Homeມູມໄອທີລາວວິທີປິດ Wi-Fi Assist ເທິງ iOS 9 ເພື່ອປ້ອງກັນເນັດມືຖືຮົ່ວ

ວິທີປິດ Wi-Fi Assist ເທິງ iOS 9 ເພື່ອປ້ອງກັນເນັດມືຖືຮົ່ວ

Published on

Wi-Fi-Assist-on-OS-9-700x360

ສຳລັບ​ໃຜ​ທີ່​ອັບ​ເດດ iPhone, iPad, iPod touch ເປັນ iOS 9 ຮຽບຮ້ອຍ​ແລ້ວ ຊຶ່ງ​ຟັງຊັ່ນ​ເທິງ iOS 9 ນັ້ນ​ກໍ​ເພິ່ມເຕິມ​ຟັງຊັ່ນຕ່າງໆ​ຫລາຍ​ພໍ​ສົມຄວນ ແຕ່​ອີກ​ໜຶ່ງ​ຟັງຊັ່ນ​ທີ່​ຕິດ​ມາກັບ iOS 9 ນັ້ນ​ກໍ​ຄື Wi-Fi Assist ​ນັ້ນ​ກໍ​ຄື ຟັງຊັ່ນທີ່​ຈະ​ຊ່ວຍ​ໃຫ້​ການ​ເຊື່ອມ​ຕໍ່​ອິນ​ເຕີ​ເນັດ​ຜ່ານ Wi-Fi ບໍ່​ກະຕຸກ ດ້ວຍ​ກາ​ນກັບ​ໄປ​ໃຊ້​ເນັດ​ຜ່ານ​ເຄືອ​ຂ່າຍ​ມື​ຖື (Cellular) ໃຫ້​ອັດ​ຕະໂນມັດ​ເມື່ອ​ສັນ​ຍານ​ອິນ​ເຕີ​ເນັດ​ Wi-Fi ມີ​ບັນຫາ

ແຕ່​ອີກ​ບັນຫາ​ຂອງ Wi-Fi Assist ກໍ​ຄື ຂະນະ​ທີ່​ເຮົາ​ໃຊ້​ງານ​ມື​ຖື​ໂດຍ​ການ​ເຊື່ອມ​ຕໍ່​ກັບ WiFi ຢູ່​ນັ້ນ​ຖ້າ​ກໍລະນີ​ທີ່​ສັນ​ຍານ​ບໍ່​ແຮງ ລະບົບ​ກໍ​ຈະ​ຕັດ​ໄປ​ໃຊ້​ງານ​ເນັດ​ມື​ຖື​ທັນ​ທີ ແຕ່​ຮູ້​ວ່າ ເປັນ​ການ​ສິ້ນ​ເປືອງ​ເນັດ 3G ແລະ​ເສຍ​ຄ່າ​ໃຊ້​ຈ່າຍ​ຫລາຍ​ຂຶ້ນ ໂດຍ​ບໍ່​ໄດ້​ຕັ້ງ​ໃຈ​ ຊຶ່ງ​ຟັງຊັ່ນ​ນີ້​ຖືກ​ເປີດ​ໃຊ້​ງານ​ມາ​ຕັ້ງ​ແຕ່​ທີ່​ເຮົາ​ອັບ​ເດດ iOS9

ວິທີ​ປິດ Wi-Fi Assist ເທິງ iOS 9 ເພື່ອ​ປ້ອງ​ກັນ​ເນັດ​ມື​ຖື​ຮົ່ວ

Wi-Fi-Assist-on-iPhone

  1. ໄປ​ທີ່​ເມ​ນູການຕັ້ງ​ຄ່າ (Setting)
  2. ເລືອກ​ທີ່ ເມ​ນູເຊລ​ລູ​ລ່າ (Cellular)
  3. ຈາກ​ນັ້ນ​ກໍ່ການປິດWi-Fi Assist ໃຫ້​ຮຽບຮ້ອຍ

ເທົ່າ​ນີ້​ກໍ​ຮຽບຮ້ອຍ​ແລ້​ວສຳລັບ​ໃຜ​ທີ່​ຢາກ​ເປີດ​ໃຊ້​ງານ​ກໍ ມາ​ເປີດ​ໃຊ້​ງານ​ໄດ້​ຕາມ​ຂັ້ນ​ຕອນ​ຂ້າງ​ຕົ້ນ

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...