Homeຂ່າວຕ່າງປະເທດ'HP'ກຽມປົດພະນັກງານ 30,000 ຕຳແໜ່ງ

‘HP’ກຽມປົດພະນັກງານ 30,000 ຕຳແໜ່ງ

Published on

1

„’HP’ກຽມປົດພະ​ນັກ​ງານ 30,000 ຕຳແໜ່ງ HP ຜູ້​ຜະລິດ​ຄອມພິວເຕີ ​ແລະ​ ເຄື່ອງ​ພິມ​ລາຍ​ໃຫຍ່ ຕັ້ງ​ເປົ້າ​ປົດ​ພະ​ນັກ​​ງານ 30,000 ຕຳແໜ່ງ​ເພື່ອ​ຫລຸດຜ່ອນ​ລາຍ​ຈ່າຍ“
„ສຳ​ນັກ​ຂ່າວ​ຕ່າງ​ປະເທດ​ລາຍ​ງານ​ຈາກ​ເມືອງ​ຊານ​ຟຣານ​ຊິດ​ໂກ ປະເທດ​ສະ​ຫາລັດ​ອະ​ເມຣິ​ກາ ເມື່ອ​ວັນທີ່ 16 ກັນຍາ ວ່າ HP ຜູ້​ຜະລິດ​ຄອມພິວເຕີ​ສ່ວນ​ບຸກ​ຄົນ ​ແລະ ​ເຄື່ອງ​ພິມ​ລາຍ​ໃຫຍ່​ຂອງ​ໂລກ ປະ​ກາດ​ແຜນ​ຫລຸດ​ຈຳນວນ​ພະ​ນັກ​ງານ​ອີກ​ປະມານ 25,000 – 30,000 ຄົນ ໃນ​ສ່ວນ​ຂອງ “ຮິວ​ເລດຕ໌ ແພກ​ກາດ ຫຼື HP” ບໍລິສັດ​ໃໝ່​ທີ່​ແຍກ​ຕົວ​ອອກຈາກ​ສ່ວນ​ຂອງ​ຄອມພິວເຕີ​ ແລະ​ ເຄື່ອງ​ພິມ ໂດຍ​ບໍລິສັດ​ໃໝ່​ຈະ​​ເນັ້ນ​ໄປ​ທີ່​ຊອບ​ແວລ໌ ການ​ໃຫ້​ຄຳ​ປຶກ​ສາ ແລະ ​ວິ​ເຄາະ​ຂໍ້​ມູນ ​ສ່ວນ​ດັ່ງ​ກ່າວ​ຄິດ​ເປັນ​ຮ້ອຍ​ລະ 10 – 12 ຂອງ​ຈຳນວນ​ພະ​ນັກ​ງານ​ທັງ​ໝົດ 252,000 ຄົນ ເປັນ​ສ່ວນຫນຶ່ງ​ຂອງ​ມາ​ດຕະການ​ຕັດຫ​ລຸດ​ລາຍ​ຈ່າຍ​ທີ່​ຕັ້ງ​ເປົ້າ​ໄວ້​ທີ່ 2,000 ລ້ານ​ດອນ​ລາ​ຕໍ່​ປີ ໂດຍ​ໃນ​ໄລຍະຫລາຍ​ປີ​ທີ່​ຜ່ານມາ HP ​ດຳ​ເນີນ​ນະໂຍບາຍເຂ້ມ​ງວດ ມີ​ການ​ປົດພະ​ນັກ​ງານ​ໄປ​ແລ້ວ​ 55,000 ຕຳແໜ່ງ“

ບົດຄວາມຫຼ້າສຸດ

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...