spot_img
Homeຂ່າວພາຍ​ໃນກວດກາກອງຮາກຖານເຂັ້ມແຂງ-ຫນ່ວຍພັກຮູ້ນຳພາຮອບດ້ານຢູ່ກອງ “ຂ 279”

ກວດກາກອງຮາກຖານເຂັ້ມແຂງ-ຫນ່ວຍພັກຮູ້ນຳພາຮອບດ້ານຢູ່ກອງ “ຂ 279”

Published on

mon23sep4 (1)

ໃນວັນທີ 18 ກັນຍາ2013 ນີ້ກອງ “ຂ 279” ໄດ້ຕ້ອນຮັບການລົງກວດກາກອງແຂງ-ໜ່ວຍພັກຮູ້ນຳພາຮອບດ້ານນຳໂດຍ ສະຫາຍ ພົນຕີ ຈັນສະໝອນ ຈັນ ຍາລາດ, ກຳມະການສູນກາງ ພັກລັດຖະມົນຕີຊ່ວຍວ່າການ ກະຊວງປ້ອງກັນປະເທດ ຫົວຫນ້າກວດກາກອງຮາກຖານ ເຂັ້ມແຂງໜ່ວຍພັກຮູ້ນຳພາ ຮອບດ້ານເຂດໃຈກາງນະຄອນ
ຫຼວງວຽງຈັນ,ພ້ອມຄະ ນະເຊິ່ງມີຄະນະພັກ – ຄະນະບັນຊາໃນກົມກອງໃຫ້ການຕ້ອນຮັບ.
ໂອກາດນີ້ສະຫາຍພັນເອກ ຄຳອ່າງ ມະນີວົງ, ເລຂາຄະນະ ພັກ ຫົວຫນ້າການເມືອງກອງ “ຂ 279” ໄດ້ລາຍງານຈຸດພິ ເສດສະພາບລວມໂດຍຫຍໍ້ ໃນການເຄື່ອນໄຫວປະຕິບັດ ໜ້າທີ່ ແລະ ປັບປຸງກໍ່ສ້າງກົມ ກອງພາຍຫຼັງທີ່ໄດ້ຮັບຮອງ ເປັນກອງຮາກຖານເຂັ້ມແຂງ ໜ່ວຍພັກຮູ້ນຳພາຮອບດ້ານ.
ເຊິ່ງໂອກາດນີ້ສະຫາຍພົນຕີ ຈັນສະໝອນ  ຈັນຍາລາດ ໄດ້ໂອ້ລົມໂດຍສະຫາຍໄດ້ເນັ້ນ ໜັກໃຫ້ຄະນະພັກແຕ່ລະຂັ້ນ ຈົ່ງໄດ້ພ້ອມກັນຍົກສູງບົດ ບາດການນຳພາຂອງພັກໄປ ພ້ອມໆກັບການສຶກສາອົບຮົມ  ການເມືອງນຳພາແນວຄິດໃຫ້  ພະນັກງານ-ນັກຮົບ ໃຫ້ມີ ຄວາມເຊື່ອໝັ້ນຕໍ່ການນຳພາ ຂອງພັກລັດ, ພ້ອມທັງສຸມໃສ່ ການປະຕິບັດໜ້າທີ່ຂອງກົມ ກອງໃຫ້ສຳເລັດ.
ໃນໂອກາດນີ້ສະຫາຍພົນຕີ ຈັນສະໝອນ ຈັນຍາລາດ ພ້ອມດ້ວຍໜ່ວຍງານວິຊາ ການຍັງໄດ້ລົງກວດກາຂອງ ວຽກງານປັບປຸງກໍ່ສ້າງກົມ ກອງຢູ່ກົມກອງຮາກຖານທີ່ ຂຶ້ນກັບກອງ “ຂ 279” ເປັນ ຕົ້ນແມ່ນວຽກງານການສ້າງ ພະລາທິການກັບທີ່, ເຮືອນ ກິນເຂົ້າກອງ “ຄ 792” ທ່ຽວ ຊົມໜ່ວຍງານຊັກລີດ, ສ້າງ ຄັງອາວຸດ ແລະ ສະຖານທີ່ ອື່ນໆນຳອີກ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...