spot_img
Homeຂ່າວຕ່າງປະເທດຕຳຫລວດຮົງກາລີ ຍິງແກັສນ້ຳຕາສະກັດຜູ້ອົບພະຍົບ ຫລັງພະຍາຍາມບຸກຂ້າມຊາຍແດນ!

ຕຳຫລວດຮົງກາລີ ຍິງແກັສນ້ຳຕາສະກັດຜູ້ອົບພະຍົບ ຫລັງພະຍາຍາມບຸກຂ້າມຊາຍແດນ!

Published on

Hungarian riot police fight migrants at the border crossing with Serbia in Roszke

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 17 ກັນຍານີ້ວ່າ ເກີດເຫດຜູ້ອົບພະຍົບທີ່ໜີຄວາມຮຸນແຮງມາຈາກພາກພື້ນຕາເວັນອອກກາງ ແລ້ວຕິດຄ້າງຢູ່ບໍລິເວນຊາຍແດນປະເທດແຊັກບີ ເຊື່ອມຕໍ່ກັບປະເທດຮົງກາລີ ປະເຊີນໜ້າກັບເຈົ້າໜ້າທີ່ຂອງຮົງກາລີ ຢູ່ຊາຍແດນເມືອງເຮີກອດ ປະເທດແຊັກບີ ຫລັງຈາກທີ່ພວກເຂົາພະຍາຍາມຈະບຸກຂ້າມຮົ້ວກັ້ນຊາຍແດນ ເພື່ອເຂົ້າປະເທດຮົງກາລີໂດຍມີຈຸດປະສົງເດີນທາງໄປຍັງເອີຣົບຕາເວັນຕົກ ແຕ່ຖືກເຈົ້າໜ້າທີ່ຕຳຫລວດປາບຈະລາຈົນຮົງກາລີ ຕັດສິນໃຈຍິງແກັສນ້ຳຕາ ແລະ ປືນສີດນ້ຳແຮງດັນສູງໃສ່ ເຮັດໃຫ້ກຸ່ມຜູ້ອົບພະຍົບແກ່ວງແກ້ວ ແລະ ກ້ອນຫີນຕອບໂຕ້.

ທັງນີ້ ເຫດຄວາມວຸ້ນວາຍດັ່ງກ່າວ ເກີດຂຶ້ນພາຍຫລັງທີ່ລັດຖະບານຮົງກາລີ ດຳເນີນມາດຕະການປິດທາງຂ້າມຊາຍແດນແຫ່ງສຸດທ້າຍດັ່ງກ່າວນີ້ ໃນວັນອັງຄານ ທີ 15 ກັນຍາຜ່ານມາ ໂດຍກຸ່ມຜູ້ອົບພະຍົບພະຍາຍາມຮຽກຮ້ອງໃຫ້ຮົງກາລີເປີດຊາຍແດນ ແລະ ຫລາຍຄົນຢືນຢັນຈະຕັ້ງຫລັກຮຽກຮ້ອງຢູ່ບ່ອນເກົ່ານີ້ ແຕ່ກໍມີກຸ່ມຜູ້ອົບພະຍົບບາງສ່ວນ ປ່ຽນໃຈມຸ່ງໜ້າສູ່ປະເທດໂກຣອາຊີ ໂດຍຫວັງໃຊ້ເປັນເສັ້ນທາງໃໝ່ ໃນການເດີນທາງເຂົ້າສູ່ເອີລົບຕາເວັນຕົກ.

ດ້ານກະຊວງພາຍໃນຂອງໂກຣອາຊີ ໄດ້ອອກມາເປີດເຜີຍວ່າ ພວກເຂົາໄດ້ສະກັດຈັບຜູ້ອົບພະຍົບຫລາຍສັນຊາດ ຈຳນວນ 373 ຄົນ ໃນນັ້ນມີແມ່ຍິງ 75 ຄົນ ແລະ ເດັກນ້ອຍອີກ 73 ຄົນ ເດີນທາງເຂົ້າປະເທດແບບຜິດກົດໝາຍ ກ່ອນທີ່ຈະນຳຕົວຜູ້ອົບພະຍົບດັ່ງກ່າວນີ້ໄປລົງທະບຽນຢູ່ສູນຜູ້ອົບພະຍົບນະຄອນຫລວງຊາເກຣັບ ຊຶ່ງພວກເຂົາໄດ້ຮັບການປະຕິບັດຢ່າງເປັນມິດ ຫລາຍກ່ວາຢູ່ຮົງກາລີ.

Migrants clash with Hungarian riot police at the border crossing with Serbia in Roszke

Migrants protest as Hungarian riot police fires tear gas and water cannon at the border crossing with Serbia in Roszke

Hungarian riot police fight migrants at the border crossing with Serbia in Roszke

 

NjpUs24nCQKx5e1D68gz31e2ICQ8BxyhuNuUs6Vt1CQ

 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...