spot_img
Homeຂ່າວພາຍ​ໃນໄຂກອງປະຊຸມຫ້ອງວ່າການທົ່ວປະເທດ ຄັ້ງທີ VI

ໄຂກອງປະຊຸມຫ້ອງວ່າການທົ່ວປະເທດ ຄັ້ງທີ VI

Published on

 ກອງປະຊຸມວຽກງານຫ້ອງວ່າການທົ່ວປະເທດ ຄັ້ງທີ VI ໄລຍະກາງສະໄໝ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 19 ກັນຍາ 2013 ນີ້ ທີ່ສະໂມສອນສຳນັກງານຫ້ອງວ່າການສູນກາງພັກ (ຫຼັກ 6)ນະຄອນຫຼວງວຽງຈັນ ແລະ ຈະດຳເນີນໄປເປັນເວລາ 2 ວັນ ໂດຍການເປັນປະທານຂອງ ທ່ານ ດຣ.ບຸນປອນ ບຸດຕະນະວົງ ກຳມະການກົມການເມືອງສູນກາງພັກ,ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ,ມີບັນດາຄະນະ ຫ້ອງວ່າການຂັ້ນສູນກາງ,ຫົວໜ້າຫ້ອງການກະຊວງ-ອົງການ, ຫົວໜ້າຫ້ອງວ່າການນະຄອນຫຼວງວຽງຈັນ, ແຂວງ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າ ຮ່ວມ.

ໃນວາລະດຳເນີນກອງປະຊຸມເປັນເວລາ 2ວັນນັ້ນ ໃນມື້ທຳອິດ ຜູ້ເຂົ້າຮ່ວມໄດ້ຮັບຟັງການສະເໜີຮ່າງບົດລາຍງານ ວຽກງານຫ້ອງວ່າການທົ່ວປະເທດ ກາງສະໄໝ,ບົດຮຽນໃນການຈັດຕັ້ງປະຕິບັດວຽກງານຫ້ອງວ່າການລັດຖະບານ, ບົດຮຽນໃນການຈັດຕັ້ງປະຕິບັດ ວຽກງານຫ້ອງວ່າການສະພາແຫ່ງ ຊາດ,ບົດຮຽນດ້ານພິທີການ, ບົດຮຽນການຜັນຂະຫຍາຍມະຕິກອງປະຊຸມຫ້ອງວ່າການທົ່ວປະເທດ ຄັ້ງທີ VI,ບົດຮຽນການຄຸ້ມຄອງທຸລະກິດ,ການປັບ ປຸງຄຸນະພາບການເປັນເສນາທິການ,ການສະໜອງຂ່າວຮັບໃຊ້ການນຳຕາມທິດ “ວ່ອງໄວ,ຊັດເຈນ”,ການປັບປຸງວຽກງານ ເສນາທິການຕິດພັນກັບ ວຽກງານ 3ສ້າງ,ບົດຮຽນການບໍລິການຮັບໃຊ້ການນຳ,ການບຳລຸງສ້າງພະນັກງານຮັບໃຊ້ການນຳ, ການເຮັດໜ້າທີ່ໃຈກາງປະສານງານ, ການນຳໃຊ້ ເຕັກໂນໂລຊີຂ່າວສານ.

ສ່ວນມື້ທີສອງຈະໄດ້ຮັບຟັງການສະເໜີເອກະສານສຳຄັນຕ່າງໆ ເຊັ່ນ:ເອກະສານຜັນຂະຫຍາຍວຽກງານ 3ສ້າງຂອງຫ້ອງວ່າການ, ເອກະສານກະກຽມ ກອງປະຊຸມໃຫຍ່ 3ຂັ້ນຂອງພັກ ບົດແນະນຳການກະກຽມຮ່າງລາຍງານການເມືອງ,ເອກະສານຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ຂອງຫ້ອງວ່າ ການ.ນອກຈາກນັ້ນ ຍັງຈະມີພິທີມອບຄອມພິວເຕີໃຫ້ຫ້ອງວ່າການເມືອງ 3ສ້າງ ເພື່ອນຳໃຊ້ເຂົ້າໃນການປະຕິບັດວຽກງານ ໃຫ້ມີຄວາມສະດວກວ່ອງໄວ ຂຶ້ນຕື່ມອີກ.

ຕອນທ້າຍ ກອງປະຊຸມຈະໄດ້ຮັບຟັງການໂອ້ລົມ ຂອງທ່ານ ດຣ.ບຸນປອນ ບຸດຕະນະວົງ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງ ພັກ, ຫົວໜ້າຫ້ອງວ່າການສູນກາງພັກ

ທີ່ມາhttp://www.kpl.net.la

ບົດຄວາມຫຼ້າສຸດ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດພະເທບ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ. ໃນຕອນບ່າຍຂອງວັນທີ 22 ເມສາ 2025,...

ນັກທ່ອງທ່ຽວຕ່າງຊາດທີ່ຈະເດີນທາງເຂົ້າໄທ ດ້ວຍພາສປອດຕ້ອງໄດ້ຂຽນຟອມອອນລາຍ ເລີ່ມ 1 ພຶດສະພານີ້

ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ (ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ຈະເດີນທາງໄປປະເທດໄທ ຕ້ອງໄດ້ເຂົ້າຕື່ມແບບຟອມ (TDAC) ລິ້ງ https://tdac.immigration.go.th/arrival-card/#/home ທາງອອນລາຍ...

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...