spot_img
Homeຂ່າວທ້ອງຖິ່ນນ້ຳຖ້ວມເມືອງນານ ເສຍຫາຍກ່ວາ 13 ຕື້ກີບ ພ້ອມຕ້ອງການກົນຈັກໜັກ ເຂົ້າແກ້ໄຂຜົນກະທົບ!

ນ້ຳຖ້ວມເມືອງນານ ເສຍຫາຍກ່ວາ 13 ຕື້ກີບ ພ້ອມຕ້ອງການກົນຈັກໜັກ ເຂົ້າແກ້ໄຂຜົນກະທົບ!

Published on

lbp

ເຈົ້າເມືອງນານ ສີວອນ ວົງຄໍາຈັນ ໃຫ້ຮູ້ວ່າ: ປັດຈຸບັນແມ່ນມີຄວາມຕ້ອງການກົນຈັກໜັກເຊັ່ນ: ລົດຈົກ, ລົດດ້າມເປັນຈໍານວນຫລາຍ, ເພື່ອສຸມໃສ່ແກ້ໄຂຜົນກະທົບຈາກເຫດການພູເຈື່ອນກະທັນຫັນໃນບໍລິເວນແຫລ່ງທ່ອງທ່ຽວທໍາມະຊາດນໍ້າຕົກຕາດຮ່ຽນທີ່ບ້ານນາຝາຍ ແລະ ບ້ານສີບຸນເຮືອງ, ເມືອງນານ ແຂວງຫລວງພະບາງ ໃນຕອນບ່າຍວັນທີ 8 ກັນຍາຜ່ານມານັ້ນໃຫ້ສໍາເລັດໂດຍໄວ, ພາຍຫລັງເຫັນວ່າໜ້າວຽກທີ່ໃຊ້ກໍາລັງແຮງງານຄົນແມ່ນເບົາບາງລົງຫລາຍແລ້ວ, ຂະນະທີ່ຜູ້ໄດ້ຮັບຜົນກະທົບຈາກໄພທໍາມະຊາດເທື່ອນີ້  ແມ່ນໄດ້ຮັບເງິນຊ່ວຍເຫລືອເບື້ອງຕົ້ນແລ້ວຈໍານວນໜຶ່ງ.

ທ່ານເຈົ້າເມືອງດັ່ງກ່າວໃຫ້ຮູ້ວ່າ: ພາຍຫລັງເກີດເຫດຮ້າຍແຮງດັ່ງກ່າວ, ອໍານາດການປົກຄອງທ້ອງຖິ່ນໄດ້ລະດົມກໍາລັງຫລາຍພາກສ່ວນເຂົ້າຊ່ວຍເຫລືອຢ່າງເລັ່ງດ່ວນ, ຈົນຮອດປັດຈຸບັນບາງບ່ອນໄດ້ຄ່ອຍໆກັບຄືນສູ່ສະພາບປົກກະຕິແລ້ວເປັນຕົ້ນ: ການອະນາໄມເຮືອນປະຊາຊົນທີ່ມີງ່າໄມ້ ແລະ ດິນໄຫລເຂົ້າຖົມແມ່ນສໍາເລັດແລ້ວ, ສ່ວນການປັບປຸງສ້ອມແປງ

ເສັ້ນທາງພາຍໃນບ້ານທີ່ຖືກດິນ ແລະ ຕົ້ນໄມ້ຂະໜາດໃຫຍ່ຖົມນັ້ນແມ່ນຕ້ອງໄດ້ໃຊ້ລົດຈົກ, ລົດດ້າມຂົນດິນອອກຈາກພື້ນທີ່, ສ່ວນຕົ້ນໄມ້ຈໍານວນໜຶ່ງແມ່ນມີຜູ້ປະກອບການໂຮງເລື່ອຍຢູ່ເມືອງໄດ້ມາຮັບຊື້ເອົາແລ້ວ ແລະ ປັດຈຸບັນໄດ້ສະເໜີຕໍ່ແຂວງເພື່ອຄົ້ນຄວ້າຫາລົດຈົກ, ລົດດ້າມມາຊ່ວຍຕື່ມເພື່ອເຮັດໃຫ້ການແກ້ໄຂສໍາເລັດໂດຍໄວ.

ເຈົ້າເມືອງດັ່ງກ່າວໃຫ້ຮຸ້ວ່າ: ສໍາລັບຄວາມເສຍຫາຍຈາກເຫດການໄພທໍາມະຊາດເທື່ອນີ້ແມ່ນໜັກໜ່ວງສົມຄວນຄື: ມີເຮືອນປະຊາຊົນຢູ່ບ້ານນາຝາຍ 9 ຫລັງຖືກນໍ້າພັດສູນຫາຍ, 24 ຫລັງເປ່ເພ ແລະ ອີກ 8 ຫລັງຢູ່ບ້ານສີບຸນເຮືອງ, ໃນນີ້ມີຜູ້ເສຍຊີວິດ 4 ຄົນຍ້ອນຖືກດິນຖົມ, ຄາດວ່າຈະມີມູນຄ່າເສຍຫາຍຫລາຍກວ່າ 13 ຕື້ກີບ ແລະ ມາຮອດປັດຈຸບັນໄດ້ຮັບການຊ່ວຍເຫລືອເປັນເງິນ ແລະ ວັດຖຸປະກອບມີ: ຫ້ອງວ່າການແຂວງຫລວງພະບາງມີ 10 ລ້ານກີບ, ແຂວງໄຊຍະບູລີ 10 ລ້ານກີບ, ອົງການກາແດງແຂວງຫລວງພະບາງເຂົ້າສານ 1 ໂຕນ ແລະ ນໍ້າດື່ມຈໍານວນໜຶ່ງ, ກະຊວງການເງິນ 60 ລ້ານກີບ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ 50 ລ້ານກີບ ແລະ ມີຫົວໜ່ວຍທຸລະກິດຈໍານວນໜຶ່ງໄດ້ມອບເງິນ ແລະ ສັງກະສີຫລາຍກວ່າ 2.400 ແຜ່ນ ແລະ ສໍາລັບຄອບຄົວຜູ້ເສຍຊີວິດ 4 ຄົນກໍໄດ້ຮັບເງິນຊ່ວຍກິນທານແລ້ວຄອບຄົວລະ 1,5 ລ້ານກີບ, ສ່ວນຜູ້ທີ່ໄດ້ຮັບຜົນກະທົບກໍໄດ້ຮັບການຊ່ວຍເຫລືອເບື້ອງຕົ້ນແລ້ວຄອບຄົວລະ 1,5 -3 ລ້ານກີບ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...