ກິນກ້ວຍເກີນກວ່າ 6 ໜ່ວຍໃນມື້ດຽວອາດຂ້າເຈົ້າໄດ້ ແທ້ຫວາ?

6ae69e63e45b7a8e7cdc2861c1f2b55d

ມີ​ຄົນ​ເຄີຍ​ບອກວ່າ ການ​ກິນ​ກ້ວຍ​ຈຳນວນ​ຫລາຍ​ໃນ​ເທື່ອ​ດຽວ​ເປັນ​ອັນຕະລາຍ ຫລື​ແມ່ນ​ແຕ່​ເຄີຍ​ໄດ້ຮັບ​ຄຳ​ແນະ​ນຳ​ມາ​ວ່າ ການ​ກິນ​ກ້ວຍ​ເກີນ​ກວ່າ 6 ໜ່ວຍ​ໃນ​ມື້​ດຽວ​ນັ້ນ​ສາມາດ​ທີ່​ຈະ​ຂ້າ​ເຈົ້າ​ໄດ້ ເຈົ້າ​ຄິດວ່າ​ມັນ​ເປັນ​ຄວາມຈິງບໍ່?

ກ້ວຍ​ເປັນ​ໜຶ່ງ​ໃນ​ຫມາກໄມ້​ທີ່​ໄດ້ຮັບ​ຄວາມ​ນິຍົມ​ທົ່ວ​ໂລກ ຊຶ່ງ​ຄຸນຄ່າ​ຂອງ​ມັນ​ອັດ​ແໜ້ນ​ໄປ​ດ້ວຍ​ວິ​ຕາ​ມິນ​ແລະ​ແຮທາດ ເປັນຫຍັງ​ເຈົ້າ​ເຖິງ​ຄິດວ່າ​ມັນ​ຈະ​ເປັນ​ອັນຕະລາຍ?

ມັນ​ຈະ​ເປັນ​ຄວາມ​ຈິງ ເນື່ອງ​ດ້ວຍ​ລະ​ດັບ​ໂພ​ແທດ​ຊຽ່ມ​ສູງ​ຖ້າຫາກ​ເຈົ້າ​ຮັບປະທານ​ກ້ວຍ​ເກີນ​ກວ່າ 6 ໜ່ວຍ ແລ້ວ​ເປັນຫຍັງ​ໂພ​ແທດ​ຊຽ່ມ​ເຖິງ​ອັນຕະລາຍ? ຫລາຍ​ຄົນ​ຕັ້ງ​ຄຳ​ຖາມ​ຕໍ່ “ທີ່​ຈິງ​ແລ້ວ ມັນ​ເປັນ​ເລື່ອງ​ຂອງ​ຄວາມ​ຢູ່​ລອດ ຊຶ່ງ​ເຮົາ​ກໍ​ສາມາດ​ພົບ​ໂພ​ແທດ​ຊຽ່ມໄດ້​ໃນ​ເຊລ​ພາຍ​ໃນ​ຮ່າງກາຍ” Catherine Collins ນັກ​ໂພສະ​ນາ​ການ​ທີ່​ໂຮງໝໍ​ເຊລ​ຈອນ​ໃນນະຄອນຫລວງ​ລອນ​ດອນ​ກ່າວ

ຮ່າງກາຍ​ຂອງ​ເຮົາ​ຈະ​ໃຊ້​ໂພ​ແທດ​ຊຽ່ມ​ໃນ​ເລື່ອງ​ຂອງ​ກະ​ແສ​ໄຟ​ຟ້າ​ທີ່​ຊ່ວຍ​ໃຫ້​ເຊລ​ເຮັດວຽກ​ໄດ້​ຢ່າງ​ຖືກ​ຕ້ອງ ຊຶ່ງ​ມັນ​ຈະ​ຊ່ວຍ​ໃຫ້​ອັດຕາ​ການ​ເຕັ້ນ​ຂອງ​ຫົວ​ໃຈ​ສະ​ໝ່ຳ​ສະເໝີ​ແລະ​ຕໍ່​ເນື່ອງ ອີກ​ທັງ​ຍັງ​ຊ່ວຍ​ໃນ​ເລື່ອງ​ຂອງ​ການ​ຫລັ່ງ​ອິນ​ຊູ​ລິນ​ຈາກ​ຕັບ​ອ່ອນ​ເພື່ອ​ຄວບ​ຄຸມ​ລະ​ດັບ​ນ້ຳ​ຕານ​ໃນ​ເລືອດ ລວມ​ໄປ​ເຖິງ​ມີ​ຄວາມ​ສຳຄັນ​ໃນ​ການ​ຄວບ​ຄຸມ​ຄວາມ​ດັນ​ເລືອດ

ໃນ​ທາງ​ກັບ​ກັນ ຫາ​ກລະ​ດັບ​ນ້ຳ​ຕານ​ໃນ​ເລືອດ​ຕ່ຳ​ເກີນ​ໄປ​ຫລື​ສູງ​ເກີນ​ໄປ​ກໍ​ສາມາດ​ເຮັດໃຫ້​ຫົວ​ໃຈ​ເຕັ້ນ​ຜິດ​ປົກກະຕິ ມີ​ອາການ​​ວຽນ​ຫົວ ຄື້ນ​ໄສ້ ແລະ ເຈັບທ້ອງ ໂດຍ “ໂພ​ແທດ​ຊຽ່ມ​ຄໍ​ໄລ (Potassium chloride)” ເປັນ​ໜຶ່ງ​ໃນ​ສານ​ເຄ​ມີ​ອັນຕະລາຍ​ໃນ​ສະ​ຫາຣັດ​ອາ​ເມ​ຣິ​ກາ ຊຶ່ງ​ປະລິມານ​ທີ່​ສູງໆ ອາດ​ເຮັດໃຫ້​ເກີດ​ພາ​ວະ​ຫົວ​ໃຈ​ຢຸດ​ເຕັ້ນ​ໄດ້

ແຕ່​ສຳລັບ​ຄົົນທີ່​ສຸກຂະພາບ​ດີ “ມັນ​ອາດຈະ​ເປັນ​ໄປ​ໄດ້​ຍາກ​ທີ່​ຈະ​ຮັບປະທານ​ກ້ວຍ​ຫລາຍ​ໆ ຈະ​ເປັນ​ອັນຕະລາຍ” ຄອນ​ລິນ​ກ່າວ “ເຈົ້າ​ອາດຈະ​ຕ້ອງ​ການ​ກ້ວຍ​ກວ່າ 40 ໜ່ວຍ​ທີ່​ຈະ​ເຮັດໃຫ້​ລະ​ດັບ​ຂອງ​ໂພ​ແທດ​ຊຽ່ມ​ສູງ​ເຖິງ​ຂະໜາດ​ທີ່​ເຮັດໃຫ້​ຫົວ​ໃຈ​ຢຸດ​ເຕັ້ນ​ໄດ້” ກ້ວຍ​ບໍ່​ໄດ້​ອັນຕະລາຍ ແລະ​ໃນ​ຄວາມ​ຈິງ​ແລ້ວ​ມັນ​ອາດຈະ​ດີ​ຫລາຍ​ສຳລັບ​ຄົນເຮົາຮັບປະທານ

ຜູ້ໃຫຍ່​ຄວນ​ຮັບປະທານ​ໂພ​ແທດ​ຊຽ່ມ​ປະ​ມານ 3,500 ມິນ​ລິ​ກຣາມ​ຕໍ່​ມື້​ຕາມ​ຄຳ​ແນະ​ນຳ​ຂອງ UK’s National Health Service ໂດຍ​ກ້ວຍ​ນັ້ນ​ມີ​ນ້ຳ​ໜັກ​ສະເລ່ຍ 125 ກຣາມ ຫລື​ມີ​ໂພ​ແທດ​ຊຽ່ມ​ປະ​ມານ 450 ມິນ​ລິ​ກຣາມ ໝາຍ​ຄວາມ​ວ່າ ຄົົນທີ່​ມີ​ສຸກຂະພາບ​ດີ​ສາມາດ​ຮັບປະທານ​ໄດ້​ເຖິງ 7 ໜ່ວຍ​ເຄີ່ງ​ຊຶ່ງ​ກໍ​ຍັງ​ບໍ່​ເຖິງ​ລະ​ດັບ​ແນະ​ນຳ​ຂອງ​ການ​ຮັບປະທານ​ໂພດ​ແທດ​ຊຽ່ມ​ຕໍ່​ມື້​ຊ້ຳ

ແຕ່​ກໍ​ອາດ​ມີ​ບາງ​ຄົົນທີ່​ຄວນ​ຫລີກ​ລ້ຽງ​ອາຫານ​ທີ່​ມີ​ໂພ​ແທດ​ຊຽ່ມ​ສູງ​ຊຶ່ງ​ໄດ້​ແກ່ ຜູ້​ປ່ວຍ​ພະຍາດ​ຫມາກໄຂ່ຫລັງ ຄອນ​ລິນ​ເຕືອນ

“ຜູ້​ປ່ວຍ​ພະຍາດ​ຫມາກໄຂ່ຫລັງ​ຈະ​ມີ​ການເຮັດວຽກງານ​ຂອງ​ຫມາກໄຂ່ຫລັງ​ທີ່​ດ້ອຍ​ປະ​ສິດ​ທິ​ພາບ ຊຶ່ງ​ຄົນ​ໄຂ້​ທີ່​ເປັນ​ພະຍາດ​ຫມາກໄຂ່ຫລັງ​ຈະ​ມີ​ລະ​ດັບ​ທີ່​ເປັນ​ອັນຕະລາຍ​ຂອງ​ໂພ​ແທດ​ຊຽ່ມ​ໃນ​ກະ​ແສ​ເລືອດ ເນື່ອງ​ຈາກ​ພວກ​ເຂົາ​ມີ​ການ​ຂັບ​ໂພ​ແທດ​ຊຽ່ມ​ທາງ​ຍ່ຽວ​ໄດ້​ຕ່ຳ” ຄອນ​ລິນ​ກ່າວ “ດັ່ງ​ນັ້ນ​ໃນ​ທາງ​ທິດສະດີ ມັນ​ເປັນ​ໄປ​ໄດ້​ທີ່​ຜູ້​ປ່ວຍ​ພະຍາດ​ຫມາກໄຂ່ຫລັງ​ຈະ​ເສຍຊີວິດ​ຈາກ​ລະ​ດັບ​ໂພ​ແທດ​ຊຽ່ມ​ໃນ​ເລືອດ​ສູງ ຫາກ​ພວກ​ເຂົາ​ຮັບປະທານ​ອາຫານ​ທີ່​ອຸດົມ​ໄປ​ດ້ວຍ​ແຮ່ທາດ​ນີ້​ຈຳນວນ​ຫລາຍ”

ນາງ​ເຄີຍ​ມີ​ຄົນ​ໄຂ້​ທີ່​ຕ້ອງ​ຟອກ​ຫມາກໄຂ່ຫລັງ​ທີ່​ມີ​ອາການ​ຫົວ​ໃຈ​ວາຍ​ຫລັງ​ຈາກ​ທີ່​ຮັບປະທານ​ມະ​ເຂືອ​ເທດ​ຫລາຍ​ເກີນ​ໄປ ຊຶ່ງ​ມະ​ເຂືອ​ເທດ​ເປັນ​ຫມາກໄມ້​ທີ່​ອຸດົມ​ໄປ​ດ້ວຍ​ໂພ​ແທດ​ຊຽ່ມ ເປັນ​ຜົນ​ໃຫ້​ຫມາກໄຂ່ຫລັງ​ຂອງ​ພວກເຂົາ​ຢຸດ​ການເຮັດວຽກງານ​ເນື່ອງ​ຈາກ​ບໍ່​ສາມາດ​ກຳຈັດ​ໂພ​ແທດ​ຊຽ່ມ​ສ່ວນ​ເກີນ​ອອກ​ໄປ​ໄດ້

ສິ່ງ​ທີ່​ອາດ​ຕ້ອງ​ເປັນ​ກັງ​ວົນ​ອີກ​ຢ່າງ​ໜຶ່ງ​ຂອງ​ກ້ວຍ​ຄື ລັງສີ

ເຊັ່ນ​ດຽວ​ກັບ​ອາຫານ​ຫລາຍໆ ຢ່າງ ກ້ວຍ​ຕາມ​ທຳມະຊາດ​ຈະ​ມີ​ໄອ​ໂຊ​ໂທບ​ກຳ​ມັນ​ຕະ​ຣັງສີ ທີ່​ພຽງ​ພໍ​ສຳລັບ​ກະຕຸ້ນ​ໃຫ້​ຫນ່ວຍ​ງານ​ການ​ວິ​ເຄາະ​ການ​ຄຸກ​ຄາມ​ທາງ​ນິວເຄຍຮຽກຮ້ອງ​ໃຫ້​ນຳ​ອຸປະກອນ​ກວດ​ຈັບ​ທີ່​ໃຊ້​ໃນ​ທ່າ​ເຮືອສະ​ຫາຣັດ​ມາ​ໃຊ້​ກວດ​ສອບ​ການ​ລັກ​ລອບ​ຂົນ​​ນິວ​ເຄຍ​ໄດ້

ກ້ວຍ​ມີ​ປະລິມານ​ຂອງ​ລັງສີ​ທີ່ 0.1 microsieverts ຊຶ່ງ​ໂດຍ​ທົ່ວ​ໄປ ການເຮັດ CT scan ໃນ​ໂຮງໝໍ​ຈະ​ໃຊ້​ປະລິມານ​ລັງສີ​ໃນ​ການ​ຖ່າຍ​ພາບ​ອະໄວຍະວະ​ຕ່າງໆ ທີ່​ລະ​ດັບ 10-15 millisieverts – ປະ​ມານ​ໄດ້​ຫລາຍກວ່າ 100,000 ເທື່ອ​ເມື່ອ​ທຽບ​ກັບ​ລັງສີ​ໃນ​ກ້ວຍ

*** 1 millisieverts = 1,000 microsieverts

“ລະ​ດັບ​ຂອງ​ລັງສີ​ໃນ​ກ້ວຍ​ມີ​ພຽງ​ເລັກນ້ອຍ” ຄອນ​ລິນ​ກ່າວ ແລະ “ກ້ວຍ​ບໍ່​ໄດ້​ມີ​ລັງສີ​ຫລາຍ​ເຊັ່ນ​ຖົ່ວ​ບຣາ​ຊິນ (Brazil nut) ແລະ​ເຮົາ​ຈະ​ປອດ​ໄພ​ຫາກ​ຮັບປະທານ​ໃນ​ປະລິມານ​ທີ່​ພໍ​ເໝາະ”

ອ້າງ​ອິງ www.bbc.com/news/magazine-34225517