spot_img
Homeຂ່າວພາຍ​ໃນສົກປີ 2014 ດັດສະນີເງິນເດືອນຈະເພີ່ມຂຶ້ນແຕ່ເງິນອຸດໜູນຄ່າຄອງຊິບອາດຈະບໍ່ມີ

ສົກປີ 2014 ດັດສະນີເງິນເດືອນຈະເພີ່ມຂຶ້ນແຕ່ເງິນອຸດໜູນຄ່າຄອງຊິບອາດຈະບໍ່ມີ

Published on

tue24sep5

ອີງຕາມກອງປະຊຸມຂອງ ຄະນະລັດຖະບານບວກກັບ ເຈົ້າແຂວງ ປະຈຳປີ 2012-2013 ເຊ່ິງໄດ້ຈັດຂຶ້ນໃນລະ ຫວ່າງວັນທີ 16-20 ກັນຍາ 2013 ທີ່ຜ່ານມານີ້, ຢູ່ທີ່ຫ້ອງ ປະຊຸມຂອງຫ້ອງວ່າການ ລັດຖະບານໃນກອງປະຊຸມ ຄັ້ງນີ້, ຄະນະລັດຖະບານ ແລະ ທ່ານເຈົ້າແຂວງໄດ້ຮ່ວມ ກັນຮັບຟັງ ແລະ ຄົ້ນຄ້ວາ ປຶກສາຫາລືຫລາຍບັນຫາ ສຳຄັນ ຂອງຊາດທີ່ພົວພັນເຖິງ ການພັດທະນາເສດຖະກິດ-ສັງຄົມ ແລະ ຊີວິດການເປັນ ຢູ່ຂອງປະຊາຊົນເຮົາເຊ່ິງຫນ່ຶງ ໃນນັ້ນກໍ່ແມ່ນຮັບຟັງການ ຜ່ານບົດລາຍງານຂອງກະ ຊວງການເງິນກ່ຽວກັບສະ ພາບການເກັບລາຍຮັບເຂົ້າ ງົບປະມານທີ່ບໍ່ສາມາດບັນລຸ ຕາມເປົ້າຫມາຍໄດ້.
ໃນບົດລາຍງານໄດ້ລະບຸ ວ່າ: ໃນສົກປີ 2012-2013 ນີ້ ລັດຖະບານສາມາດເກັບລາຍ
ຮັບເຂົ້າງົບປະມານໄດ້ຕົວຈິງ ພຽງແຕ່ 20% ຂອງແຜນການ ແຕ່ໃນຂະນະດຽວກັນເບື້ອງ ລາຍຈ່າຍພັດເພີ່ມຂຶ້ນສູງເຖິງ 40% ຈ່ິງຖືວ່າບໍ່ສົມດູນ, ດ່ັງ ນັ້ນໃນກອງປະຊຸມຄະນະລັດ ຖະບານຈ່ິງໄດ້ຮ່ວມກັນຄົ້ນ ຄ້ວາ, ປຶກສາຫາລືອາດຈະ ຕັດເງິນອຸດຫນູນຄ່າຄອງຊີບ ຈຳນວນ 760.000 ກີບຂອງ ພະນັກງານລັດຖະກອນ   ອອກຕາມດຳລັດຂອງນາຍົກ ລັດຖະມົນຕີສະບັບເລກທີ 221/ລບ ລົງວັນທີ 30/5/ 2012 ວ່າດ້ວຍການປະຕິບັດ ເງິນເດືອນ ແລະ ເງິນອຸດຫນູນ ຕ່າງໆຕໍ່ພະນັກງານ, ລັດຖະ ກອນແຕ່ປີ 2013-2015, ໃນ ດຳລັດດ່ັງກ່າວຍັງໄດ້ລະບຸ ແຈ້ງວ່າ: ໃນສົກປີ 2013-2014 ນີ້ເງິນເດືອນຂອງພະ ນັກງານ-ລັດຖະກອນຈະເພີ່ມ ຂຶ້ນຈາກ 4.800 ດັດສະນີໃນ ປັດຈຸບັນຂຶ້ນມາເປັນ 6.700 ດັດສະນີ.
ແນວໃດກໍ່ຕາມ ເພື່ອເຮັດ ໃຫ້ວຽກງານດ່ັງກ່າວມີເນື້ອໃນ ຫນັກແຫນ້ນ ແລະ ເຊື່ອຖືໄດ້ ທ່ານພູເພັດ ຄຳພູນວົງ ລັດຖະ ມົນຕີວ່າການກະຊວງການ ເງິນກໍ່ໄດ້ໃຫ້ສຳພາດຕໍ່ສື່ມວນ ຊົນໃນໂອກາດເຂົ້າຮ່ວມກອງ ປະຊຸມດ່ັງກ່າວໃນວັນທີ 18 ກັນຍາ 2013 ເວລາ 15 ໂມງ ທ່ານໄດ້ກ່າວວ່າ: ຕໍ່ກັບການ ເກັບລາຍຮັບເຂົ້າງົບປະມານ ບໍ່ບັນລຸຕາມເປົ້າຫມາຍນັ້ນ ແມ່ນມີຫລາຍເງື່ອນໄຂ ແລະ ຫລາຍປັດໃຈ ໂດຍສະເພາະ ແມ່ນລາຍຈ່າຍເພີ່ມຂຶ້ນສູງ ໂພດ ແຕ່ການເກັບລາຍຮັບ ພັດບໍ່ໄດ້ຕາມເປົ້າຫມາຍຈ່ິງ ບໍ່ສາມາດສະຫນອງໄດ້. ໃນ ການຕັດເງິນອຸດຫນູນຄ່າຄອງ ຊີບອອກໃນຄັ້ງນີ້ລັດຖະບານ ແມ່ນມີຄວາມຈຳເປັນ ເພາະ ຈະເອົາໄປຖົມຫ່ວງລາຍ ຈ່າຍອື່ນ ໂດຍສະເພາະແມ່ນ ເງິນເດືອນຂອງພະນັກງານ ລັດຖະກອນຢູ່ເຂດຫ່າງໄກ ສອກຫລີກໃນຂອບເຂດທ່ົວ ປະເທດ ເພາະມີບາງທ້ອງຖ່ິນ ແມ່ນຍັງບໍ່ໄດ້ຮັບເງິນເດືອນ ນັບແຕ່ເດືອນ 5 ເປັນຕົ້ນມາ, ແນວໃດກໍ່ດີການຕັດເງິນອຸດ ຫນູນຄ່າຄອງຊີບອອກໃນຄັ້ງ ນີ້ແມ່ນຈະໄດ້ດຳເນີນໄປໃນ ໄລຍະໃດຫນ່ຶງເທ່ົານັ້ນ. ທ່ານ ພູເພັດກ່າວ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...