນດິນຈະເຢັນໄວກວ່າຜິວນ້ຳ

ລົມທີ່ຮ້ອນກວ່າເຊິ່ງຢູ່ເໜືອພື້ນນ້ຳກໍຈະຖືກບັງຄັບໃຫ້ລອຍສູງຂື້ນ ແລະກະແສລົມເຢັນຈະຖືກພັດອອກມາຈາກຝັ່ງມາສູ່ທະເລເຊິ່ງເອີ້ນວ່າ ລົມບົກ ດ້ວຍເຫດດັ່ງກ່າວນີ້ຊາວປະມົງຕາມຄີມທະເລຈຶ່ງມັກຈະອອກເຮືອໃນຕອນກາງຄືນໂດຍອາໄສລົມບົກພັດເຮືອໄປນັ້ນເອງ ແລະຈະມາຫາຝັ່ງໃນຕອນສວາຍໆໂດຍອາໄສລົມທະເລ

ທີ່່ມາhttp://www.deklao.com

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...