spot_img
Homeວິທະຍາສາດ-ວິທະຍາການເປັນຫຍັງຜູ້ຍິງຄືມັກຜູ້ຊາຍທີ່ເຮັດໃຫ້ຍິ້ມໄດ້

ເປັນຫຍັງຜູ້ຍິງຄືມັກຜູ້ຊາຍທີ່ເຮັດໃຫ້ຍິ້ມໄດ້

Published on

ຖ້າ​ຫາກ​ເຈົ້າ​ມີ​ນັດອອກເດດກັບຜູ້ຍິງແລ້ວ​ ເຈົ້າ​ອາດຈະ​ຢາກ​ຝຶກ​ເວົ້າຍອກ ​ຫລື​ເວົ້າ​ຕະຫລົກ​ເອົາ​ໄວ້ ເນື່ອງ​ຈາກ​ງານ​ວິ​ໄຈ​ຊິ້ນ​ໜຶ່ງ​ຈາ​ກສະ​ຫາລັດໄດ້​ຊີ້​ໃຫ້​ເຫັນ​ວ່າ ປະລິມານ​ຄວາມ​ພະຍາຍາມ​ໃນ​ການເຮັດໃຫ້​ຕົວ​ເອງ​ເບີ່ງຕະຫລົກ ​ແລະ​ ສຽງ​ຫົວ​​ທີ່​ໄດ້ຮັບ​ກັບ​ມາ​ນັ້ນ​ສົ່ງ​ຜົນ​ໃຫ້​​ພວກເຂົາ​ມີ​ໂອ​ກາດ​ຫລາຍ​ຂຶ້ນ​ທີ່​ຈະ​ເຮັດໃຫ້​ຄວາມ​ຮັກ​ເກີດ​ຂຶ້ນ​ໄດ້​ໃນ​ໄລ​ຍະ​ຍາວ ເມື່ອ​ທັງ​ຄູ່​ນັ້ນ​ສາມາດ​ຫົວ​​ຮ່ວມ​ກັນ​ໄດ້​ແລ້ວ​ ເດດ​ດັ່ງ​ກ່າວ​ກໍ​ໜ້າ​ຈະ​ນຳ​ໄປ​ສູ່​ຄວາມ​ສຳພັນ​ທີ່​ຈິງ​ຈັງ​ຍິ່ງ​ຂຶ້ນ

d5e60e6094ada4ddcf055dd1311a05c7

ນິ້ເປັນ​ຄວາມ​ຄິດ​ທີ່​ມອບ​ກຳ​ລັງ​ໃຈ​ໃຫ້​ກັບ​ຄົົນທີ່​ຄິດວ່າ​ອາລົມ​ຕະຫລົກ​ຂອງ​ຕົວ​ເອງ​ນັ້ນ​ອາດຈະ​ເປັນ​ຈຸດ​ຂາຍ​ທີ່​ດີກວ່າ​ຮູບ​ຮ່າງ​ໜ້າ​ຕາ “ຖ້າ​ຫາກ​ເຈົ້າ​ໄດ້​ພົບ​​ກັບ​ຄົນ​ເຈົ້າ​ສາມາດ​ຫົວ​ໄປ​ນຳກັນ​ໄດ້ ມັນ​ອາດ​ໝາຍ​ຄວາມ​ວ່າ​ອະນາຄົດ​ຄວາມ​ສຳພັນ​ຂອງ​ເຈົ້າ​ນັ້ນ​ຈະ​ມີຄວາມສຸກ ​ແລະ ​ເຕັມ​ໄປ​ດ້ວຍ​ຄວາມມ່ວນ​ຊື່ນ​” Jeffrey Hall ຜູ້​ນຳ​ການ​ວິ​ໄຈ​ຈາກ University of Kansas ກ່າວ​ອະທິບາຍ

Hall ນັ້ນ​ເລີ່ມ​ຈາກ​ການ​ກວດ​ສອບ​ຄວາມ​ເຊື່ອມ​ໂຍງ​ລະຫວ່າງ​ຄວາມຕະຫລົກ ​ແລະ ​ລະ​ດັບ​ສະຕິປັນຍາ ແຕ່​ຄຳ​ຖາມ​ທີ່​ວ່າ​ຜູ້ຍິງ​ນັ້ນ​​ມັກຄວາມ​ຕະຫລົກ​ຂອງ​ຝ່າຍ​ຊາຍ​ຫລື​ບໍ່​ໄດ້​ກາຍ​ມາ​ເປັນ​ໜຶ່ງ​ໃນ​ຈຸດ​ສຳຄັນ​ຂອງ​ງານ​ວິ​ໄຈ​ດັ່ງ​ກ່າວ​ໃນ​ພາຍ​ຫລັງ

ພວກເຂົາ​ໄດ້​ທຳການ​ທົດສອບ​ຈຳນວນ​ໜຶ່ງ ໂດຍ​ພວກ​ເຂົາ​ໄດ້​ໃຫ້​ອາ​ສາ​ສະໝັກ 35 ຄົນ​ປະ​ເມີນ​ໂປ​ໄຟລ໌ Facebook ຂອງ​ຄົນ​ແປກ​ໜ້າ 100 ຄົນ ໃຫ້​ນັກ​ຮຽນ 300 ຄົນ​ຂຽນ​ແບບ​ສອບ​ຖາມ​ທີ່​ກ່ຽວກັບ​ຄວາມ​ຕະຫລົກ ​ແລະ ​ການ​ມີຄວາມຮັກ ຈາກ​ນັ້ນ​ກໍ​ໄດ້​ໃຫ້​ອາ​ສາ​ສະໝັກ​ທີ່​ເປັນ​ຄົນ​ໂສດ 51 ຄົນ​ໃຊ້​ເວລາ 10 ນາ​ທີ​ເພື່ອ​ສົນທະນາ​ກັບ​ຄົົນທີ່​ພວກ​ເຂົາ​ບໍ່​ເຄີຍ​ພົບ​ມາ​ກ່ອນ​ ແລະ​ ລາຍ​ງານ​ວ່າ​ພວກເຂົາ​ມີ​ສະເໜ່ ​ດຶງ​ດູດ​ຢ່າງໃດ​ນຳ ການ​ລວມ​ສິ່ງເຫລົ່ານີ້​ເຂົ້າ​ນຳກັນ​ນັ້ນ​ໄດ້​ເຮັດໃຫ້ Hall ສາມາດ​ສ້າງ​ພາບ​ລວມ​ຂອງ​ຄວາມ​ສຳພັນ​ລະຫວ່າງ​ຄວາມຕະຫລົກ ​ແລະ​ ຄວາມ​ຮັກ​ໄດ້

ບໍ່​ມີ​ຫລັກ​ຖານ​ວ່າ​ທັງ​ສອງ​ເພດ​ນັ້ນ​ມີ​ຄວາມ​ພະຍາຍາມ​ທີ່​ຈະ​ເຮັດໃຫ້​ຕົວ​ເອ​ງຕະຫລົກ​ຫລາຍ​ຂຶ້ນ ແຕ່​ມຸ​ກຕະຫ​ລົກ​ທີ່​ຫລາຍ​ຂຶ້ນ​ຈາກ​ຝ່າຍ​ຊາຍ​ ແລະ ​ສຽງ​ຫົວ​​ທີ່​ຫລາຍ​ຂຶ້ນ​ຈາກ​ຝ່າຍ​ຍິງ​ນັ້ນ​ເປັນ​ສັນ​ຍານ​ທີ່​ດີ​ວ່າ​ນາງ​ນັ້ນ​ມີ​ຄວາມ​ສົນ​ໃຈ​ໃນ​ດ້ານ​ຂອງ​ຄວາມ​ຮັກ ຊຶ່ງ​ເປັນ​ອ້າງ​ອິງ​ຈາກ​ຂໍ້​ມູນ​ສຳ​ຫລວດ​ທີ່​ຖືກ​ຕີ​ພິມ​ໃນ Evolutionary Psychology

ຢ່າງໃດ​ກໍ​ຕາມ Hall ບໍ່​ພົບ​ຄວາມ​ເຊື່ອມ​ໂຍງ​ລະຫວ່າງ​ຄວາມ​ຕະຫລົກ ​ແລະ ​ລະ​ດັບ​ສະຕິປັນຍາ​ແຕ່​ຢ່າງ​ໃດ ເຖິງວ່າ​ການ​ເປັນ​ຄົນຕະຫ​ລົກ​ນັ້ນ​ເບິ່ງຄືວ່າ​ຈະ​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ລະ​ດັບ​ການ​ເປັນ​ຄົນ​ເປີດ​ເຜີຍ​ກໍ​ຕາມ

Hall ໄດ້​ສະເໜີ​ແນວ​ຄິດ 4 ຂໍ້​ວ່າ​ເຫດ​ໃດ​ຄວາມ​ຕະຫລົກ​ເຖິງ​ເບິ່ງ​ມີ​ຄວາມ​ສຳຄັນ​ຫລາຍ​ໃນ​ການສ້າງ​ຄວາມ​ສຳພັນ​ທີ່​ມີ​ອາ​ຍຸ​ຍືນ​ຍາວ: ຢ່າງ​ທຳອິດ​ຄື​ຄວາມຕະຫລົກ​ນັ້ນ​ຊີ້​ໃຫ້ເຫັນບຸກຄະລິກ​ທີ່​ເຂົ້າ​ສັງຄົມ​ໄດ້​ ແລະ ​ເປັນ​ທີ່​ຍອມ​ຮັບ ສອງ​ຄື​ຄວາມ​ຕະຫລົກ​ນັ້ນ​ຊ່ວຍ​ໃຫ້​ຄົນ​ສາມາດ​ວັດ​ໄດ້​ວ່າ​ຄວາມ​ສຳພັນ​ທີ່​ມີ​ນັ້ນ​ໂອ​ເຄ ​ຫລື​ບໍ່ ສາມ​ຄື​ຄວາມ​ຕະຫລົກ​ນັ້ນ​ໄດ້​ກາຍ​ເປັນ​ສິ່ງ​ທີ່​ຍອມ​ຮັບ​ກັນ​ໂດຍ​ທົ່ວ​ໄປ​ແລ້ວ​ວ່າ​ເປັນ​ສ່ວນ​ປະກອບ​ຂອງ​ການ​ມີຄວາມຮັກ ແລະ​ ສຸດ​ທ້າຍ​ຄື​ຄວາມ​ຕະຫລົກ​ນັ້ນ​ເຮັດ​ຫນ້າທີ່ “ເສັ້ນ​ທາງ”ສູ່​ການເຮັດໃຫ້​ຄວາມ​ສຳພັນ​ນັ້ນ​ເລິກ​ເຊີ່ງ​ຍິ່ງ​ຂຶ້ນ

“ສ່ວນຫນຶ່ງ​ຂອງ​ຄວາມໝາຍ​ຂອງ​ການ​ເປັນ​ຄົົນທີ່​ເຂົ້າ​ສັງຄົມ​ໄດ້​ກໍ​ຄື​ຄວາມ​ສາມາດ​ໃນ​ການ​ເວົ້າ​ເລື່ອງ​ຕະ​ຫລົກ​ກັບ​ຄົນ​ອື່ນໆ” Hall ກ່າວ “ການ​ຫົວ​ ​ແລະ ​ການ​ເວົ້າ​ຕະຫ​ລົກ​ນັ້ນ​ເປັນ​ສິ່ງ​ທີ່​ມີ​ພະລັງ​ ແລະ ​ຄົງ​ຢູ່​ເປັນ​ເວລາ​ດົນ ອີກ​ທັງ​ມັນ​ຍັງ​ກຳນົດ​ທຸກ​ຢ່າງ​ຕັ້ງ​ແຕ່​ການ​ຂໍ​ໃຜ​ຄົນ​ໜື່ງເປັນ​ແຟນ​ໄປ​ຈົນ​ເຖິງ​ການ​ຈ່າ​ຍເງິນ​ພ້ອມ”

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)