Homeຂ່າວຕ່າງປະເທດທ່ານ ອາເລັກຊີ ຊີປຣາສ ຄອງຕຳແໜ່ງນາຍົກເກຣັກ ສະໄໝທີ 2

ທ່ານ ອາເລັກຊີ ຊີປຣາສ ຄອງຕຳແໜ່ງນາຍົກເກຣັກ ສະໄໝທີ 2

Published on

400.00011020801

ຂປລ.ຕາມ​ຂ່າວ ​ຕ່າງປະ​ເທດ, ​ໃນ​ວັນ​ທີ 21 ກັນຍາ 2015, ທ່ານ ອາ​ເລັກ​ຊີ ຊີ​ປຣາສ, ຫົວໜ້າ​ພັກ​ໄຊຣີຊາ ​ເປັນ​ພັກ​ ຝ່າຍ​ຊ້າຍ​ ຂອງ​ເກຣັກ ​ໄດ້​ຮັບ​ ໄຊຊະນະ​ ໃນ​ການ​ ເລືອກ​ຕັ້ງ ທົ່ວ​ໄປ​ ຂອງ​ເກຣັກ ​​ແລະ ຈະ​ກ້າວ​ຂຶ້ນ ​ເປັນ​ນາຍົກ ລັດຖະມົນຕີ ຂອງ​ເກຣັກ ​ເປັນ​ສະ​ໄໝ​ທີ 2 ​ໃນ​ປີ​ນີ້ ​ໂດຍ​ການ​ ນັບ​ຄະ​ແນນ ​ໄດ້​ຜ່ານ​ໄປ ​ເກືອບ100% ​ເຊິ່ງມີ​ຜູ້​ອອກ ​ມາ​ໃຊ້​ສິດພຽງ 56% ​ໄດ້​ລົງ​ ຄະ​ແນນ​ສຽງ​ ໃຫ້​ພັກ​ໄຊຣີ ຊາ 35,53% ​ແລະ ພັກ​ປະຊາ ທິປະ​ໄຕ​​ໃໝ່ ທີ່​ມີ​ແນວ ​ນະ​ໂຍບາຍ ​ອະນຸລັກ ​ນິຍົມ 28,05%.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ສະເພາະກິດກະຊວງ ປກສ ມ້າງແກ້ງອາຊະຍາກໍາທາງອິນເຕີເນັດ 2 ຈຸດ ກັກຕົວໄດ້ 68 ຄົນ.

ໃນເວລາ 10:00 ໂມງ ຂອງວັນທີ 27 ສິງຫາ 2026 ເຈົ້າໜ້າທີ່ໜ່ວຍສະເພາະກິດກະຊວງປ້ອງກັນຄວາມສະຫງົບ ໄດ້ສົມທົບກັບກອງບັນຊາການປ້ອງກັນເຄື່ອນທີ່, ກົມໃຫຍ່ສັນຕິບານ ແລະ ກອງບັນຊາການປ້ອງກັນທີຕັ້ງ ໄດ້ເຂົ້າ ມ້າງກຸ່ມແກ້ງອາຊະຍາກໍາທາງອິນເຕີເນັດ,...

ລັດຖະບານຍີ່ປຸ່ນໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 40,570 ໂດລາສະຫະລັດ ໃນ “ໂຄງການກໍ່ສ້າງລະບົບນໍ້າລິນບ້ານນາປັນແຂວງຊຽງຂວາງ” ພາຍໃຕ້​ໂຄງ​ການ​ຊ່ວຍເຫຼືອລ້າ​ຂັ້ນ​ຮາກ​ຖານ (GGP).

ພິທີເຊັນສັນຍາໃນຄັ້ງນີ້ແມ່ນການສະໜັບສະໜູນທຶນຮອນ ເພື່ອກໍ່ສ້າງລະບົບນໍ້າລິນທີ່ບ້ານນາປັນແຂວງຊຽງຂວາງ ໂດຍມີເປົ້າໝາຍເພື່ອປັບປຸງ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ສາມາດເຂົ້າເຖິງແຫຼ່ງນໍ້າທີ່ສະອາດ ແລະ ຖືກສຸຂະອະນາໄມ. ໃນພິທີເຊັນສັນຍາ ພະນະທ່ານ ໂຄອິຊຶມິ ຊຶໂຕະມຸ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ​...

ການເອົາຈວຍມາຕັ້ງຈອງບ່ອນຈອດລົດແຄມທາງ ຜິດກົດໝາຍຈະລາຈອນ ຖືກປັບໄໝ ແລະ ປິດກິດຈະການ.

ຕາມກົດໝາຍຂອງ ສປປ ລາວ, ການກະທຳທຸກຮູບແບບທີ່ເປັນການ ຢຶດຄອງ, ນຳໃຊ້ ຫຼື ວາງສິ່ງກີດຂວາງ ຢູ່ເທິງທາງຫຼວງ ແລະ ເຂດສະຫງວນທາງຫຼວງ (ລວມທັງໜ້າທາງ, ທາງຍ່າງ, ແລະ...