spot_img
Homeຂ່າວພາຍ​ໃນອຸຕຸນິຍົມເຕືອນ ອາທິດໜ້າຈະມີຝົນຕົກໜັກ

ອຸຕຸນິຍົມເຕືອນ ອາທິດໜ້າຈະມີຝົນຕົກໜັກ

Published on

ກົມ​ອຸຕຸນິຍົມ ​ແລະ ອຸ​ທົກ​ກະສາ​ດ ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ນີ້, ຮ່ອງ​ຄວາມ​ກົດ​ດັນ​ອາກາດ​ຕ່ຳ​ຈະ​ພັດ​ຜ່ານ​ເຂດ​ພາກ​ກາງ ​ແລະ ພາກ​ໃຕ້ຂອງ​ລາວ, ສົມທົບ​ກັບ​ລົມ​ມໍ​ລະ​ສຸມ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້​ພັດ​ປົກ​ຄຸມ​ດ້ວຍ​ກຳລັງ​ປານ​ກາງ ​ເຊິ່ງລັກສະນະ​ເຊັ່ນ​ນີ້​ຈະ​ເຮັດ​ໃຫ້​ມີ​ຝົນຕົກ​ໃນ​ລະດັບ​ຄ່ອຍ​ຫາ​ປານກາງ​ຢູ່​ບາງ​ທ້ອງ​ຖິ່ນ​ໃນ​ແຕ່​ລະ​ພາກ, ພ້ອມ​ມີ​ລົມ​ພັດ​​ແຮງ​ເປັນ​ບາງ​ໂອກາດ. ຈາກ​ນັ້ນ ​​​ໃນ​ຕົ້ນ​ອາທິດ​ໜ້າລົມ​ມໍ​ລະ​ສຸມ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້​ຈະ​ອ່ອນ​ກຳລັງ​ລົງຈະ​​ເຮັດ​​ໃຫ້​ມີ​ຝົນຕົກ​ຫລຸດ​ລົງ​ໃນ​ແຕ່​ລະ​ພາກ.

​ໃນ​ອາທິດຕໍ່ໜ້າ​ສະພາບອາກາດ​ໂດຍ​ທົ່ວ​ໄປ​ຈະ​ຮ້ອນ​ທຳ​ມະ​ດາ​ຢູ່​ແຕ່​ລະ​ພາກ ​ແລະອາກາດ​ຍັງ​ຈະ​ເຢັນ​ຢູ່​ແຂວງ​ໄຊ​ສົມບູນ ​ແລະ ພູ​ພຽງ​ບໍ​ລະ​ເວນ​ປາກ​ຊ່ອງ, ​ໃນ​ລະຫວ່າງ​ວັນ​ທີ18-19 ກັນຍາ​ນີ້, ຈະ​ມີ​ຝົນຕົກ​ຟ້າ​ຄະນອງ​ໃນ​ລະດັບ​ຄ່ອຍ​ເປັນ​ບໍລິ​ເວນ​ກວ້າງ ​ແລະ ຕົກ​ປານ​ກາງຫາ​ຕົກ​ໜັກຢູ່​ບາງ​ທ້ອງ​ຖິ່ນ​ໃນ​ແຂວງ​ພາກ​ເໜືອ​ດ້ານ​ຕາ​ເວັນ​ຕົກ, ນະຄອນ ຫລວງ​ວຽງ​ຈັນ ​ແລະ ພາກ​ກາງ. ຈາກ​ນນັ້ນ ​ໃນ​ລະຫວ່າງ​ວັນ​ທີ 20-22 ກັນຍາ​ນີ້, ຈະ​ມີ​ຝົນຕົກ​ໃນ​ລະດັບ​ຄ່ອຍ​ຢູ່​​ແຕ່​ລະ​ພາກສະ​ເພາະ​ນະຄອນຫລວງ​ວຽງ​ຈັນ ​ແລະ ພາກ​ກາງ​ຈະ​ມີ​ຝົນຕົກ​ໃນ​ລະດັບ​ປານ​ກາງ.

ຂອບໃຈຂ່າວຈາກ ລາວພັດທະນາ

ລພນ

 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...