spot_img
Homeມູມໄອທີລາວວິທີປັບແຕ່ງ Siri Suggestions ລະບົບເດົາໃຈຜູ້ໃຊ້ເທິງ iOS9

ວິທີປັບແຕ່ງ Siri Suggestions ລະບົບເດົາໃຈຜູ້ໃຊ້ເທິງ iOS9

Published on

siri-suggestions-settings-ios9

ຟັງຊັ່ນໃໝ່​ຂອງ​ຜູ້​ທີ່​ໄດ້​ອັບ​ເດດ​​ລະບົບ​ປະຕິບັດການ iOS ສູ່​ເວີລ໌​ຊັ່ນ​ຫລ້າ​ສຸດ​ຢ່າງ iOS9 ໂດຍ​ຟັງຊັ່ນ​ທີ່​ມາ​ພ້ອມ​ຫລັງ​ອັບ​ເດດ​ ນັ້ນ​ຄື Siri Suggestions ຊຶ່ງ​ເປັນ​ລະບົບ​ເດົາ​ໃຈ​ຜູ້​ໃຊ້​ຫລື ລະບົບ​ແນະ​ນຳ​ຂອງ Siri ທີ່​ຮຽນ​ຮູ້​ພຶດຕິກຳ​ການ​ໃຊ້​ງານ​ຈາກ​ຜູ້​ໃຊ້  ເຊັ່ນ ການ​ໂທລະສັບ ການ​ຫາ​ຂໍ້​ມູນ ໂດຍ Siri Suggestions ຈະ​ຂຶ້ນ​ສິ່ງ​ຕ່າງໆ​ເດົາ​ໃຈ​ເຈົ້າ​ວ່າ ເຈົ້າ​ເຂົ້າ​ແອບ​ໃດ​ຕະຫລອດ ໂທຫາ​ໃຜ​ຕະຫລອດ  ຂໍ້​ມູນ​ສະຖານ​ທີ່​ທ່ອງ​ທ່ຽວ ຂ່າວ ແລະ​ອື່ນໆ​ເປັນ​ຕົ້ນ ໂດຍ​ຈະ​ສະແດງ​ຜ່ານ​ທາງ Spotlight Search (ລະບົບ​ການ​ຄົ້ນ​ຫາ​ເທິງ iOS9 )

ເຖິງວ່າ Siri Suggestions ຈະ​ອຳ​ນວຍ​ຄວາມສະດວກ​ໃນ​ການ​ເຂົ້າ​ເຖິງ​ແອບ​ທີ່​ເຈົ້າ​ໃຊ້​ເປັນ​ປະຈຳ​ໄວ​ຂຶ້ນ ແຕ່​ເຊື່ອ​ວ່າ​ມີ​ຂໍ້​ມູນ​ບາງ​ສິ່ງ​ບາງຢ່າງ​ທີ່​ເຈົ້າ​ບໍ່​ຢາກ​ໃຫ້ Siri Suggestions ມາ​ແນະ​ນຳ​ປາກົດ​ເທິງ​ຈໍ ເຊັ່ນ​ລາຍ​ຊື່​ໝູ່ຕ່າງໆ ເປັນ​ຕົ້ນ ເຈົ້າ​ກໍ​ສາມາດ​ປິດ ບາງ​ສ່ວນ ຫລື​ປິດ​ທັງ​ໝົດ​ເລີຍ​ກໍ​ໄດ້​ໂດຍ​ວິທີ​ຕັ້ງ​ຄ່າ​ງ່າຍໆ​ດັ່ງ​ນີ້

siri-suggestions-settings-ios9-a

ຈັບ​ອຸປະກອນ iOS ທີ່​ອັບ​ເດດ​ສູ່ iOS9 ແລ້ວ  ໃຫ້​ເຂົ້າໄປ​ທີ່ Settings  >> ເລືອກ General >> ເລືອກ Spotlight Search  ຈາກ​ນັ້ນ​ເລືອກ​ປິດ​ບາງ​ສ່ວນ​ທີ່​ບໍ່​ຢາກ​ໃຫ້ Siri Suggestions ສະແດງ ເຊັ່ນ ລາຍ​ຊື່​ໂທລະ​ສັບ ກໍ​ປິດ​ທີ່ contacts ເປັນ​ຕົ້ນ

ແຕ່​ຖ້າ Siri Suggestion  ສ້າງ​ຄວາມເບື່ອໜ່າຍໃຫ້​ກັບ​ເຈົ້າ ຫລື​ບໍ່​ຄຸ້ນ​ເຄີຍ ຢາກ​ຈະ​ປິດ​ຟັງຊັ່ນ​ນີ້​ຊົ່ວ​ຄາວ​  ສາມາດ​ປິດ​ໄດ້​ທີ່  Siri Suggestions ເປັນ off ໄດ້​ເລີຍ ເທົ່າ​ນີ້​ກໍ​ຈະ​ບໍ່​ມີ​ລາຍ​ການ​ແນະ​ນຳ​ກວນ​ໃຈ​ແລ້ວ

 

ບົດຄວາມຫຼ້າສຸດ

ສະຫຼຸບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ພ້ອມທັງວາງແຜນທິດທາງວຽກຈຸດສຸມ ເດືອນກັນຍາ 2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ແລະ ອັດລົງໃນຕອນເຊົ້າ ວັນທີ 26 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ,...

ໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ສຳລັບພໍ່ແມ່ທີ່ປະຖິ້ມເດັກ

ພໍ່ແມ່ທີ່ປະຖິ້ມເດັກ ມີໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ການປະຖິ້ມລູກ ຫຼື ການປ່ອຍໃຫ້ເດັກນ້ອຍຢູ່ໂດຍບໍ່ມີການດູແລ ຈະຖືກດຳເນີນຄະດີຕາມກົດໝາຍ, ເນື່ອງຈາກເປັນການລະເມີດສິດທິເດັກ ແລະ ສ້າງອັນຕະລາຍຕໍ່ຊີວິດຂອງເດັກ....

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...