ຄອບຄົວດຸໝັ່ນ ປູກຜັກຂາຍ ລາຍຮັບງາມ

11934568_1626191014297492_6147082854327132979_o
ທ່ານ ສີທົນ ດວງປະເສີດ ອາຍຸ 60 ປີ ປະຊາຊົນບ້ານດອນເຂາະ ເຊິ່ງເປັນບ້ານທົດລອງຈັດຕັ້ງປະຕິບັດວຽກງານ 3 ສ້າງ ຂອງເມືອງປາກເຊ ແຂວງຈໍາປາສັກ, ເປັນ 1 ໃນ 3 ຄອບຄົວຕົວແບບໃນການປູກພືດຜັກຂາຍ ນໍາລາຍໄດ້ມາສູ່ຄອບຄົວປະມານ 3 ລ້ານກີບ/ເດືອນ ເຮັດໃຫ້ຊີວິດການເປັນຢູ່ນັບມື້ນັບດີຂຶ້ນເລື້ອຍໆ.

ທ່ານ ສີທົນ ດວງປະເສີດ ໃຫ້ສໍາພາດໃນວັນທີ 2 ກັນຍາ 2015 ນີ້ວ່າ: ແຕ່ກ່ອນຄອບຄົວຂອງຂ້າພະເຈົ້າໄດ້ຖືເອົາ ການເຮັດນາເປັນອາຊີບຕົ້ນຕໍ ຊີວິດການເປັນຢູ່ຂາດໆເຂີນໆ, ມາຮອດປີ 2000 ຈິ່ງໄດ້ເລີ່ມປູກພືດຜັກ ເຊັ່ນ: ຜັກສະຫຼັດ, ຜັກກາດ, ໝາກຖົ່ວ ແລະ ໝາກສາລີເປັນອາຊີບເສີມ ເພື່ອເພີ່ມລາຍຮັບແກ່ຄອບຄົວ  ລົງທຶນຊື້ແນວພັນ, ຝຸ່ນ, ແລະ ຢາປາບສັດຕູພືດຕ່າງໆ ປະມານ 4-5 ລ້ານກີບ, ການຜະລິດແມ່ນແບບປະຖົມປະຖານ ໃຊ້ແຮງງານຄົນໃນການປັບປຸງດິນ, ການຂຸດໜານຜັກ ໂດຍອາໄສການເຄີຍມີມູນເຊື້ອດ້ານການປູກຝັງ ຈິ່ງສາມາດປູກໄດ້ຢ່າງສະດວກ ແລະ ສົ່ງຂາຍຕະຫຼາດຢູ່ເມືອງປາກເຊ ເຫັນວ່າລາຍຮັບໄດ້ດີພໍສົມຄວນ. ຕໍ່ມາຮອດປີ 2005 ພະແນກກະສິກໍາ-ປ່າໄມ້ແຂວງ ຮ່ວມກັບອົງການອາຫານດ້ານການກະເສດ ໄດ້ເຂົ້າມາຊຸກຍູ້ສົ່ງເສີມກ່ຽວກັບການສ້າງຕັ້ງ ກຸ່ມຜະລິດ ກໍ່ຄືກຸ່ມປູກພືດຜັກ ພ້ອມທັງເອົາພະນັກງານວິຊາການມາຊ່ວຍແນະນໍາ ເຕັກນິກຕ່າງໆໃນການປູກ ແລະ ການບົວລະບັດຮັກສາພືດຜັກ, ນອກນັ້ນຂະແໜງການກ່ຽວຂອງພະແນກ ກະສິກໍາ-ປ່າໄມ້ແຂວງ, ໂຄງການສົ່ງເສີມການຜະລິດສິນຄ້າ ກະສິກໍາ ແລະ ປ່າໄມ້ແບບຍືນຍົງ(ສສຄກປ) ກໍ່ໄດ້ພາໄປທັດສະນະຖອດຖອນບົດຮຽນ ຫຼາຍຄັ້ງ ທັງພາຍໃນ ແລະ ຕ່າງປະເທດ ຍິ່ງເຮັດໃຫ້ຄອບຄົວຂອງຂ້າພະເຈົ້າມີບົດຮຽນ, ມີຄວາມຊໍານິຊໍານານໃນການປູກພືດຜັກຂຶ້ນເລື້ອຍໆ.

11960251_162
ທ່ານ ສີທົນ ກ່າວຕໍ່ວ່າ: ຄອບຄົວຂອງຂ້າພະເຈົ້າມີຈໍານວນພົນທັງໝົດ 6 ຄົນ, ແຮງງານຕົ້ນຕໍ 3 ຄົນ ປັດຈຸບັນນີ້ແມ່ນປູກຜັກສະຫຼັດ ຫຼາຍກ່ວາຜັກຊະນິດອື່ນໆ ໃນເນື້ອທີ່ 0,6 ເຮັກຕາ, ນໍາໃຊ້ທຶນປະມານ 10 ລ້ານກີບ/ປີ ໂດຍນໍາໃຊ້ວັດຖຸອຸປະກອນ ແລະ ເຕັກນິກທີ່ທັນສະໄໝ ຄືນໍາໃຊ້ລົດໄຖນາເຂົ້າຊ່ວຍໃນການໄຖດິນ ແລະ ຕີດິນ, ລະດູຝົນກໍ່ປູກໃນເຮືອນຮົ່ມ ເພື່ອປ້ອງກັນພືດຜັກບໍ່ໃຫ້ມີຜົນກະທົບ ຈາກສະພາບດິນຟ້າອາກາດ ບໍ່ວ່າຝົນຕົກ ຫຼື ແດດຮ້ອນ. ສໍາລັບຂັ້ນຕອນໃນການປູກພືດຜັກນັ້ນກ່ອນອື່ນຕ້ອງໄດ້ຄູນໜານ ແລະ ຫວ່ານໃນ ຫຼື ກ້າເບ້ຍຜັກ ເມື່ອເບ້ຍຜັກມີອາຍຸໄດ້ 15 ວັນແລ້ວ ຈິ່ງນໍາອອກຈາກໜານກ້າໄປປູກໃນໜານ ທີ່ເຮົາກຽມໄວ້, ຈາກນັ້ນກໍ່ເອົາໃຈໃສ່ບົວລະບັດຮັກສາ ຫົດນໍ້າ ໃສ່ຝຸ່ນ ແລະ ຫຼົກຫຍ້າ ພ້ອມທັງຕິດຕາມເບິ່ງສັດຕູພືດ ແລະ ແມງບົ້ງຕ່າງໆ, ເມື່ອປູກຜັກໄດ້ 1 ເດືອນກໍ່ສາມາດຫຼົກຂາຍໄດ້ ໂດຍສົ່ງໃຫ້ແມ່ຄ້າຢູ່ຕະຫຼາດເມືອງປາກເຊ, ລາຄານັ້ນລະດູແລ້ງ ແລະ ລະດູຝົນຈະແຕກຕ່າງກັນ, ລະດູແລ້ງປູກງ່າຍ ແຕ່ລາຄາຖືກ 4-5 ພັນກີບ/ກິໂລກຼາມ, ລະດູຝົນປູກຍາກ ແຕ່ລາຄາດີ 10 ພັນກີບ/ກິໂລກຼາມ ໂດຍປູກແບບໝູນວຽນກັນໄປ ເພື່ອໃຫ້ມີຜັກຂາຍຕະຫຼອດປີ ເພາະຕະຫຼາດຮອງຮັບບໍ່ມີບັນຫາ, ສະເລ່ຍລາຍຮັບເຫຼືອຈາກຄ່າໃຊ້ຈ່າຍສິ້ນເປືອງ ຕ່າງໆ ປະມານ 3 ລ້ານກີບ/ເດືອນ. ພາຍຫຼັງທີ່ຫັນມາປູກພືດຜັກເປັນອາຊີບເສີມ ເພີ່ມລາຍຮັບແກ່ຄອບຄົວ ໄດ້ເຮັດໃຫ້ຊີວິດການເປັນຢູ່ນັບມື້ນັບດີຂຶ້ນ, ປັດຈຸບັນມີເຮືອນຢູ່ແໜ້ນໜາຖາວອນ, ມີລົດໄຖນາ, ລົດຕຸກໆ ແລະ ລົດຮຸນໄດຢ່າງລະ 1 ຄັນ ແລະ ໃນຕໍ່ໜ້າກໍ່ຈະຖືເອົາການປູກພືດຜັກເປັນອາຊີບເສີມ ຕໍ່ໄປອີກ.
ທ່ານ ສີທົນ ກ່າວຕອນທ້າຍອີກວ່າ: ໃນໂອກາດທີ່ນັກຂ່າວໜັງສືພິມແຂວງມາສໍາພາດ ຂ້າພະເຈົ້າຢາກສະເໜີວ່າ ເມື່ອພັກ-ລັດ ຊຸກຍູ້ສົ່ງເສີມໃຫ້ປະຊາຊົນປູກພືດຜັກສະອາດ ປອດສານພິດ ກໍ່ຄວນຈັດສັນ ຕະຫຼາດຮອງຮັບພືດຜັກປອດສານພິດສະເພາະ ບໍ່ຄວນໃຫ້ມາຂາຍປົນກັນກັບພືດຜັກ ທີ່ປູກແບບທົ່ວໄປ ຫຼື ນໍາໃຊ້ສານເຄມີຕ່າງໆ.
ໃນໂອກາດດຽວກັນນີ້ ທ່ານ ບຸນມາ ຈະລຸນແສງ ເລຂາໜ່ວຍພັກ ນາຍບ້ານໆດອນເຂາະ ກໍ່ໃຫ້ສໍາພາດຕື່ມວ່າ: ບ້ານດອນເຂາະ ມີ 481 ຄອບຄົວ, ມີ 451 ຫຼັງຄາເຮືອນ, ມີພົນລະເມືອງທັງໝົດ 2.525 ຄົນ, ຍິງ 1.337 ຄົນ, ປະຊາຊົນ 73% ແມ່ນຖືເອົາການປູກຝັງ-ລ້ຽງສັດ ເປັນອາຊີບຕົ້ນຕໍ, ອາຊີບຄ້າຂາຍ ແລະ ພະນັກງານກວມເອົາ 27%. ປັດຈຸບັນບ້ານພາຍໃນບ້ານມີກຸ່ມການຜະລິດ 6 ກຸ່ມ ຄື: ກຸ່ມແກະສະຫຼັກຫີນ, ກຸ່ມລ້ຽງໝູ, ລ້ຽງໄກ່, ລ້ຽງງົວ, ຜະລິດເສັ້ນເຝີ ແລະ ກຸ່ມປູກພືດຜັກ, ໂດຍປະຕິບັດຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ, ຄະນະອໍານາດການປົກຄອງບ້ານພວກເຮົາໄດ້ສຸມໃສ່ຊີ້ນໍາ-ນໍາພາພໍ່ແມ່ປະຊາຊົນພາຍໃນບ້ານເຮັດການຜະລິດ ປູກຝັງ-ລ້ຽງສັດ ຕາມທ່າແຮງຄວາມອາດສາມາດຂອງໃຜລາວ ເພື່ອສ້າງລາຍຮັບແກ່ຄອບຄົວໃຫ້ມີຢູ່ມີກິນ. ນອກນີ້ພໍ່ແມ່ປະຊາຊົນພາຍໃນບ້ານຕ່າງກໍ່ມີຄວາມກະຕືລືລົ້ນ, ຈູບຈ້າວຫ້າວຫັນໃນການຜະລິດ ຈິ່ງເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນພາຍໃນບ້ານໄດ້ຮັບການພັດທະນາດີຂຶ້ນເລື້ອຍໆ, ຍ້ອນແນວນັ້ນບ້ານດອນເຂາະຈິ່ງສາມາດລຶບລ້າງຄອບຄົວທຸກຍາກໄດ້ຢ່າງຊິ້ນເຊີງ.

ບົດ-ພາບ: ຄົນສູ້ຊີວິດ ສຳນັກຂ່າວຈຳປາໃໝ່ ແຂວງຈຳປາສັກ