spot_img
Homeຂ່າວພາຍ​ໃນປຸກລະດົມສັກວັກຊິນກັນມະເຮັງປາກມົດລູກ ແລະ ອັກເສບປອດຮຸນແຮງ

ປຸກລະດົມສັກວັກຊິນກັນມະເຮັງປາກມົດລູກ ແລະ ອັກເສບປອດຮຸນແຮງ

Published on

thu26sep1

ກະຊວງສາທາລະນະສຸກ ໄດ້ຮ່ວມກັບກະຊວງຖະແຫຼງ ຂ່າວ ແລະ ທ່ອງທ່ຽວ ຈັດກອງປະຊຸມປຸກລະດົມຊຸກຍູ້ໃຫ້ ແກ່ຂະບວນການສັກຢາວັກ ຊິນປ້ອງກັນມະເຮັງປາກມົດ ລູກໃຫ້ແກ່ນັກຮຽນຍິງຫ້ອງປໍ 5 ແລະ ສັກວັກຊິນປ້ອງກັນພະ ຍາດອັກເສບປອດຮຸນແຮງ ໃຫ້ແກ່ເດັກທີ່ມີອາຍຸຕ່ຳກ່ວາ 1 ປີ ຂຶ້ນໃນວັນທີ 24 ກັນຍາ 2013 ນີ້, ຢູ່ທີ່ຫ້ອງປະຊຸມ ຂອງກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ພາຍໃຕ້ການເປັນປະທານ ຂອງທ່ານ ອິນປອນ ນະຄອນ ສີ, ຮອງຫົວຫນ້າກົມສື່ມວນຊົນ, ທ່ານ ດຣ.ອານົນ ເຊືອດ ວົງສາ, ຮອງຫົວຫນ້າສູນແມ່ ແລະ ເດັກ, ມີບັນດາສື່ມວນ ຊົນພາກສ່ວນຕ່າງໆໃນນະ ຄອນຫຼວງວຽງຈັນ.
ທ່ານ ດຣ.ອານົນ ເຊືອດວົງ ສາ ໄດ້ກ່າວວ່າ: ມະເຮັງປາກ ມົດລູກແມ່ນພະຍາດຂອງລະ ບົບສືບພັນເພດຍິງທີ່ພົບເຫັນ ຫຼາຍເປັນອັນດັບຫນຶ່ງໃນທົ່ວ ໂລກ ລວມທັງແມ່ຍິງລາວ ເຮົາ, ສາເຫດມາຈາກເຊື່ອຈຸ ລະໂລກ ເອຈພີວີ ( HPV ) ທີ່ ເຮັດໃຫ້ຈຸລັງປາກມົດລູກຂະ ຫຍາຍຜິດປົກກະຕິແລ້ວກາຍ ເປັນມະເຮັງ, ດັ່ງນັ້ນວັກຊິນ ປ້ອງກັນມະເຮັງປາກມົດລູກ ຍັງສາມາດຊ່ວຍກັນມະເຮັງ ຊ່ອງຄອດ ແລະ ມະເຮັງຄໍ ມົດລູກໄດ້, ວັກຊິນນີ້ແມ່ນຈະ ລົງເຄື່ອນໄຫວສັກໃຫ້ສຳລັບ ເດັກຍິງຊັ້ນປະຖົມປໍ 5 ຢູ່ບັນ ດາໂຮງຮຽນຕ່າງໆໃນຂອບ ເຂດທົ່ວປະເທດ, ສ່ວນຜູ້ບໍ່ໄດ້ ເຂົ້າໂຮງຮຽນແມ່ນເດັກຍິງອາ ຍຸ 10 ປີ, ສະນັ້ນວັກຊິນກັນ ມະເຮັງປາກມົດລູກຈະສັກທີ່ ໂຮງຮຽນປະຖົມທຸກແຫ່ງ ລວມທັງໂຮງຮຽນລັດ ແລະ ເອກະຊົນ ໂດຍທີມແພດຈະ ລົງໄປສັກຢູ່ຕາມໂຮງຮຽນ, ເດັກຍິງທຸກຄົນຕ້ອງສັກໃນ ຈຳນວນ 3 ເຂັມພາຍໃນ 6 ເດືອນຄື: ເຂັມທີ 1: ລະຫວ່າງ ວັນທີ 2-14/10/2013, ເຂັມ ທີ 2: ລະຫວ່າງວັນທີ 20-30/10/2013, ເຂັມທີ 3: ລະ ຫວ່າງວັນທີ 20-30/4/2014 ເຊິ່ງວັກຊິນນີ້ແມ່ນມີຄວາມ ປອດໄພ ແລະ ມີປະສິດທິຜົນ ສູງ, ສັກຟຣີບໍ່ໄດ້ເສຍເງິນ.
ໃນກອງປະຊຸມທ່ານ ດຣ. ອານົນ ຍັງໄດ້ກ່າວອີກວ່າ: ການສັກວັກຊິນກັນພະຍາດ ອັກເສບປອດຮຸນແຮງໃຫ້ແກ່ ເດັກອາຍຸຕຳ່ກວ່າ 1 ປີລົງມາ ເຊິ່ງຈະເລີ່ມສັກແຕ່ທ້າຍປີນີ້ ເປັນຕົ້ນໄປໃນທົ່ວປະເທດ.
ດັ່ງນັ້ນຈຶ່ງແຈ້ງໃຫ້ພໍ່ແມ່ ປະຊາຊົນ ຫຼື ຜູ້ປົກຄອງໃຫ້ ພາກັນເອົາລູກຫຼານຂອງຕົນ ໄປສັກຢາໃຫ້ຄົບ 3 ເຂັມເພື່ອ ຊ່ວຍປ້ອງກັນ ແລະ ຮັກສາສຸ ຂະພາບຂອງເດັກຍິງລາວໃຫ້ ປອດໄພຈາກພະຍາດມະເຮັງ ປາກມົດລູກ ແລະ ເພື່ອໃຫ້ ປອດໄພຈາກພະຍາດອັກ ເສບປອດຮຸນແຮງໃຫ້ແກ່ເດັກ ຕ່ຳກ່ວາ 1 ປີໃນອານາຄົດ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...